ພາກທຸລະກິດຮຽກຮ້ອງໃຫ້ ລັດຖະບານອັງກິດປະຕິຮູບເສດຖະກິດ

251

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະມາຄົມອຸດສາຫະກຳຂອງອັງກິດ (CBI) ໄດ້ຮຽກຮ້ອງໃຫ້ ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດປັບປຸງກົດໝາຍ ແລະ ນິຕິກຳກ່ຽວກັບພາສີ ເພື່ອເຮັດໃຫ້ພາກທຸລະກິດສາມາດຮັບມືກັບສິ່ງທ້າທາຍ ຫຼັງຈາກທີ່ແບຣັກຊິດ ລວມທັງການຟື້ນຕົວດ້ານເສດຖະກິດ ຫຼັງວິກິດໂຄວິດ-19 ແລະ ເພື່ອກຽມຄວາມພ້ອມ ສຳລັບນະໂຍບາຍການປ່ອຍກາກບອນໃຫ້ເປັນສູນ ໃນອະນາຄົດ.

ທ່ານ ໂທນີ ແດນເຄີ ປະທານ CBI ກ່າວວ່າ: ປີ 2021 ຈະເປັນຈຸດປ່ຽນສຳຄັນຂອງນະໂຍບາຍເສດຖະກິດ ເຊິ່ງຈະຊ່ວຍຟື້ນຟູສັກກະຍະພາບດ້ານການຜະລິດ ຫຼັງຈາກກ່ອນໜ້ານີ້ ຄວາມອ່ອນແອດ້ານການຜະລິດໄດ້ສົ່ງຜົນກະທົບຕໍ່ການຟື້ນຕົວເສດຖະກິດຂອງອັງກິດມາເປັນເວລາຫຼາຍປີ.
ປະທານ CBI ກ່າວວ່າ: ບໍ່ມີໂອກາດການປ່ຽນແປງດ້ານເສດຖະກິດ ແລະ ສັງຄົມຂອງອັງກິດຄັ້ງໃດທີ່ຈະເໝາະສົມໄປກວ່ານີ້ ພ້ອມຢ້ຳວ່າ ນີ້ຄືໂອກາດຄັ້ງສຳຄັນທີ່ຈະຊີ້ໃຫ້ເຫັນວ່າ ເສດຖະກິດຂອງອັງກິດຈະເຕີບໂຕ ແລະ ສາມາດແຂ່ງຂັນກັບຕະຫຼາດໂລກໄດ້ ຫຼື ບໍ່?.

ທະນາຄານກາງຂອງອັງກິດລະບຸວ່າ: ເສດຖະກິດຂອງອັງກິດຕິດລົບເກືອບ 10% ໃນປີ 2020 ແລະ ຄາດວ່າ ຈະຂະຫຍາຍຕົວ 7,25% ໃນປີນີ້ ແລະ ຫຼັງປີ 2022 ເປັນຕົ້ນໄປ ເສດຖະກິດຂອງອັງກິດຈະກັບມາຂະຫຍາຍຕົວຢ່າງແຂງແກ່ນໃນລະດັບ ກ່ອນເກີດການລະບາດຂອງພະຍາດໂຄວິດ-19.