ສະໂມສອນກ໋ອບຟ ອາວຸໂສລາວ ມອບເຄື່ອງ ແກ່ກະຊວງ ສາທາລະນະສຸກ ມູນຄ່າ 19 ລ້ານກວ່າກີບ

971

ໃນວັນທີ 26 ພຶດສະພາ 2021 ຕາງໜ້າຈາກສະໂມສອນກ໋ອຟ ອາວຸໂສລາວ ນຳໂດຍທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນ ພ້ອມຄະນະ ນຳເອົາເຄື່ອງປະເພດຜ້າອັດປາກ-ດັງ ແລະ ເຈວລ້າງມື ມູນຄ່າ 19 ລ້ານກວ່າກີບ ໄປມອບໃຫ້ກະຊວງສາທາລະນະສຸກ ເຊິ່ງຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ເຂົ້າຮ່ວມ, ທີ່ກະຊວງສາທາຕຶກໃໝ່.

ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໋ອຟ ອາວຸໂສລາວ ໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຜ້າອັດປາກ-ດັງ ຈຳນວນ 8 ແກັດ, ໜ້າກາກໃສ 510 ອັນ, ເຄື່ອງວັດແທກອຸນຫະພູມ (ນ້ອຍ) 50 ອັນ ແລະ ເຈວລ້າງມື 100 ລິດ, ເພື່ອໃຫ້ທາງກະຊວງສາທາລະນະສຸກນຳໄປໃຊ້ໃນຕາມຄວາມຕ້ອງການໃນວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກຕ້ານສະກັດກັ້ນການລະບາດພະຍາດໂຄວິດ-19 ທີ່ກຳລັງບາດໃນລາວປະຈຸບັນ. ເຖິງວ່າເຄື່ອງທີີ່ນຳມາມອບຄັ້ງນີ້ຈະໜ້ອຍ ແຕ່ກໍ່ເປັນນໍ້າໃຈເລັກໜ້ອຍຈາກ ສະໂມສອນກ໋ອຟ ອາວຸໂສລາວ.


ໃນໂອກາດດັ່ງກ່າວທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວຂອບໃຈ ຕໍ່ ສະໂມສອນກ໋ອຟ ອາວຸໂສລາວ ທີ່ຍາມໃດກໍ່ເປັນຫວ່ງເປັນໄວ ແລະ ໃຫ້ການຊ່ວຍເຫຼືອສັງຄົມກໍ່ຄືໜ່ວຍງານແພດໝໍ, ວັດຖຸປັດໄຈດັ່ງກ່າວນີ້ກໍ່ແມ່ນສິ່ງຈຳເປັນເພື່ອນຳໃຊ້ໃນການປ້ອງກັນ ຂອງບຸກຄະລາກອນແພດໝໍໃນການຮັບມືກັບການລະບາດພະຍາດໂຄວິດ-19 ເພາະຖ້າບໍ່ມີການປ້ອງກັນດີກໍ່ສ່ຽງຕິດເຊື້ອໄດ້, ດັ່ງນັ້ນການຊ່ວຍເຫຼືອຈາກສະໂມສອນກ໋ອຟ ອາວຸໂສລາວ ຄັ້ງນີ້ແມ່ນສຸດທີ່ມີປະໂຫຍດໃນວຽກງານແພດໝໍ ແລະ ຈະນຳໃຊ້ເຄື່ອງດັ່ງກ່າວໃຫ້ທົ່ວເຖິງໂດຍສະເພາະແມ່ນຜູ້ປະຕິບັດວຽກງານຕົວຈິງ.