ກະຕ່າລອຍຟ້າ ໃນອິຕາລີຕົກ ນັກທ່ອງທ່ຽວເສຍຊີວິດ 14 ຄົນ

610

ສຳນັກຂ່າວຣອຍເຕີລາຍງານວ່າ ເກີດເຫດສຸດສະເທືອນຂວັນຂຶ້ນ ເມື່ອກະຕ່າລອຍຟ້າທີ່ພານັກທ່ອງທ່ຽວຂຶ້ນໄປທ່ຽວຊົມຍອດພູເຂົາມາໂຈເຣ ໜຶ່ງໃນສະຖານທີ່ທ່ອງທ່ຽວສຳຄັນອີກແຫ່ງຕັ້ງຢູ່ທາງທິດເໜືອຂອງອິຕາລີ ຂາ ຕົກລົງກະທົບກັບພື້ນ ກ່ອນຈະກິ້ງໄປຕຳເອົາຕົ້ນໄມ້ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະ ບາດເຈັບສາຫັດ 1 ຄົນ. ເຫດດັ່ງກ່າວເກີດຂຶ້ນໃນວັນທີ 23 ພຶດສະພາຜ່ານມາ ຕາມເວລາທ້ອງຖິ່ນ.

ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າ ເບື້ອງຕົ້ນສັນນິຖານວ່າ ອາດເປັນເພາະສາຍແຄັບເບິ້ລ ຂອງກະຕ່າລອຍຟ້າໄດ້ຮັບ ຄວາມເສຍຫາຍ ຈຶ່ງບໍ່ສາມາດຄວບຄຸມກະຕ່າໄດ້ ຈຶ່ງໄດ້ຕົກລົງກະທົບກັບພື້ນດິນ ກ່ອນຈະພິກຂວ້ຳ ແລະ ກິ້ງໄປຕຳຕົ້ນໄມ້ 2-3 ຄັ້ງ ໂດຍມີຜູ້ເສຍຊີວິດບາງຄົນກະເດັນອອກຈາກກະຕ່າ.
ລັດຖະບານອິຕາລີ ໄດ້ຕັ້ງຄະນະກຳມະການຂຶ້ນມາ ເພື່ອສືບສວນ-ສອບສວນອຸບັດເຫດສະເທືອນຂວັນຄັ້ງນີ້.
ກະຕ່າລອຍຟ້າດັ່ງກ່າວ ໄດ້ປັບປຸງສ້ອມແຊມຄັ້ງຫຼ້າສຸດໃນປີ 2016 ແລະ ໄດ້ຢຸດບໍລິການນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອປີຜ່ານມາ ແລະ ຫາກໍ່ກັບມາໃຫ້ບໍລິການອີກຄັ້ງ ຫຼັງຈາກທີ່ອິຕາລີຢຸດຕິມາດຕະການລັອກດາວ ເພື່ອເປີດໃຫ້ນັກທ່ອງທ່ຽວໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ.