25 ພຶດສະພາ ມີຜູ້ຕິດເຊື້ອ +56 ຄົນ ສະເພາະ ນວ ຍັງເປັນການລະບາດໃນຊຸມຊົນ ຍ້ອນຍັງມີການໄປມາຫາສູ່ກັນ

2056

ວັນທີ25ພຶດສະພາ ສປປລາວ ພົບກໍລະນີຕິດເຊື້ອໂຄວິດໃໝ່ 56ຄົນ(ນຳເຂົ້າ14ຄົນ) ນອນໃນ 6 ແຂວງ ເຊິ່ງເປັນຕົວເລກການຕິດເຊື້ອເພີ່ມຂຶ້ນຢ່າງໜ້າເປັນຫ່ວງ ໂດຍສະເພາະະນະຄອນຫຼວງວຽງຈັນ ກັບມາຢູ່ 2 ຕົວເລກອີກຄັ້ງ ຫຼັງຈາກທີ່ຢູ່ໃນລະດັບຕົວເລກດຽວມາເກືອບ 1 ອາທິດ. ດ້ານຄະນະສະເພາະກິດ ຮຽກນ້ອງໃຫ້ພວກເຮົາທຸກຄົນຈົ່ງໄດ້ເປັນເຈົ້າການ ແລະ ພ້ອມຈິດພ້ອມໃຈກັນ ປະຕິບັດທຸກມາດຕະການທີ່ ທາງຄະນະສະເພາະກີດວາງອອກຢ່າງເຂັ້ມງວດນຳກັນ

ໃນວັນທີ 25 ພຶດສະພາ 2021 ທ່ານ ດຣ. ນາງພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກວ່າ: ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ  1.878 ຄົນ, ປິ່ນປົວຫາຍດີທັງໝົດ 1.180 ຄົນ(ໃຫມ່47ຄົນ) ແລະ ຍັງນອນປິ່ນປົວຢູ່ໂຮງໝໍຈຳນວນ 696 ຄົນ.
ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 16 ຄົນ (15 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ແລະ ອີກ 1 ຄົນແມ່ນເປັນກໍລະນີນຳເຂົ້າມາຈາກປະເທດເພື່ອນບ້ານ); ແຂວງສະຫວັນນະເຂດ 10 ຄົນ ແລະ ແຂວງຈໍາປາສັກ 3 ຄົນນັ້ນແມ່ນກໍລະນີນຳເຂົ້າເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ; ສຳລັບ ແຂວງອຸດົມໄຊ 7 ຄົນ, ບໍ່ແກ້ວ 17 ຄົນ ແລະ ຜົ້ງສາລີ 3 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ.


ສຳລັບສະພາບການລະບາດໃນສປປລາວ ເຫັນວ່າ ການລະບາດ ຍັງສືບຕໍ່ ມີລາຍງານກໍລະນີໃໝ່ທຸກມື້ , ພ້ອມດຽວກັນ ໃນສັງຄົມຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ໄດ້ກີນເຂົ້າຊຸມກັນ ຈີ່ງເຮັດໃຫ້ມີສະພາບ ການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ ກໍເນື່ອງຈາກຜູ້ຕິດເຊື້ອບາງຄົນບໍ່ສະແດງອາການຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ. ຖ້າມີຜູ້ຕິດເຊື້ອເຂົ້າໄປເຮັດວຽກໃນສະຖານທີ່ ທີ່ມີຄົນຈຳນວນຫຼາຍ ອາດເຮັດໃຫ້ມີການຕິດເຊື້ອແຜ່ລະບາດເປັນວົງກ້ວາງແລະມີເຂດການຕິດເຊື້ອໃໝ່ເກີດຂື້ນ.


ດັ່ງນັ້ນ ເພື່ອບໍ່ຢາກໃຫ້ມີການສືບຕໍ່ ແລະ ແກ່ຍາວໄລຍະປະຕິ ມາດຕະການໄປຕື່ມອີກຫຼັງຈາກວັນທີ 4 ມິຖຸນາ ແລະ ເພື່ອ ຫຼຸດຜ່ອນຜົນກະທົບ ທີ່ເກີດຂຶ້ນ ໃນສັງຄົມ ຄືດັ່ງທີ່ພວກເຮົາ ປະສົບໃນປະຈຸບັນ ນີ້ ກໍຂໍໃຫ້ພວກເຮົາທຸກຄົນຈົງໄດ້ເປັນເຈົ້າການ ແລະ ພ້ອມຈິດພ້ອມໃຈກັນ ປະຕິບັດທຸກມາດຕະການທີ່ ທາງຄະນະສະເພາະກີດວາງອອກຢ່າງເຂັ້ມງວດນຳກັນ , ເປັນຕົ້ນ ແມ່ນປະຕິບັດ ການຮັດສາໄລຍະຫ່າງໃນສັງຄົມ ໃສ່ຜ້າອັດປາກ ອັດດັ່ງ ແລະ ລ້າງມີ ດ້ວບເຈວ ແລະເຫົ້າ70 ເລື້ອຍໆ

ຖ້າບໍ່ມີຄວາມຈຳເປັນ ກໍ່ບໍ່ອອກໄປທາງນອກບ່ອນທີ່ມີ ຊຸມຊົນແອອັດຫຈຳນວນຫຼາຍ , ແລະ ສິ່ງສຳຄັນທີ່ຕ້ອງເອົາໃຈໃສ່ແລະ ເປັນເຈົ້າການທີ່ສຸດນັ້ນ ແມ່ນວ່າ ຖ້າຫາກວ່າທ່ານໃດ ເປັນຜູ້ທີ່ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ເປັນຜູ້ທີ່ມີຄວາມສ່ຽງທີ່ໄດ້ຢູ່ ໃນສະຖານທີ່ຮ່ວມກັບຜູ້ຕິດເຊື້ອພະຍາດ ກໍຈົ່ງຮີບຮ້ອນໄປພົບແພດໝໍເພື່ອ ເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບແລະຄົນໃກ້ຊິດ ຈົນຄົບ 14ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາ ເປັນ (-) ກໍ່ແມ່ນໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິເພື່ອເປັນການ ຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຜູ້ອື່ນພ້ອມທັງ ຮັບປະກັນ ຄວາມປອດໄປຂອງໂຕທ່ານເອງ, ຄອບຄົວ ຄົນໃກ້ຊິດ ເວົ້າລວມກໍແມ່ນຂອງ ປະຊາຊົນລາວທຸກຄົນ, ເຮັດໃຫ້ ທຸກຄົນປອດໄພຈາກ ເຊື້ອພະຍາດໂຄວີດ 19 ແລະ ປະເທດຂອງພວກເຮົາກໍຈະຜ່ານພົ້ນຈາກວີກິດການພະຍາດລະບາດໃນຄັ້ງນີ້ໄປໄດ້.