ຂ່າວດີ! ຜູ້ຕິດເຊື້ອຫຼຸດລົງ ວັນທີ 26 ພຶດສະພາ ລາວ ມີຜູ້ຕິດເຊື້ອ +5 ຄົນ, ປິ່ນປົວດີໄດ້ອອກໂຮງໝໍອີກ81ຄົນ

634

ສປປລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 5 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 3 ຄົນ; ສະຫວັນນະເຂດ 2 ຄົນ(ນຳເຂົ້າ). ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.883 ຄົນ, ປິ່ນປົວດີສະສົມ1.261ຄົນ(ໃໝ່81ຄົນ), ກຳລັງປິ່ນປົວ620 ຄົນ, ເສຍຊີວິດສະສົມ2ຄົນ(ໃໝ່0).

ໃນວັນທີ 26 ພຶດສະພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 1.883 ຄົນ, ວຽກງານການປິ່ນປົວ ແມ່ນມີຜູ້ປິ່ນປົວຫາຍດີທັງໝົດ 1.261 ຄົນ (ໃໝ່ 81 ຄົນ) ແລະ ຍັງຕິດຕາມປິ່ນປົວ ທົ່ວປະເທດທັງໝົດ 620 ຄົນ. ວຽກງານການຈຳກັດບໍລິເວນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.407 ຄົນ, ໃນວັນທີ 25 ພຶດສະພາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.767 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ 5 ກໍລະນີ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 3 ຄົນ ແລະ ຢູ່ສະຫວັນນະເຂດ 2 ຄົນ(ນຳເຂົ້າ).
ທ່ານກ່າວຕື່ມວ່າ: ໃນ 3 ຄົນທີ່ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ແມ່ນເປັນການຕິດເຊື້ອຍ້ອນໄດ້ສຳພັດກັບຜູ້ຕິດເຊື້ອເກົ່າ ເຊິ່ງມີລາຍລະອຽດດັ່ງນີ້: ຜູ້ທີ 1 ເປັນເພດຍິງ ອາຍຸ 33 ປີ ບ້ານຮ່ອງໄກ່ແກ້ວ ເມືອງຈັນທັນບູລີ, ຜູ້ທີ 2 ເພດຊາຍ ອາຍຸ 45 ປີ ບ້ານຮ່ອງໄກ່ແກ້ວ ແລະ ຜູ້ທີ 3 ອາຍຸ 17 ປີ ບ້ານອາມອນ ເມືອງໄຊທານີ.

ສຳລັບປະຫວັດການເດີນທາງໄປສະຖານທີ່ຂອງຜູ້ຕິດເຊື້ອຢູ່ໃນນະຄອນຫຼວງວຽງຈັນມີ: ໂຮງຮຽນປະຖົມສົມບູນຫົວຊຽງ (ວັນທີ 21/5/21), ຕະຫຼາດຫົວຂົວ, ຕະຫຼາດໂນນຄໍ້, ຕະຫຼາດໂອຊິນ, ຕະຫຼາດໂພນຕ້ອງ, ແຄ້ມສ້າງທາງລົດໄຟ ບ້ານດົງຫຼວງ ເມືອງນາຊາຍທອງ, ຕະຫຼາດອົດຊີ (ວັນທີ 17/5/21), ບໍລິສັດຮຸ່ງອາລຸນ ສາຂາສີໄຄ (ວັນທີ 23/5/21), ຫ້ອງແຖວບ້ານໂພນສີນວນ (ຮ່ອມທະນາຄານລາວກໍ່ສ້າງ) ແລະ Lady clinic ບ້ານສີດຳດວນ (ວັນທີ 23/5/21).

ເຖິງແມ່ນວ່າ ສະພາບການລະບາດໃນບາງແຂວງ ມີທ່າອ່ຽງຫຼຸດລົງ ແຕ່ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ມີການລະບາດໃນຊຸມຊົນເປັນວົງກວ້າງ ເປັນສິ່ງທ້າທາຍໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດດັ່ງກ່າວ. ບັນຫາສຳຄັນແມ່ນ ສັງເກດເຫັນ ໃນສັງຄົມ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ໝູ່ເພື່ອນ, ຊຸມແຊວງສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່.

ນອກຈາກນັ້ນ ຜູ້ຕິດເຊື້ອບາງຄົນບໍ່ສະແດງອາການ ຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນຢູ່ເລື້ອຍໆ; ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ. ຄຽງຄູ່ກັນນັ້ນ ກໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ເປັນຕົ້ນ ແມ່ນ ການຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກ-ດັງ ແລະ ລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ, ຖ້າບໍ່ມີຄວາມຈຳເປັນ ກໍ່ບໍ່ອອກຈາກບ້ານ ບ່ອນທີ່ມີຊຸມຊົນແອອັດຈຳນວນຫຼາຍ.