ມິກເຄລສັນ ຄວ້າແຊັມ ພີຈີເອ ແຊັມປ້ຽນຊິບ ສະໄໝທີ 2 ສ້າງສະຖິຕິນັກກ໊ອຟອາຍຸຫຼາຍສຸດທີ່ເຮັດໄດ້

792

ຟິລ ມິກເຄລສັນ ອະດີດນັກກ໊ອຟມື 2 ຂອງໂລກຊາວອາເມຣິກາ ຮຽກຟອມເກັ່ງໃນຕອນອາຍຸ 52 ປີດ້ວຍການຄວ້າແຊັມກ໊ອຟລາຍການໃຫຍ່ ພີຈີເອ ແຊັມປ້ຽນຊິບ ສະໄໝທີ 2 ຂອງຕົວເອງ ສ້າງປະຫວັດສາດເປັນນັກກ໊ອຟອາຍຸຫຼາຍທີ່ສຸດທີ່ຄວ້າແຊັມລະດັບເມເຈີ ໄດ້ສໍາເລັດເມື່ອວັນທີ 23 ພຶດສະພາ ທີ່ຜ່ານມາ.

ໃນການແຂ່ງຂັນມິກເຄລສັນ ແຊັມເກົ່າເມື່ອປີ 2005 ສ້າງຜົນງານໄດ້ໂດດເດັ່ນ ເຖິງຈະຕີເກີນໄປ 1 ໂອເວີພາ ເຮັດໃຫ້ຄະແນນລວມມີ 6 ອັນເດີພາ ແຕ່ດີພໍທີ່ຈະຄວ້າແຊັມໄປຄອງ ແລະ ເປັນແຊັມລາຍການທີ 2 ຂອງຕົວເອງ ພ້ອມຮັບເງິນລາງວັນໄປຄອງ 1,98 ລ້ານໂດລາ.

ການໄດ້ແຊັມລາຍການດັ່ງກ່າວເຮັດໃຫ້ ມິກເຄລສັນ ເກັບແຊັມລະດັບເມເຈີໄປຄອງເປັນສະໄໝທີ 6 ຕໍ່ຈາກ ແຊັມເດິ ມາສເຕີ 2004, 2006, 2010, ແຊັມ ພີຈີເອ ແຊັມປ້ຽນຊິບ 2005 ແລະ ແຊັມ ດິ ໂອເພັນ 2013 ພ້ອມທັງເປັນນັກກ໊ອຟອາຍຸຫຼາຍທີ່ສຸດທີ່ຄວ້າແຊັມລາຍການລະດັບເມເຈີໄປຄອງ ໃນຕອນອາຍຸ 52 ປີ ທໍາລາຍສະຖິຕິຂອງ ຈູເລຍສ໌ ໂບຣອສ ນັກກ໊ອຟທີ່ເສຍຊີວິດແລ້ວເຄີຍເຮັດໄວ້ເມື່ອປີ 1968 ດ້ວຍອາຍຸ 48 ປີ.