ຍອດສົ່ງອອກຂອງອິນໂດເນເຊຍ ເພີ່ມຂຶ້ນເກືອບ 52%

219

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການເປີດເຜີຍຂອງສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍ ໃຫ້ຮູ້ວ່າ: ຍອດສົ່ງອອກຂອງອິນໂດເນເຊຍ ເພີ່ມຂຶ້ນ 51,94% ເມື່ອທຽບປີຕໍ່ປີ ຈຸລະດັບ 18,48 ຕື້ໂດລາສະຫະລັດ ເພີ່ມຂຶ້ນຫຼາຍທີ່ສຸດໃນຮອບ 11 ປີ ແລະ ສູງກວ່າທີ່ນັກວິເຄາະຄາດການໄວ້ 41%.

ສ່ວນຍອດນຳເຂົ້າ ເພີ່ມຂຶ້ນ 29,93% ເມື່ອທຽບໃສ່ປີຕໍ່ປີ ຈຸລະດັບ 16,29 ຕື້ໂດລາສະຫະລັດ ແລະ ສູງກວ່ານັກວິເຄາະຄາດການໄວ້ ເຊິ່ງຄາດວ່າຈະເພີ່ມຂຶ້ນ 29,81%. ນອກຈາກນີ້, ຍອດເກີນດຸນການຄ້າໃນເດືອນເມສາຢູ່ທີ່ 2,19 ຕື້ໂດລາສະຫະລັດ ເພີ່ມຂຶ້ນຈາກຍອດເກີນດຸນໃນເດືອນກ່ອນທີ່ 1,56 ຕື້ໂດລາສະຫະລັດ ຫຼາຍກວ່າທີ່ຄາດການໄວ້ 1 ຕື້ໂດລາສະຫະລັດ ຫຼັງຈາກໄດ້ຮັບແຮງໜູນຈາກລາຄາສິນຄ້າປະເພດນ້ຳມັນປາມ ແລະ ຖ່ານຫີນ.