ເດືອນເມສາ ລາວຂາດດູນການຄ້າກວ່າ 60 ລ້ານໂດລາ

533

ມູນຄ່າການຄ້າຂອງປະເທດເຮົາປະຈໍາເດືອນເມສາ ປີ2021 ບັນລຸ 900 ກວ່າລ້ານ ໃນນັ້ນ ນໍາເຂົ້າມີ 491ລ້ານໂດລາ ໃນນັ້ນອຸປະກອນກົນຈັກມີມູນຄ່າສູງກວ່າ 61 ລ້ານໂດລາ. ສ່ວນມູນຄ່າການສົ່ງອອກມີ 427 ລ້ານໂດລາ ໃນນັ້ນຄໍາແທ່ງເປັນສິນຄ້າຫຼັກ ມີມູນຄ່າ 74 ລ້ານໂດລາ, ເຮັດໃຫ້ລາວຂາດດູນການຄ້າ 64 ລ້ານໂດລາສະຫະລັດ.


ອີງຕາມຂໍ້ມູນຂອງສູນຂ່າວສານທາງການຄ້າຂອງ ສປປລາວ ກະຊວງ ອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ເມສາ ປີ 2021 ບັນລຸໄດ້ປະມານ 918 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 491 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 64 ລ້ານໂດລາສະຫາລັດ.


ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 427 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ຄໍາປະສົມ (ຄຳແທ່ງ) ມີມູນຄ່າປະມານ 74 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ.


ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 491 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 38 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 61 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ ແລະ ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ.


ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 192 ລ້ານໂດລາສະຫະລັດ, ຫວຽດນາມ 76 ລ້ານໂດລາສະຫະລັດ, ໄທ 64 ລ້ານໂດລາສະຫະລັດ, ສະວິດເຊີແລນ 15 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ..
5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 233 ລ້ານໂດລາສະຫະລັດ, ຈີນ 108 ລ້ານໂດລາສະຫະລັດ, ຫວຽດນາມ 40 ລ້ານໂດລາສະຫະລັດ, ຢີ່ປຸ່ນ 15 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 26 ລ້ານໂດລາສະຫະລັດ.


ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.