“ ຊຸບຜັກ ” ອາຫານງ່າຍໆ ຜັກຫາໄດ້ຕາມຮົ້ວເຮືອນ ຫຼື ສວນຫຼັງເຮືອນ

793

ຊຸບຜັກເປັນອາຫານລາວ, ອາຫານບ້ານໆທີ່ດີຕໍ່ສຸຂະພາບ ແລະ ເຕັມໄປດ້ວຍວິຕາມິນ ແຖມລົດຊາດແຊບແບບລາວໆ.

ສ່ວນປະກອບ

ຜັກລວມມິດ 1 ຖ້ວຍ

ເຫັດນາງລົມສົດ 1 ຖ້ວຍນ້ອຍ ຫຼື ໃສ່ເຫັດອື່ນກໍໄດ້

ເກືອເມັດໃຫຍ່ 1 ບ່ວງກາເຟ

ແປ້ງນົວ 1 ບ່ວງກາເຟ

ນ້ຳປາ 1 ບ່ວງແກງ    ( ໃຜມັກໃສ່ປາແດກແທນກໍໄດ້ )

ຂີງສົດ 1 ຖ້ວຍນ້ອຍ ( ໃຫ້ເອົາຂີງນ້ອຍຈະຫອມແຊບດີ )

ເຜັດຜົງ 1 ບ່ວງແກງ ( ມັກເຜັດໃສ່ຫຼາຍ )

ງາຂົ້ວ 1 ບ່ວງແກງ ( ຕຳມຸ່ນ )

ນ້ຳ 1 ລິດ ໃຊ້ໄວ້ລວກຜັກ

ວິທີເຮັດ

1 ຕົ້ມນ້ຳໃຫ້ຟົດແລ້ວເອົາຜັກ ແລະ ເຫັດລົງລວກ ປະມານ 5 ນາທີ ແລ້ວຕັກອອກ.

2 ຕຳຂີງ, ເກືອ, ແປ້ງນົວ ( ໃສ່ກະທຽມຖ້າມັກ ) ຕຳໃຫ້ແຫຼກແລ້ວໄປຄົນໃສ່ຜັກທີ່ລວກໄວ້ນັ້ນ, ໃສ່ນ້ຳປາ ແລະ ເຜັດປົ່ນ ຄົນໃຫ້ເຂົ້າກັນແລ້ວຈຶ່ງໃສ່ງາຂົ້ວຕຳ ຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ.

3 ຕັກໃສ່ຈານແລ້ວໂຮຍດ້ວຍງາຕຳ ພຽງເທົ່ານີ້ກໍພ້ອມແຊບໄດ້ເລີຍ.

ທີ່ມາ:www.zap.la