ຮອງເຈົ້າເມືອງໄຊຍະບູລີ ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງແຕ່ບ້ານນາຊໍ່າຜາຊ້າງຫາເຂື່ອນນ້ຳຮຸ່ງ1

364

ໃນທ້າຍອາທິດທີ່ຜ່ານມາທ່ານ ສອນສະຫັວນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີພ້ອມດ້ວຍຄະນະໄດ້ລົງຕິດຕາມໂຄງການກໍ່ສ້າງຍົກລະດັບເສັ້ນທາງແຕ່ 3 ແຍກບ້ານນາຊໍ່າຜາຊ້າງຫາເຂື່ອນນ້ຳຮຸ່ງ1 ເຊີ່ງມີພະນັກງານທີ່ກ່ຽວຂ້ອງ ແລະ ພະນັກງານຢູ່ພາຍໃນໂຄງການເຂື່ອນນ້ຳຮຸ່ງ1 ເຂົ້າຮ່ວມ.


ໂຄງການການຍົກລະດັບເສັ້ນທາງແຕ່ 3 ແຍກບ້ານນາຊໍ່າຜາຊ້າງຫາເຂື່ອນນ້ຳຮຸ່ງ1 ເລີ່ມລົງມືກໍ່ສ້າງມາແຕ່ເດືອນມັງກອນປີ 2021 ແລະ ສຳເລັດກາງເດືອນພຶດສະພາ 2021 ມີຄວາມຍາວທັງໝົດ 11,95 ກີໂລແມັດລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ 500 ລ້ານກວ່າກີບ.

ງົບປະມານການກໍ່ສ້າງທັງໝົດແມ່ນບໍລິສັດນ້ຳຮຸ່ງ 1 ເປັນຜູ້ລົງທຶນກໍ່ສ້າງເພື່ອຮັບໃຊ້ໂຄງການ ແລະ ໃຫ້ປະຊາຊົນໃນເຂດທ້ອງຖິ່ນໄດ້ນຳໃຊ້ເສັ້ນທາງທີ່ສະດວກສະບາຍ