ອາໄລສຸດຊຶ້ງກັບການຈາກໄປຂອງການນຳອີກຄົນ ທ່ານ ຄຳຫຼ້າ ລີ້ງນະສອນ ອະດີດເຈົ້າແຂວງອຸດົມໄຊ

808

ທ່ານຄຳຫຼ້າ ລິ້ງນະສອນ ເປັນໜຶ່ງໃນບັນດາຜູ້ນຳໃນຍຸກປະຈຸບັນທີ່ໄດ້ອຸທິດຕົນຮັບໃຊ້ປະເທດຊາດ ພັດທະນາບ້ານເກີດເມືອງນອນ ທ່ານມີພື້ນຖານເປັນຄົນແຂວງອຸດົມໄຊ ແລະ ເຕີບໃຫຍ່ໃນແປວໄຟແຫ່ງການປະຕິວັດກ່ອນປະເທດຊາດໄດ້ຮັບການປົດປ່ອຍຫຼັງຈາກນັ້ນຈິ່ງອອກມາໃນສາຍປົກຄອງ ແລະຮັບການມອບໝາຍຈາກພັກ-ລັດໃຫ້ເຮັດຫຼາຍໜ້າທີ່ຕຳແໜ່ງກ່ອນຈະມາເປັນເຈົ້າແຂວງ ເຊິ່ງເປັນຕຳແໜ່ງຫຼ້າສຸດກ່ອນທີ່ທ່ານອອກຮັບບຳນານໃນປີ 2020 ບາດນີ້ທ່ານໄດ້ຈາກໄປຢ່າງບໍ່ມີວັນກັບມາອີກແລ້ວດ້ວຍໄວ 67 ປີ .


ທ່ານ ຄຳຫຼ້າ ລີ້ງນະສອນ ເກີດເມື່ອ ວັນທີ 15/07/1954 ທີ່ບ້ານກັນຫວ່າງ, ເມືອງແບງ, ແຂວງອຸດົມໄຊ. ເປັນບຸດຂອງ ທ່ານ ຫລັງ ແລະ ນາງ ແຊ້ມ ; ສະຫາຍໄດ້ສ້າງຄອບຄົວກັບ ນາງ ອ່ອນແສງ ລີ້ງນະສອນ, ມີລູກນຳກັນ 04 ຄົນ, ຊາຍ 3 ຄົນ ແລະ ຍິງ 1 ຄົນ. ປະຈຸບັນຢູ່ບ້ານໜອງວຽງຄຳ, ຮ່ອມ 14, ໜ່ວຍ 47, ເມືອງໄຊທານີ, ນະຄອນຫລວງວຽງຈັນ.


ການເຄື່ອນໄຫວປະຕິວັດແຕ່ລະໄລຍະ ໂດຍຫຍໍ້ດັ່ງນີ້:
ປີ 1957 – 1971 ເປັນນັກຮຽນຢູ່ບ້ານກັນຫວ່າງ, ເມືອງແບ່ງ, ແຂວງອຸດົມໄຊ.
ປີ 1971 – 1973 ເປັນທະຫານກອງຫຼອນປະຈຳຢູ່ຕາແສງບ້ານ ເມືອງແບ່ງ, ແຂວງອຸດົມໄຊ.
ປີ 1973 – 1975 ຮຽນບັນຊີການເງິນຊັ້ນຕົ້ນຢູ່ ແຂວງອຸດົມໄຊ.
ປີ 1975 – 1978 ຖືກຊັບຊ້ອນເຂົ້າເຮັດວຽກຢູ່ຫ້ອງວ່າການປົກຄອງແຂວງ, ເປັນໃກ້ສິດ-ຕິດຕໍ່ໃຫ້ເຈົ້າແຂວງອຸດົມໄຊ (ທ່ານ ບຸນທັນ ວັນນະພົນ), ທັງຖືກມອບໝາຍເປັນພະນັກງານການເງິນບໍລິຫານ ຢູ່ຫ້ອງວ່າການປົກຄອງ ແຂວງອຸດົມໄຊ.


ປີ 1978 – 1979 ຖືກຊັບຊ້ອນໄປບຳລຸງວັດທະນະທຳ ຢູ່ໂຮງຮຽນວັດທຳທະນະທຳແຂວງອຸດົມໄຊ.
ປີ 1979 – 1987 ຖືກຊັບຊ້ອນໄປຮຽນທິດສະດີຊັ້ນສູງຢູ່ ສສ ຫວຽດນາມ.
ປີ 1987 – 1990 ລົງກໍ່ສ້າງຮາກຖານຢູ່ແຂວງໄຊຍະບູລີ (ໄລຍະປັບປຸງແຂວງໄຊຍະບູລີ).
ປີ 1990 – 1997 ຖືກແຕ່ງຕັ້ງເປັນຮອງປະທານກວດກາພັກ-ລັດແຂວງອຸດົມໄຊ.
ປີ 1997 – 2002 ຖືກແຕ່ງຕັ້ງເປັນກຳມະການພັກແຂວງ, ຫົວໜ້າພະແນກແຮງງານສະຫວັດດີການສັງຄົມແຂວງອຸດົມໄຊ.
ປີ 2002 – 2005 ຖືກແຕ່ງຕັ້ງເປັນກຳມະການພັກແຂວງ ທັງເປັນເລຂາພັກເມືອງ-ເຈົ້າເມືອງຮຸນ, ແຂວງອຸດົມໄຊ.
ປີ 2005 – 2010 ຖືກແຕ່ງຕັ້ງເປັນຮອງເລຂາພັກແຂວງ ທັງເປັນຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ.
ປີ 2010 – 2015 ກອງປະຊຸມໃຫຍ່ຄັ້ງທີ Ⅸ ຂອງພັກ ສະຫາຍ ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ ທັງຖືກແຕ່ງຕັ້ງເປັນເລຂາພັກແຂວງເຈົ້າແຂວງອຸດົມໄຊ.


ປີ 2015 – 2020 ຖືກແຕ່ງຕັ້ງເປັນຮອງປະທານສູນກາງແນວລາວສ້າງຊາດ ສະໄໝທີⅩ, ເປັນຮອງປະທານສະມາຄົມມິດຕະພາບລາວ-ສປປ ເກົາຫຼີ. ວັນທີ 04 ມິຖຸນາ 2020 ຍ້ອນສຸຂະພາບ ແລະ ອາຍຸກະສຽນ ສະຫາຍຈຶ່ງໄດ້ຂໍອອກພັກການ
ຮັບອຸດໜູນບຳນານ ຕາມລະບຽບການຂອງພັກ-ລັດ.

ນະຄອນຫຼວງວຽງຈັນ, ວັນທີ 24 ພຶສະພາ 2021, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສູນກາງແນວລາວສ້າງຊາດ, ແຂວງອຸດົມໄຊ ແຈ້ງຂ່າວເສົ້າສະຫຼົດໃຈກ່ຽວກັບການມໍລະນະກຳ ຂອງ ສະຫາຍ ຄຳຫຼ້າ ລີ້ງນະສອນ
ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ, ແຂວງອຸດົມໄຊ ແລະ ຄອບຄົວລີ້ງນະສອນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະ ນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ: ສະຫາຍ ຄຳຫຼ້າ ລີ້ງນະສອນ ອະດີດກຳ ມະການສູນກາງພັກ ສະໄໝທີ Ⅸ, ອະດີດເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ແລະ ອະດີດຮອງປະທານສູນກາງແນວລາວສ້າງຊາດ ພະນັກງານບຳນານ. ພາຍຫຼັງ ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງການຈັດຕັ້ງ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈຶ່ງໄດ້ເສຍຊີວິດໃນເວລາ 03 ໂມງ 07 ນາທີ ຂອງວັນທີ 24 ພຶດສະພາ 2021 ລວມອາຍຸໄດ້ 67 ປີ.


ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ຄຳຫຼ້າ ລີ້ງນະສອນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນບັນດາພະນັກ ງານການນຳຂັ້ນສູງຂອງພັກ-ລັດ.
ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ແຂວງອຸດົມໄຊ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 04 ວັນ ນັບແຕ່ວັນທີ 24 ພຶດສະພາເຖິງວັນທີ 27 ພຶດສະພາ 2021,ປັດຈຸບັນສົບຂອງເພິ່ນໄດ້ບຳເພັນກຸສົນໄວ້ຢູ່ທີ່ເຮືອນຂອງເພີ່ນເອງ ທີ່ບ້ານ ໜອງວຽງຄໍາ ຮ່ອມ 14, ໜ່ວຍ 47, ເມືອງໄຊທານີ ນະຄອນຫລວງວຽງຈັນ. ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 27 ພຶດສະພາ 2021, ເວລາ 13 ໂມງ 00 ນາທີ ທີ່ວັດປ່າ ໜອງວຽງຄຳ, ເມືອງໄຊທານີ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.