ໂຄວິດຈະໝົດໄປຕ້ອງຮ່ວມໃຈຮັກສາໄລຍະຫ່າງ ຢ່າຟ້າວເປີດສາຮ້ານເສີມສວຍ

504

ນະຄອນຫຼວງເປັນຈຸດສູນກາງຂອງການລະບາດພະຍາດໂຄວິດ-19 ໃນຮອບສອງ ຮອດມື້ນີ້ຍັງບໍ່ສາມາດຄວບຄຸມໄດ້ເທື່ອ ແລະກຳລັງແຜ່ລາມໄປຍັງກຸ່ມເຮືອນເຊົ່າເຂົ້າຊື້ ກຸ່ມຜູ້ທຸກຍາກ ແລະຄອບຄົວຜູ້ເຖົ້າລູກຫຼານ ຍ້ອນທຸກຄົນຍັງຖືເບົາລະບໍ່ປະຕິບັດມາດຕະການທີ່ຂັ້ນເທິງວາງອອກຢ່າງເຄັ່ງຄັດ ຫຼ້າສຸດມີລາຍງານກວດພົບ 4 ຮ້ານບໍລິການເສີມສວຍ ແລະຕັດຜົມຢູ່ເມືອງສີໂຄດຍັງລະເມີດຄຳສັ່ງຂອງນະຄອນຫຼວງຢູ່.


ໃນວັນທີ 24 ພຶດສະພາ 2021, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຜ່ານທາງເບີວອດແອັບ ປກສ ນວ ວ່າ: ມີຮ້ານເສີມສວຍ ຢູ່ເຂດເມືອງສີໂຄດຕະບອງ ຫຼາຍຮ້ານຍັງເປີດໃຫ້ບໍລິການທີ່ເປັນການລະເມີດແຈ້ງການຂອງ ເຈົ້າຄອງ ນວ ໄດ້ວາງອອກ. ສະນັ້ນ, ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງສີໂຄດຕະບອງ ລົງກວດກາພົບເຫັນຮ້ານທີ່ຍັງເປີດບໍລິການມີ 4 ຮ້ານ; ເຈົ້າໜ້າທີ່ພ້ອມດ້ວຍອຳນາດການປົກຄອງບ້ານຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກມີດັ່ງນີ້: 1. ຮ້ານເສີມສວຍ ນາງ ການິນ ອາ ຍຸ 34 ປີ, ອາຊີບເສີມສວຍ ຕັ້້ງຢູ່ບ້ານໜອງດ້ວງໃຕ້; 2. ຮ້ານເສີມສວຍ ນາງ ດົ່ງທີ່ຈ່າງ ອາຍຸ 22 ປີ, ອາຊີບເສີມສວຍ, ສັນຊາດລາວ, ເຊື້ອຊາດຫວຽດນາມ ຕັ້ງຢູ່ບ້ານໜອງດ້ວງໃຕ້; 3. ຮ້ານຕັດຜົມ ທ ພອນສະຫວັນ ອາຍຸ 40 ປີ, ອາຊີບຊ່າງຕັດຜົມ, ຕັ້ງຢູ່ບ້ານທົ່ງປົ່ງ; 4. ຮ້ານ ເສີມສວຍ ນາງ ຫ່າ, ອາຍຸ 25 ປີ, ອາຊີບເສີມສວຍ, ສັນຊາດ-ເຊື້ອຊາດ ຫວຽດນາມ ຕັ້ງຢູ່ບ້ານທົ່ງປົ່ງ; ທັງ 4 ຮ້ານແມ່ນຢູ່ ເມືອງສີໂຄດຕະບອງ ນວ.

ຕໍ່ກັບບັນຫາດັ່ງກ່າວເຫັນວ່າທັງ 4 ຮ້ານ ແມ່ນລະເມີດແຈ້ງການ ເລກທີ 02/ຈນວ ທີ່ລະບຸໄວ້ໃນຂໍ້ 1.2 ມາດຕະການເພິ່ມເຕີມ, ຂໍ້ 1) ຫ້າມເປີດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ, ຮ້ານສະນຸກເກີ, ຮ້ານເກມທຸກປະເພດ, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ອື່ນໆ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ.


ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກຢ່າງເຂັ້ມງວດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ, ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ທີ່ກຳລັງແຜ່ລະບາດ ແລະ ຂໍໃຫ້ຊາວ ນວ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆ ໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະ ຄອນຫຼວງວຽງຈັນ