ໃນວັນທີ 26 ພຶດສະພາ 2021 ທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມຖະແຫຼງຂ່າວ ການເຝົ້າລະວັງເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຮ່ວມກັບ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ທີ່ກະຊວງສາທາລະນະສຸກ.
ໃນໂອກາດດັ່ງກ່າວທ່ານ ດຣ. ບຸນຄຳ ບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ບາງຕອນວ່າ: ໃນໄລຍະທີ່ປະຕິບັດມາດຕະການຕ້ານພະຍາດໂຄວິດ-19, ກະຊວງ ກະສິກໍາ ແລະ ປ່າໄມ້ ກໍ່ໄດ້ຊຸກຍູ້ຂະບວນການຜະລິດ ສະບຽງອາຫານ ແລະ ການຜະລິດກະສິກໍາເປັນສິນຄ້າສົ່ງອອກ, ຊຶ່ງຜ່ານມາສາມາດສະໜອງສະບຽງອາຫານ ພາຍໃນ ໄດ້ຢ່າງພຽງພໍ ແລະ ສົ່ງອອກສິນຄ້າກະສິກໍາ ໄປຕ່າງປະເທດ ໄດ້ໃນລະດັບໜຶ່ງ, ແຕ່ການຈໍາໜ່າຍສິນຄ້າກະສິກຳພາຍໃນປະເທດ ໃນບາງແຂວງທີ່ມີການລະບາດຂອງພະຍາດ ແມ່ນມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະກຸ່ມຜະລິດພືດຜັກສະອາດ ແລະ ຜະລິດກະສິກໍາເປັນສິນຄ້າ, ນອກນັ້ນ,ໃນໄລຍະທີ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ນີ້ ເຮັດໃຫ້ຊາວກະສິກອນ ແລະ ພໍ່ຄ້າຈຳນວນໜຶ່ງ ບໍ່ສາມາດອອກຈາກຂອບເຂດບ້ານເພື່ອມາຈຳໜ່າຍ, ຊື້-ຂາຍ ສິນຄ້າ ໄດ້ ແລະ ບາງແຂວງກໍ່ມີຜູ້ມາຊື້-ຂາຍ ຫຼຸດລົງ ເຮັດໃຫ້ສິນຄ້າກະສິກຳ ຂອງປະຊາຊົນອັ່ງອໍໃນບາງເຂດ ໂດຍສະເພາະຕະຫຼາດພືດຜັກສະອາດ ຢູ່ນະຄອນຫຼວງວຽງຈັນ ຍ້ອນວ່າຫຼາຍຕະຫຼາດໄດ້ປິດຊົ່ວຄາວ ເຮັດໃຫ້ຜົນຜະລິດເສຍຫາຍ ແລະ ລາຍຮັບຫຼຸດລົງ ເຖິງ 50% (ປັດຈຸບັນເຖິງວ່າເປີດຕະຫຼາດສ່ວນໜຶ່ງຄືນແລ້ວ ແຕ່ການຈຳໜ່າຍສິນຄ້າ ກໍ່ຍັງມີລາຍຮັບຫຼຸດລົງເຖິງ 30%). ການສະໜອງເຂົ້າ ແລະ ພືດສະບຽງອື່ນໆ ໂດຍລວມແມ່ນຍັງພຽງພໍຕໍ່ກັບຄວາມຕ້ອງການຂອງການບໍລິໂພກພາຍໃນປະເທດ ເປັນຕົ້ນ: ການຜະລິດເຂົ້ານາແຊງ ໃນລະດູການນີ້ສາມາດປັກດໍາໄດ້ 88.010 ເຮັກຕາ ເທົ່າກັບ 96% ຂອງແຜນການ ເຊິ່ງມາຮອດປະຈຸບັນການເກັບກ່ຽວແມ່ນສໍາເລັດເກືອບທັງໝົດແລ້ວ ສ່ວນການຜະລິດພືດສະບຽງອາຫານ ແລະ ຜະລິດພືດສິນຄ້າອື່ນໆ ເພື່ອບໍລິໂພກພາຍໃນ, ປ້ອນໂຮງງານອຸດສະຫະກຳປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ ໃນລະດູແລ້ງນີ້ ປະຕິບັດໄດ້ ປະມານ 129.045 ເຮັກຕາ, ເທົ່າກັບ 85% ຂອງແຜນການ ຊຶ່ງຂະບວນການປູກແມ່ນຍັງສືບຕໍ່ ໂດຍສະເພາະບັນດາພືດຜັກ, ມັນຕົ້ນ, ອ້ອຍ, ສາລີຫວານ, ຖົ່ວດິນ ແລະ ອື່ນໆ. ນອກຈາກພືດແລ້ວສາມາດສະໜອງຊີ້ນ ເພື່ອບໍລິໂພກພາຍໃນໄດ້ 465.500 ໂຕນ ທຽບໃສ່ປີ 2019, ເພີ່ມຂື້ນ 5,96%), ປະຈຸບັນມີຝູງສັດລ້ຽງປະເພດຕ່າງໆໃນທົ່ວປະເທດ ເພື່ອສະໜອງທາດຊີ້ນ ໃຫ້ແກ່ການບໍລິໂພກພາຍໃນ ເຊັ່ນ: ງົວ, ຄວາຍ, ໝູ, ແກະ/ແບ້ ແລະ ສັດປີກ ໃນລະດັບສະເລ່ຍບໍລິໂພກ 65 ກິໂລ/ຄົນ/ປີ ແມ່ນພຽງພໍກັບຄວາມຕ້ອງການ.
ທ່ານກ່າວຕື່ມວ່າ: ສໍາລັບການສົ່ງອອກຜະລິດຕະພັນກະສິກໍາ ໃນເດືອນມັງກອນ ຫາ ເດືອນເມສາ 2021 ມີການສົ່ງອອກພືດຜະລິດຕະພັນພືດ ຜ່ານດ່ານສາກົນ ຈຳນວນ 2 ລ້ານກວ່າໂຕນ, ມູນຄ່າ 440,5 ລ້ານກວ່າໂດລາ, ໃນນັ້ນ, ພືດທີ່ສົ່ງອອກຫຼາຍກວ່າໝູ່ແມ່ນ ມັນຕົ້ນ ມູນຄ່າ 138,3 ລ້ານກວ່າໂດລາ, ໝາກກ້ວຍ ມູນຄ່າ 107,6 ລ້ານກວ່າໂດລາ, ໝາກໂມ ມູນຄ່າ 25,9 ລ້ານກວ່າໂດລາ, ອ້ອຍ ມູນຄ່າ 16,4 ລ້ານກວ່າໂດລາ ເຊິ່ງຕະຫຼາດຫຼັກແມ່ນ ສປ ຈີນ, ໄທ ແລະ ສສ ຫວຽດນາມ. ນອກນັ້ນ, ກໍ່ໄດ້ສໍາເລັດການສົ່ງສັດໃຫຍ່ (ງົວ, ຄວາຍ) ໄປ ສປ ຈີນ ຈຳນວນ 2.013 ໂຕ ໃນນັ້ນ ງົວ 1,992 ໂຕ ແລະ ຄວາຍ 21 ໂຕ ມູນ
ຄ່າປະມານ 4,8 ລ້ານໂດລາ.
ທ່ານໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍ ໝາກຜົນທີ່ກ່າວມານັ້ນ ກະຊວງ ກະສິກຳ ແລະ ປ່າໄມ້ໄດ້ຊີ້ນໍາໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນໍາບາງວຽກທີ່ມີຄວາມຈຳເປັນດັ່ງນີ້:
1. ໃຫ້ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ຊາວກະສິກອນ, ຜູ້ປະກອບການ ເກັບກ່ຽວ ແລະ ມ້ຽນມັດຜົນຜະລິດລະດູແລ້ງເຊັ່ນ: ເຂົ້ານາແຊງ, ມັນຕົ້ນ, ສາລີ ແລະ ພືດອື່ນໆ ໃຫ້ທັນກັບເວລາ ໂດຍຈໍານວນແຮງງານ ບໍ່ໃຫ້ເກີນ 20 ຄົນ (ສໍາລັບແຂວງທີ່ມີການປິດເມືອງ) ໃນແຕ່ລະຄັ້ງ ແລະ ມີການປ້ອງກັນຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງວາງອອກ; 2. ໃຫ້ຕິດຕາມ, ຊຸກຍູ້ ແລະ ຊີ້ນຳ ບັນດາບໍລິສັດ, ຜູ້ປະກອບການ, ຝາມ ດ້ານກະສິກໍາ ແລະ ປ່າໄມ້ປະສານກັບຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອຊີ້ນໍາໂຮງງານຜະລິດອາຫານສັດ, ໂຮງງານປະສົມອາຫານສັດ, ໂຮງສີເຂົ້າ ໃຫ້ສືບຕໍ່ການຜະລິດ ແຕ່ຕ້ອງດໍາເນີນມາດຕະການໃນການປ້ອງກັນຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ; 3. ໃຫ້ຕິດຕາມກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານສາກົນ ທັງມີມາດຕະການເອື້ອອໍານວຍຄວາມສະດວກ ເຮັດໃຫ້ຂະບວນສົ່ງອອກສິນຄ້າກະສິກໍາ ທັນກັບເວລາ ແລະ ຖືກຕ້ອງຕາມລະບຽບກົດໝາຍ; ພ້ອມກັນນັ້ນ, ກໍ່ໃຫ້ເປັນເຈົ້າການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ຕິດຕາມ, ກວດກາ ການລັກລອບນໍາເຂົ້າສິນຄ້າ ແລະ ຜະລິດຕະພັນ ກະສິກໍາ ທີ່ຜິດກົດໝາຍ ຢູ່ລຽບຕາມຊາຍແດນ, ຖ້າພົບເຫັນໃຫ້ຮີບຮ້ອນແຈ້ງພາກສ່ວນກ່ຽວຂ້ອງຮັບຊາບ ແລະ ດຳເນີນການຕາມລະບຽບກົດໝາຍ ສໍາລັບການນໍາເຂົ້າສິນຄ້າ ແລະ ຜະລິດຕະພັນກະສິກໍາ ຕາມດ້ານຕ່າງໆ ທີ່ຖືກຕ້ອງຕາມກົດໝາຍເຊັ່ນ: ອາຫານທະເລ, ຊີ້ນ, ປາ ສົດ/ແຊ່ແຂງ ຕ້ອງມີໃບຢັ້ງຢືນການກວດຫາເຊື້ອພະຍາດ ໂຄວິດ-19 ຈາກປະເທດຕົ້ນທາງ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ກັກກັນສັດຢູ່ຕາມດ່ານຕ່າງໆ ຈຶ່ງສາມາດນໍາເຂົ້າ ສປປ ລາວ ໄດ້; 4. ຕິດຕາມ ເຝົ້າລະວັງ, ປ້ອງກັນ, ແກ້ໄຂ ການລະບາດຂອງພະຍາດພືດ ແລະ ສັດ ທີ່ອາດຈະເກີດຂຶ້ນຕາມລະດູການ; 5. ຕິດຕາມກວດກາ, ສະກັດກັ້ນ ແລະ ແກ້ໄຂ ໄຟໄໝ້ລາມປ່າທີ່ເກີດຂຶ້ນຢູ່ບາງຈຸດ, ບາງບໍລິເວນ ໃຫ້ທັນການ; ປະຕິບັດຄໍາສັ່ງເລກທີ 15/ນຍ, ຄໍາສັ່ງ 05/ນຍ ກ່ຽວກັບ ການເພີ່ມທະວີເຂັ້ມງວດ ໃນການຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ການຄ້າຂາຍສັດປ່າໃກ້ຈະສູນພັນ ໃຫ້ເຂັ້ມງວດ, ກວດກາໃຫ້ເປັນລະບົບຕໍ່ເນື່ອງ ຫຼີກລ້ຽງບໍ່ໃຫ້ເກີດມີການສວຍໂອກາດ ເກີດຂຶ້ນໃນໄລຍະນີ້.