24 ພຶດສະພາ ມີຜູ້ຕິດເຊື້ອ +21 ຄົນ ຜ່ານມາກຸ່ມສ່ຽງບໍ່ຮູ້ວ່າຕົນເອງຕິດເຊື້ອ ຍັງໄປມາຫາສູ່ກັນ ອັນພາໃຫ້ມີການລະບາດຊຸມຊົນ

1618

ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນປະເທດລາວ ໃນວັນທີ 24 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອເພີ່ມ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 21 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 9 ຄົນ; ຢູ່ສະຫວັນນະເຂດ 1 ຄົນ(ນຳເຂົ້າ), ຈຳປາສັກ 10 ຄົນ (ນຳເຂົ້າ) ແລະ ແຂວງອຸດົມໄຊ 1 ຄົນ. ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.822 ຄົນ, ເສຍຊີວິດສະສົມ 2 ຄົນ.

ໃນວັນທີ 24 ພຶດສະພາ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫລງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 1.822 ຄົນ, ປິ່ນປົວຫາຍດີທັງໝົດ 1.133 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍຈຳນວນ 687 ຄົນ, ສະເພາະມື້ນີ້ແມ່ນມີຜູ້ອອກໂຮງໝໍຈຳນວນ 59 ຄົນ, ຜ່ານການເກັບຕົວຢ່າງໃນວັນທີ 23 ພຶດສະພາ 2021 ຈຳນວນ 1.126 ຕົວດຢ່າງ ຜົນກວດພົບຜູ້ຕິດເຊື້ອຈຳນວນ 21 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 9 ຄົນ; ຢູ່ສະຫວັນນະເຂດ 1 ຄົນ, ຈຳປາສັກ 10 ຄົນ ແລະ ແຂວງອຸດົມໄຊ 1 ຄົນ.


ທ່ານໃຫ້ຮູ້ວ່າ: ສຳລັບສູນຈຳກັດບໍລິເວນທົ່ວປະເທດຍັງມີທັງໝົດຈຳນວນ 44 ສູນ ມີຜູ້ຈຳກັດບໍລິເວນ 3.226 ຄົນ, ໃນຈຳນວນ 9 ຄົນທີ່ຕິດເຊື້ອຢູ່ໃນນະຄອນຫຼວງວຽງຈັນ ຍັງເປັນການແຜ່ເຊື້ອໃນຊຸມຊົນ ຜ່ານມາຜູ້ຕິດເຊື້ອ ຫຼື ຜູ້ຢູ່ໃນກຸ່ມສ່ຽງກໍ່ບໍ່ຮູ້ວ່າຕົນເອງຕິດເຊື້ອກໍ່ໄດ້ໄປສະຖານທີ່ນັ້ນນີ້ ແລະ ຊຸມແຊວກັບຄົນອື່ນອັນໄດ້ເຮັດໃຫ້ມີການລະບາດໃນຊຸມຊົນເປັນວົງກວ້າງ, ສປປ ລາວ ເຮົາ ເກີດການລະບາດໃນຊຸມຊົນ ນັບແຕ່ເດືອນ ເມສາ 2021 ເປັນຕົ້ນມາ ເນື່ອງຈາກ ພົບວ່າເປັນສາຍພັນອັງກິດເຮັດໃຫ້ການຕິດເຊື້ອໄດ້ງ່າຍ, ບໍ່ມີອາການສະແດງອອກ ແລະ ແຜ່ລະບາດໄປຫຼາຍແຂວງ, ເມືອງ ແລະ ບ້ານ. ເນື່ອງຈາກປະຊາຊົນບາງກຸ່ມຍັງບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນຕໍ່ຄໍາແນະນໍາ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວ່າງອອກ ແລະ ຍັງບໍ່ຮູ້ວ່າຕົນເອງຕິດເຊື້ອ ຫລື ສຳພັດໃກ້ຊິດກັບຜູ້ຕິດເຊຶື້ອ ແລະ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈຶ່ງເຮັດໃຫ້ມີການເກີດລະບາດເປັນຈຸ້ມ ຢູ່ໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ໃນສຳນັກງານອົງການ, ບໍລິສັດ ແລະ ອື່ນໆ.

ທ່ານກ່າວຕື່ມວ່າ: ຕໍ່ກັບສະພາບການລະບາດດັ່ງກ່າວໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງທີ່ພົບການຕິດເຊື້ອສາຍພັນໃໝ່ ເຊີ່ງເປັນສີ່ທ້າທາຍທີ່ຈະມີການນຳເອົາເຊື້ອພະຍາດດັ່ງກ່າວເຂົ້າມາ ສປປລາວ, ເພື່ອສະກັດກັ້ນໄດ້ຈີ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຊ່ວຍເປັນຫູເປັນຕາເດັດຂາດບໍ່ໃຫ້ມີຜູ້ລັກລອບເຂົ້າປະເທດໂດຍບໍ່ຖືກກົດໝາຍ, ສຳລັບບັນດາແຮງງານລາວ ແລະ ຜູ້ທີ່ມີຄວາມຈຳເປັນເດີນທາງເຂົ້າມາໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດກໍ່ໃຫ້ປະຕິບັດມາດຕະການຢ່າງເຄັ່ງຄັດໂດຍເຂົ້າຈຳກັດບໍລິເວນຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ໃຫ້ຄົບ 14 ວັນພ້ອມທັງກວດຫາເຊື້ອພະຍາດ.