ເຈົ້ານະຄອນໄກສອນ ພົມວິຫານ ລົງຕິດຕາມເບິ່ງການແກ້ໄຂສຸກເສີນ ຮ່ອງລະບາຍນ້ຳຖະໜົນເສັ້ນທາງສັນຕິສຸກຢູ່ເຂດບ້ານນາເລົ່າ

744

ໃນຕອນເຊົ້ຂອງວັນທີ 26 ພຶດສະພາ 2021 ນີ້ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະເຊິ່ງປະກອບມີ  ຫົວໜ້າຫ້ອງການ ອພບຕ ນະຄອນ,ຮອງຫົວໜ້າຫ້ອງວ່າການນະຄອນ,ມີອໍານາດການປົກຄອງບ້ານນາເລົ່າ ໄດ້ລົງຕິດຕາມເບິ່ງການແກ້ໄຂສຸກເສີນ ຮ່ອງລະບາຍນ້ຳຖະໜົນເສັ້ນທາງສັນຕິສຸກຢູ່ເຂດບ້ານນາເລົ່າ.


ເນື່ອງຈາກສະພາບຝົນຕົກໜັກເຮັດໃຫ້ ຮ່ອງລະບາຍນໍ້າໃນທົ່ວນະຄອນທີ່ຖືກອຸດຕັນ ເຊິ່ງເຮັດໃຫ້ນ້ຳລົ້ນຖະໜົນ ແລະ ຖ້ວມຂັງບ້ານເຮືອນປະຊາຊົນໃນເວລາຝົນຕົກໜັກ ດັ່ງນັ້ນທາງຫ້ອງການ ອພບຕ ນະຄອນ ໄດ້ນໍາເອົາລົດກົນຈັກໄດ້ສົມທົບກັບແຮງງານຂອງປະຊາຊົນບ້ານນາເລົ່າ ທີ່ຕື່ນຕົວເປັນເຈົ້າການຢາກແກ້ໄຂບັນຫານໍ້າຖ້ວມຂັງໃນລະດູຝົນທີ່ຊໍ້າເຮື້ອມາແຕ່ລະປີ ເຊິ່ງແມ່ນໄດ້ຈົກຂື້ເຫຍື້ອອອກຈາກຄອງຮ່ອງລະບາຍນ້ຳ,ເພື່ອເຮັດໃຫ້ນ້ຳໄຫຼສະດວກ.


ໂອກາດການລົງຕິດຕາມໃນຄັ້ງນີ້ ທ່ານເຈົ້ານະຄອນໄກສອນ ພົມວິຫານ ໄດ້ເນັ້ນໜັກໃຫ້ຫ້ອງການ ອພບຕ ນະຄອນເອົາໃຈໃສ່ຂຶ້ນຕື່ມໃນການແກ້ໄຂບັນຫາຮ່ອງລະບາຍນ້ຳທີ່ອຸດຕັນໃນທົ່ວນະຄອນທີ່ເຮັດໃຫ້ນ້ຳຖ້ວມຂັງ ໄຫຼບໍ່ສະດວກ ແລະເພື່ອໃຫ້ນະຄອນມີຄວາມສວຍງາມ ໃຫ້ນະຄອນ ໄກສອນພົມວິຫານໄດ້ຕາມຄາດໝາຍ 6 ສໍຄື: ສ ສະອາດ,ສໍ ສະຫງົບ,ສໍ ສີຂຽວ,ສໍ ສະຫວ່າງ ,ສໍສະເໜ່ ແລະ ສໍ ສີວິໄລໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ.