ກະໂລນີອົບຊີສ ໃສ່ໄມໂຄເວັບ ເມນູເຮັດກິນງ່າຍຍາມລັອກດາວ

719

ຫຼາຍໆຄົນໃນໄລຍະນີ້ອາດຈະເບື່ອທີ່ຢູ່ແຕ່ເຮືອນ ແລະ ກິນອາຫານເມນູເກົ່າຊ້ຳໄປຊ້ຳມາ. ມື້ນີ້ເຮົາໄດ້ເອົາເມນູທີ່ເຮັດກິນງ່າຍ ແລະ ປ່ຽນລົດຊາດອາຫານທາງເອີຣົບແດ່ຈັກໜ້ອຍມາຝາກທຸກຄົນ ຫວັງວ່າຈະຖືກໃຈທ່ານທີ່ຕ້ອງການເມນູໃໝ່ໆທີ່ເຮັດກິນງ່າຍໆ ພ້ອມແລ້ວເຮົາໄປເຮັດກິນກັນເລີຍ.

ສ່ວນປະສົມ ກະໂລນີອົບຊີສ

ກະໂລນີ້ 100 ກຣາມ

ຊີສ ( ຕາມໃຈມັກ )

ນົມ 100 ມິນລີລິດ

ພິກໄທດຳ 1/2 ບ່ວງຊາ

ນ້ຳດື່ມສະອາດ 1 ຖ້ວຍ

ເກືອ 1/2 ບ່ວງຊາ

ວິທີເຮັດກະໂລນີອົບຊີສ

1 ເອົາກະໂລນີໃສ່ຖ້ວຍຕື່ມນ້ຳສະອາດພໍໃຫ້ຖ້ວມກະໂລນີ, ໃສ່ເກືອເພື່ອປຸງລົດຊາດ ແລ້ວນຳເອົາເຂົ້າເຕົາໄມໂຄເວັບໃສ່ໄຟແຮງສຸດ ປະມານ 3 ນາທີ.

2 ແລ້ວເອົາອອກມາໃສ່ນົມໃຫ້ສູງປະມານ 1/2 ສ່ວນຂອງກະໂລນີ, ໃສ່ຊີສລົງໄປຄົນໃຫ້ເຂົ້າກັນ.

3 ໂຮຍໜ້າດ້ວຍຊີສອີກຄັ້ງ ແລ້ວເອົາເຂົ້າໄມໂຄເວັບ, ໃສ່ໄຟແຮງສຸດປະມານ 3 ນາທີ.

4 ໂຮຍພິກໄທດຳ ກໍຮຽບຮ້ອຍພ້ອມເສີບຮັບປະທານໄດ້ເລີຍ.

ທີ່ມາ: cooking.kapook.com