ຜັກເຊີນາລີ ປູກງ່າຍຂາຍດີມີກໍາໄລງາມ

743

ພືດຜັກຊະນິດຕ່າງໆຈະມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປູກ-ບົວລະບັດຮັກສາແຕກຕ່າງກັນໃນນັ້ນພືດບາງຊະນິດມັກນໍ້າຫຼາຍບາງຊະນິດມັກນໍ້າໜ້ອຍ ລວມທັງການຈະເລີນເຕີບໃຫຍ່ກໍຈະໃຊ້ເວລາບໍ່ເທົ່າກັນ.

ຄໍລຳກະສິກຳມື້ນີ້ ຈະນຳພາທ່ານຜູ້ອ່ານໄປຮູ້ຈັກວິທີການປູກຜັກເຊີນາລີ ເພື່ອທ່ານໃດທີ່ສົນໃຈຈະເປັນປະໂຫຍດ ແລະ ບົດຮຽນໃນການປູກພືດກະສິກຳຊະນິດນີ້.

ໃນຂັ້ນຕອນທຳອິດໃນການປູກຜັກເຊີນາລີເຮົາກໍຂຸດດິນຕາກແດດແລ້ວແປງເປັນໜານ ຈາກນັ້ນກໍຫວ່ານເມັດຜັກເຊີນາລີຢາຍໃຫ້ທົ່ວ, ເອົາຂີ້ແກບປົກລົງໃສ່ໜານທີ່ເຮົາຫວ່ານແກ່ນຜັກເຊີນາລີໂດຍສະເລ່ຍ ແກນຜັກສອງປ໋ອງສາມາດຫວ່ານໄດ້ປະມານສອງໜານ (ແຕ່ກໍຂຶ້ນກັບຂະໜາດຂອງໜານຈະສັ້ນ ຫຼື ຍາວ) ຈາກນັ້ນຫົດນໍ້າໃຫ້ຊຸ່ມ ຕາມດ້ວຍກາານຫົດນ້ຳເຊົ້າ-ແລງໃນແຕ່ລະມື້.

No photo description available.

ຫຼັງຈາກຫວ່ານເມັດພືດປະມານ 1 ອາທິດປາຍ ກໍຈະສັງເກດເຫັນເມັດພືດສາມາດແຕກງອກອອກໄດ້, ປະມານສອງທິດ ກໍຈະເຫັນເປັນຕົ້ນພືດອ່ອນ ເຮົາກໍສາມາດ ຫວ່ານປຸ໋ຍຊີວະພາບເພື່ອໃຫ້ຕົ້ນພືດຂອງເຮົາແຂງແຮງ ແລະ ເຕີບໃຫຍ່ໄວຂຶ້ນ. ແຕ່ໃນການປູກຜັກເຊີນາລີນີ້ ຈະແຕກຕ່າງຈາກພືດຊະນິດອື່ນເພາະເປັນຜັກທີ່ມີກິ່ນຂິວເລັກຫນ້ອຍເຮັດໃຫ້ສັດຕູພືດບໍ່ມັກມາກັດກິນ.

ໃນຂະນະທີ່ຕົ້ນພືດອ່ອນກໍາລັງປົ່ງໃໝ່ນັ້ນເຮົາກໍນຳເອົາຝຸ່ນ ຫຼື ປຸ໋ຍຊີວະພາບປະສົມນໍ້າມາຫົດໃສ່ເພື່ອໃຫ້ຜັກມີຄວາມງົດງາມ ແລະ ໃຫ້ໄດ້ຮັບຜົນດີໄດ້.

No photo description available.

ການບົວລະບັດຮັກສາໃນການປູກນີ້ບໍ່ມີຄວາມຫຍຸ້ງຍາກຫຼາຍປານໃດເພາະວ່າແມງໄມ້ຊະນິດອື່ນໆບໍ່ມາກັດ, ຖ້າແມ່ນການປູກຜັກກາດ ຫຼື ຜັກຊະນິດອື່ນໆ ໝັດ ຫຼື ເພ້ຍມັກຈະເຂົ້າລົບກວນ ແຕ່ຜັກຊະນິດນີ້ສາມາດປອດໄພຈາກສັດຕູພືດຊະນິດຕ່າງໆ. ໃນການຫົດນ້ຳເພື່ອບົວລະບັດ ເຮົາກໍສາມາດຫົດເຊົ້າ ແລະ ແລງໄດ້ ເພື່ອໃຫ້ຜັກມີ ຄວາມຊຸ່ມຊື່ນຕະຫຼອດເວລາ. ຖ້າເຮົາຫົດນ້ຳ, ໃສ່ຝຸ່ນ, ໃສ່ປຸ໋ຍ ແລະ ຫຼົກຫຍ້າສະໝໍ່າສະເໝີ ໄລຍະການປູກປະມານເດືອນກວ່າພືດກໍຈະເຕີບໂຕສົມບູນ, ສາມາດຕອບສະໜອງຜົນຜະລິດໄດ້ ແລະ ຂາຍໄດ້ລາຄາກຳໄລດີ.

May be an image of text

ເວົ້າໄດ້ວ່າ ການປູກຜັກເຊີນາລີແມ່ນມີຄວາມງ່າຍ ແລະ ຮັກສາໄດ້ງ່າຍເນື່ອງຈາກແມງໄມ້ບໍ່ລົບກວນ ທີ່ສໍາຄັນໄປ ກວ່ານັ້ນຈະໃຊ້ຕົ້ນທຶນບໍ່ສູງຂໍພຽງແຕ່ມີພື້ນທີ່ ແລະ ມີເວລາບົວລະບັດ ແມ່ນສາມາດປູກ ແລະ ຂາຍເປັນສິນຄ້າໄດ້ກໍາໄລງາມອີກຕ່າງຫາກ.

APB