ອຸຕຸເຕືອນ ອາທິດນີ້ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ

828

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນມທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0584/ກອຕທ, ນະຄອນຫຼວງວຽງຈັນ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 24 – 30 ພຶດສະພາ 2021 ວ່າ: ໃນໄລຍະວັນທີ 24 – 26 ພຶດສະພານີ້ ພາຍຸໄຊໂຄນິກທີ່ເຄື່ອນທີ່ຢູ່ເຂດອ່າວເບັ່ງການ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາ ຫາ ປານກາງ ໃນແຕ່ລະພາກ.


ໄລຍະວັນທີ 27 – 30 ພຶດສະພາ ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄູມຢູ່ເຂດທະເລຈີນໃຕ້ຈະມີກໍາລັງແຮງເພີ່ມຂຶ້ນ ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖີ່ນ.


ພ້ອມຄໍາເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ ໃນໄລຍະວັນທີ 24-30 ພຶດສະພາ 2021 ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.ຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ໂດຍສະເພາະແມ່ນໄລຍະກາງ ຫາ ທ້າຍອາທິດ, ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 30 – 32 ອົງສາ.


ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນ້ໍາທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕ່ຳສຸດ 23 – 25 ອົງສາ ແລະ ສູງສຸດ 37 – 39 ອົງສາ.


ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດອຸນຫະພູມຕ່ຳສຸດ 25 – 27 ອົງສາ ແລະ ສູງສຸດ 37 – 39 ອົງສາ. ສະເພາະແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 29 – 31 ອົງສາ.


ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ໃນໄລຍະຕົ້ນ ຫາ ກາງອາທິດ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈຳປາສັກ, ອັດຕະປື ແລະ ເຊກອງ, ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 38 -40 ອົງສາ. ສະເພາະເຂດພູພຽງບໍລະເວນ: ມີຝົນຕົກຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 26 – 28 ອົງສາ.


ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 36 – 38 ອົງສາ.