ທາມລາຍໂຫດແທ້ ຫຼາຍສະຖານທີ່ ໃນ ນວ ເປັນຈຸດສ່ຽງ ເນື່ອງຜູ້ຕິດເຊື້ອໂຄວິດ-19 ໄດ້ໄປ

3774

ໃນວັນທີ 25 ພຶດສະພາ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວທີ່ກະຊວງສາທາລະນະສຸກ.

ຈາກຕົວເລກຜູ້ຕິດເຊື້ອ 56 ຄົນໃນມື້ນີ້ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນມີ 16 ຄົນ, ເຊິ່ງໃນຈຳນວນ 15 ຄົນຂອງຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ແມ່ນຕິດເຊື້ອຈາກຊຸມຊົນ ແລະ ພວກກ່ຽວໄດ້ມີປະຫວັດການເດີນທາງໄປສະຖານທີ່ຕ່າງໆ ຢູ່ນະຄອນຫຼວງວຽງຈັນໃນຫຼາຍຈຸດ; ອີງຕາມຂໍ້ມູນຫຼ້າສຸດຈາກຄະນະສະເພາະລາຍງານເຂົ້າມາໃໝ່ເວລາປະມານ19:30ໂມງວັນທີ 25 ພຶດສະພາ 2021 ມີດັ່ງນີ້:

ໂຮງຮງນປະຖົມສົມບູນຫົວຊຽງ (ວັນທີ 21/5/21)
ຕະຫຼາດຫົວຂົວ
ຕະຫຼາດໂນນຄໍ້
ຕະຫຼາດໄອຊິນ
ຕະຫຼາດໂພນຕ້ອງ

ແຄັມສ້າງທາງລົດໄຟ ບ້ານດົງຫຼວງ ເມືອງນາຊາຍທອງ
ຕະຫຼາດອົດຊີ (ວັນທີ 17/5/21)
ບໍລິສັດ ຮຸ່ງອາລຸນ ສາຂາສີໄຄ (ວັນທີ 23/5/21)
ຫ້ອງແຖວ ບ້ານໂພນສີນວນ (ຮ່ອມທະນາຄານລາວກໍ່ສ້າງ)
Lady clinic ຢູ່ສີດຳດວນ (23/5/2021)

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ກ່າວວ່າ: ສຳລັບສະພາບການລະບາດໃນສປປລາວ ເຫັນວ່າ ການລະບາດ ຍັງສືບຕໍ່ ມີລາຍງານກໍລະນີໃໝ່ທຸກມື້ , ພ້ອມດຽວກັນ ໃນສັງຄົມຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ໄດ້ກີນເຂົ້າຊຸມກັນ ຈີ່ງເຮັດໃຫ້ມີສະພາບ ການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ ກໍເນື່ອງຈາກຜູ້ຕິດເຊື້ອບາງຄົນບໍ່ສະແດງອາການຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ. ຖ້າມີຜູ້ຕິດເຊື້ອເຂົ້າໄປເຮັດວຽກໃນສະຖານທີ່ ທີ່ມີຄົນຈຳນວນຫຼາຍ ອາດເຮັດໃຫ້ມີການຕິດເຊື້ອແຜ່ລະບາດເປັນວົງກ້ວາງແລະມີເຂດການຕິດເຊື້ອໃໝ່ເກີດຂື້ນ.

ດັ່ງນັ້ນ ເພື່ອບໍ່ຢາກໃຫ້ມີການສືບຕໍ່ ແລະ ແກ່ຍາວໄລຍະປະຕິ ມາດຕະການໄປຕື່ມອີກຫຼັງຈາກວັນທີ 4 ມິຖຸນາ ແລະ ເພື່ອ ຫຼຸດຜ່ອນຜົນກະທົບ ທີ່ເກີດຂຶ້ນ ໃນສັງຄົມ ຄືດັ່ງທີ່ພວກເຮົາ ປະສົບໃນປະຈຸບັນ ນີ້ ກໍຂໍໃຫ້ພວກເຮົາທຸກຄົນຈົງໄດ້ເປັນເຈົ້າການ ແລະ ພ້ອມຈິດພ້ອມໃຈກັນ ປະຕິບັດທຸກມາດຕະການທີ່ ທາງຄະນະສະເພາະກີດວາງອອກຢ່າງເຂັ້ມງວດນຳກັນ , ເປັນຕົ້ນ ແມ່ນປະຕິບັດ ການຮັດສາໄລຍະຫ່າງໃນສັງຄົມ ໃສ່ຜ້າອັດປາກ ອັດດັ່ງ ແລະ ລ້າງມີ ດ້ວບເຈວ ແລະເຫົ້າ70 ເລື້ອຍໆ.

ຖ້າຫາກວ່າທ່ານໃດ ເປັນຜູ້ທີ່ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ເປັນຜູ້ທີ່ມີຄວາມສ່ຽງທີ່ໄດ້ຢູ່ ໃນສະຖານທີ່ຮ່ວມກັບຜູ້ຕິດເຊື້ອພະຍາດ ກໍຈົ່ງຮີບຮ້ອນໄປພົບແພດໝໍເພື່ອ ເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບແລະຄົນໃກ້ຊິດ ຈົນຄົບ 14ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາ ເປັນ (-) ກໍ່ແມ່ນໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິເພື່ອເປັນການ ຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຜູ້ອື່ນພ້ອມທັງ ຮັບປະກັນ ຄວາມປອດໄປຂອງໂຕທ່ານເອງ, ຄອບຄົວ ຄົນໃກ້ຊິດ ເວົ້າລວມກໍແມ່ນຂອງ ປະຊາຊົນລາວທຸກຄົນ, ເຮັດໃຫ້ ທຸກຄົນປອດໄພຈາກ ເຊື້ອພະຍາດໂຄວີດ 19 ແລະ ປະເທດຂອງພວກເຮົາກໍຈະຜ່ານພົ້ນຈາກວີກິດການພະຍາດລະບາດໃນຄັ້ງນີ້ໄປໄດ້