ການນໍາແຂວງຄໍາມ່ວນ ລົງເຄື່ອນໄຫວຊຸກຍູ້ວຽກງານທີ່ເມືອງນາກາຍ

377

ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2021 ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງໆຄໍາມ່ວນ ໄດ້ລົງເຄືອນໄຫວຊຸກຍູ້ວຽກງານທີ່ເມືອງນາກາຍ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ ພ້ອມດ້ວຍການນໍາຂັ້ນເມືອງກໍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຢູ່ທີ່ຫ້ອງປະຊຸມ ເອັນທີທູດີເອັບ ໂດຍມີພະແນກການອ້ອມຂ້າງແຂວງ ແລະ ການນໍາເມືອງ ເຂົ້າຮ່ວມ.


ການລົງມາເຄື່ອນໄຫວໃນຄັ້ງນີ້ ກໍເພື່ອຊຸກຍູ້ວຽກງານການຜະລິດພືດລະດູຝົນ ແລະ ຕິດ ຕາມກອງທຶນປົວແປງສັງຄົມ ແລະ ສິ່ງແວດລ້ອມ. ໃນວາລະກອງປະຊຸມ ທ່ານ ເຈົ້າເມືອງໆນາກາຍ ຍັງໄດ້ໃຫ້ກຽດຜ່ານບົດສະຫລຸບລາຍງານຂົງເຂດການເມືອງ, ຂົງເຂດປ້ອງກັນຊາດ-ປ້ອງກັນສະຫງົບ ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳສັງຄົມ ໂດຍເນັ້ນໃສ່ວຽກງານກະສິກໍາ ແລະ ປ່າໄມ້ ໃນການເກັບກູ້ພືດລະດູແລ້ງໃນເນື້ອທີ່ 644 ເຮັກຕາ, ມາປະຈຸບັນໄດ້ຫລາຍກວ່າ 90% ອັນພົ້ນເດັ່ນແມ່ນມັນຕົ້ນ, ຢາສູບ, ໝາກເພັດ ສໍາເລັດການເກັບກ່ຽວເຂົ້ານາແຊງໃນເນື້ອທີ່ 147 ເຮັກຕາ.

ສໍາລັບແຜນການປູກເຂົ້ານາປີ ປະຈໍາປີ 2021 ປະຊາຊົນກໍາລັງລົງມືຕົກກ້າໄດ້ປະມານ 50% ຂອງເນື້ອທີ່ແຜນການ 2.000 ເຮັກຕາ ເຊິ່ງກໍາລັງກະກຽມ ແນວພັນເຂົ້າປູກ (ທ່າດອກຄໍາ 8 ) ຕາມການແບ່ງປັນຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈໍານວນ 1.920 ກິໂລ ແລະ ສິ່ງທີ່ພົ້ນເດັ່ນແມ່ນການສົ່ງອອກ ປາໃນອ່າງນໍ້າເທີນ ສາມາດສ້າງລາຍຮັບໃຫ້ປະຊາຊົນມີຊີວິດທີ່ດີຂຶ້ນ. ຈາກນັ້ນ ທ່ານ ສົມບັດ ປັນຍາສິດ ຍັງໃຫ້ກຽດຜ່ານບົດລາຍງານຫຍໍ້ວຽກງານກອງທຶນປົວແປງສັງຄົມ ແລະ ສິ່ງແວດລ້ອມ ໃນນັ້ນສາມາດປະຕິບັດໄດ້ 13 ໂຄງການ ໃຫຍ່ ແມ່ນເປັນສ່ວນໜຶ່ງຂອງແຜນປີ 2020-2021 ເປັນມູນຄ່າລວມ 2.067ລ້ານ ກີບ.

ກອງປະຊຸມຍັງໄດ້ແລກປ່ຽນຄໍາເຫັນ ໃນບາງໜ້າວຽກທີ່ມີເນື້ອໃນອັນຄົບຖ້ວນ ແລະ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງທ່ານເຈົ້າແຂວງ ທ່ານຍັງໄດ້ຍ້ອງຍໍຊົມເຊີຍເມືອງນາກາຍທີ່ເປັນເມືອງທີ່ໂຊກດີທີ່ມີຫລາຍໂຄງການໃຫ້ການຊ່ວຍເຫລືອ ບວກກັບມີທ່າແຮງທາງດ້ານທໍາມະຊາດ ທີ່ເໝາະແກ່ການທ່ອງທ່ຽວ ແລະ ປູກຟັງ-ລ້ຽງສັດ ເຊິ່ງສາມາດສ້າງອາຊີບໃຫ້ປະຊາຊົນໄດ້ດີຂຶ້ນເທື່ອລະກ້າວ. ພາຍຫຼັງສໍາເລັດກອງປະຊຸມທ່ານເຈົ້າແຂວງ, ການນໍາພະແນກການອ້ອມຂ້າງ ແລະ ການນໍາຂັ້ນເມືອງ ຍັງໄດ້ລົງຕິດຕາມຕົວຈິ່ງ ໃນນັ້ນມີຢູ່ 6 ຈຸດຄື: ລົງເບິ່ງອ່າງນໍ້າຊຸມຊົນ ບ້ານສົບມາ, ການເຈາະນໍ້າບາດານຊຸມຊົນ ບ້ານນໍ້ານຽນ, ເບິ່ງຄັນຄູຂ້າມຊຸມຊົນ ບ້ານອຸດົມສຸກ, ເບິ່ງຈັກດູດນໍ້າຊົນລະປະທານ ບ້ານ ໜອງບົວສາທິດ, ໄປເບິ່ງຂຸ່ມຂີ້ເຫຍື່ອ ເມືອງນາກາຍ ແລະ ໄປຢ້ຽມຢາມໂຮງເລື່ອຍເກົ່າ ປ່າໄມ້ຊາວບ້ານ.