ຄາສເທວລ່າ ສູດເຄັກໄຂ່ ແຊບ ເດັ້ງ ເຮັດຂາຍໄດ້

785

ມື້ນີ້ຜູ້ຂຽນຢາກເອົາສູດເຄັກເດັ້ງຟູ ເນື້ອນຽນ ຫອມຫວານແຊບ ຈະເອົາໄປເຮັດກິນ ເຮັດແຈກ ຫຼື ຈະເຮັດຂາຍກໍໄດ້ ເຊິ່ງສູດມື້ນີ້ເຮົາຈະໃສ່ນ້ຳເຜິ້ງໃຫ້ເພີ່ມຄວາມຫອມຫວານເຂົ້າໄປ ບອກເລີຍວ່າກິນກັບເຄື່ອງດື່ມຍາມເຊົ້າ ຫຼື ບ່າຍ ຄືດີຕໍ່ໃຈທີ່ສຸດ.

May be an image of indoor

ສ່ວນປະສົມ ຄາສເທວລ່າເຄັກ ( ສູດນີ້ຂ້ອນຂ້າງຫວານ ສາມາດຫຼຸດນ້ຳຕານໄດ້ ):

ໄຂ່ໄກ່ ( ເບີ 2 ) 8 ໜ່ວຍ

ນ້ຳຕານ 225 ກຣາມ

ເກືອ 1/2 ບ່ວງຊາ

ນ້ຳເຜິ້ງ 40 ກຣາມ

ແປ້ງເຂົ້າຈ້າວ 55 ກຣາມ

ນົມ 55 ກຣາມ

ນ້ຳມັນພືດ ຫຼື ເນີຍລະລາຍ 55 ກຣາມ

ວາຍເຂົ້າ ຫຼື ນິຣິນ 40 ກຣາມ

ກິ່ນວານິລາ 2 ບ່ວງຊາ

May be an image of food

ອຸປະກອນ

ພິມສີ່ຫຼ່ຽມຈະຕຸລັດ ຂະໜາດ 23x23x6,5 ຊັງຕີແມັດ

ວິທີເຮັດຄາສເທວລ່າເຄັກຕີໄຂ່ໄກ່, ນ້ຳຕານ, ເກືອ ແລະ ນ້ຳເຜິ້ງ ຕີດ້ວຍຄວາມໄວສູງຈົນຂຶ້ນຟູ ໃຊ້ເວລາປະມານ 10 ນາທີ.

May be an image of dessert

1, ພໍຟູຂຶ້ນແລ້ວແຕ່ຍັງມີຟອງຫຍາບ ໃຫ້ປັບຄວາມໄວເປັນຄວາມໄວກາງ.

2, ຮ່ອນແປ້ງລົງໄປໃນຊາມປະສົມ ( ແບ່ງຮ່ອນ 2 – 3 ຮອບ ) ຄົນຈົນເຂົ້າກັນ.

3, ປະສົມນົມ ແລະ ນ້ຳມັນພືດ ຫຼື ເນີຍລະລາຍ ວາຍເຂົ້າ ແລະ ກິ່ນວານິລາ ຄົນໃຫ້ເຂົ້າກັນ.

4, ຕັກສ່ວນປະສົມແປ້ງໄປບາງສ່ວນ ຄ່ອຍຄົນຈົນເຂົ້າກັນ ແລ້ວເທລົງໄປໃນຊາມປະສົມ ຄົນຄ່ອຍໆໃຫ້ເຂົ້າກັນ.

5, ເທໃສ່ພິມນຳໄປອົບທີ່ອຸນຫະພູມ 180 ອົງສາ ໃຊ້ໄຟ ເທິງ – ລຸ່ມ ເປັນເວລາ 15 ນາ ທີ, ຈາກນັ້ນປັບລົງມາທີ່ອຸນຫະພູມ 150 ອົງສາ ເປັນເວລາ 35 – 40 ນາທີ.

May be an image of cake

6, ເອົາອອກມາພັກໃຫ້ເຢັນແລ້ວຄຸມດ້ວຍພລາສຕິກແພັກອາຫານ ແຊ່ຕູ້ເຢັນໄວ້ຂ້າມຄືນ.

7, ແລ້ວນຳເອົາມາຕັດຂະໜາດຕາມມັກກໍພ້ອມເສີບຄູ່ກັບເຄື່ອງດື່ມໄດ້ເລີຍ.

 

( ທີ່ມາ: cooking.kapook.com )

[ ຮຽບຮຽງ: ສຸພາລັກ ]