ວິທີກຳຈັດເຊື້ອຣາໃນແອ ຈົບບັນຫາກິ່ນເໝັນອັບໃນເຮືອນ ແລະ ໄພຮ້າຍໃກ້ຕົວ

24 May 2021

ຄລິກແຊຣ໌ 0 Facebook WhatsApp

ແອເລີ່ມມີກິ່ນເໝັນຢ່າປ່ອຍໄວ້ ເພາະນັ້ນຄືສັນຍານຂອງເຊື້ອຣາຮ້າຍ ມາຮູ້ຈັກວິທີກຳຈັດເຊື້ອຣາໃນແອ ເພື່ອຄືນອາກາດບໍລິສຸດໃນເຮືອນຂອງເຮົາກັນ.

ເຄື່ອງປັບອາກາດ ຫຼື ແອ ເຄື່ອງໃຊ້ໄຟຟ້າປະຈຳເຮືອນທີ່ໃຫ້ຄວາມເຢັນ ຄາຍຄວາມຮ້ອນໃນໄລຍະລະດູຮ້ອນຫຼາຍຄົນຕິດແອຫຼາຍ ເປີດໝົດມື້ໝົດຄືນໃຊ້ງານແອຢ່າງໜັກ ແຕ່ບໍ່ເບິ່ງແຍງທຳຄວາມສະອາດເລີຍ ອາດເກີດເປັນເຊື້ອຣາໃນຊ່ອງແອ ເຮັດໃຫ້ມີກິ່ນເໝັນອັບແປກໆ ປະໄວ້ດົນຄົງຈະບໍ່ດີແນ່ນອນ ຢ່າລໍຊ້າມາເບິ່ງວິທີກຳຈັດເຊື້ອຣາໃນຊ່ອງແອທີ່ນຳມາຝາກໄປພ້ອມກັນເລີຍ.

ສາເຫດຂອງເຊື້ອຣາໃນຊ່ອງແອ

ເນື່ອງຈາກແອທີ່ບໍ່ສາມາດລະບາຍຄວາມຊຸ່ມອອກມາໄດ້ທັງໝົດ ແລະ ບາງສ່ວນຂອງແອທີ່ປຽກຊຸ່ມຢູ່ສະເໝີ ເຊັ່ນ: ທໍ່ນ້ຳຖິ້ມ, ຖາດນ້ຳຖິ້ມ, ຟອງນ້ຳທີ່ຫຸ້ມສະນວນ, ແຜນກອງຟິວເຕີ ແລະ ຈຸດອັບຕ່າງໆໃນລະບົບການເຮັດວຽກຂອງແອ ມັກຈະເປັນແຫຼ່ງເພາະເຊື້ອຣາຈຳນວນຫຼາຍ, ນອກຈາກນີ້ຄວາມຊຸ່ມພາຍນອກຕົວເຄື່ອງ ເຊັ່ນ: ການວາງພາຊະນະໃສ່ນ້ຳໄວ້ໃນຫ້ອງ ເປັນຕົ້ນຕູ້ປາ, ຖັງຕົ້ນໄມ້ ກໍມີສ່ວນເຮັດໃຫ້ຄວາມຊຸ່ມໃນຫ້ອງເພີ່ມສູງຂຶ້ນນຳ.

ເມື່ອເກີດການສະສົມຂອງເຊື້ອຣາເປັນເວລາດົນ ບາງຄັ້ງຈະເຮັດໃຫ້ການເຮັດວຽກຂອງແອຜິດປົກກະຕິ ເຊັ່ນ: ມີກິ່ນເໝັນອັບອອກມາເຖິງຕອນນີ້ຫຼາຍຄົນຈຶ່ງເລືອກໃຊ້ການລ້າງແອ ເພາະຄິດວ່າຈະສາມາດກຳຈັດເຊື້ອຣາໄດ້ ອາດຈະເຮັດໃຫ້ກິ່ນເຊົາໄປໃນໄລຍະທຳອິດ ແຕ່ຈັກໜ້ອຍບັນຫາເກົ່າກໍຈະກັບມາອີກ ເພາະເຊື້ອຣາບາງຈຸດສະສົມຫຼາຍຈົນກິນເນື້ອ ພລາສຕິກໄປແລ້ວ, ດັ່ງນັ້ນບໍ່ວ່າຈະລ້າງແອແນວໃດກໍບໍ່ສາມາດກຳຈັດກິ່ນເໝັນໄດ້ຖາວອນນັ້ນເອງ.

ອັນຕະລາຍຈາກເຊື້ອຣາໃນຊ່ອງແອ

ການປ່ອຍໃຫ້ມີເຊື້ອຣາໃນຊ່ອງແອ ແລະ ບໍ່ເບິ່ງແຍງລ້າງທຳຄວາມສະອາດ ຈະເຮັດໃຫ້ພາຍໃນເຄື່ອງ ແລະ ທໍ່ແອເປັນແຫຼ່ງເພາະເຊື້ອພະຍາດທັງເຊື້ອຣາ, ແບັດທີເຣຍ ແລະ ໄວຣັສ ແລະ ເມື່ອເຮົາຢູ່ໃນຫ້ອງທີ່ມີເຊື້ອຣາ ສູດອາກາດທີ່ປົນເປື້ອນເຂົ້າໄປເປັນເວລາດົນອາດເຮັດໃຫ້ເກີດພະຍາດ ຫຼື ອາການເຈັບປ່ວຍຕ່າງໆ ເຊັ່ນ: ຫອບຫືດ, ໄອ, ຈາມ, ແໜ້ນໜ້າເອິກ, ລະຄາຍເຄືອງຕາ, ເຈັບຄໍ ລວມເຖິງອາການທາງຜິວໜັງທີ່ຕ້ອງຢູ່ໃນອາກາດທີ່ປຽກຊຸ່ມເປັນເວລາດົນ ເຊັ່ນ: ຜື່ນຄັນ, ກາກເກື້ອນ ແລະ ນອກຈາກອາການເຫຼົ່ານີ້ແລ້ວຍັງມີພະຍາດອັນຕະລາຍອື່ນໆດັ່ງຕໍ່ໄປນີ້:

ພະຍາດທາງເດີນຫາຍໃຈ: ພູມແພ້, ຜື່ນແດງ ແລະ ຜິວໜັງອັກເສບ ເພາະຫ້ອງແອເປັນຫ້ອງທີ່ປິດແໜ້ນ ອາກາດບໍ່ຖ່າຍເທເຢັນ, ອັບຊຸ່ມ ແລະ ແຫ້ງ, ນອກຈາກນີ້ຖ້າຢູ່ໃນຫ້ອງແອທີ່ມີເຊື້ອຣາ ຫຼື ຝຸ່ນເປັນເວລາດົນ ອາດຈະເປັນໂຕເລັ່ງໃຫ້ຮ່າງກາຍແພ້ ແລະ ເກີດຜື່ນໄດ້ງ່າຍ.

ວິທີກຳຈັດເຊື້ອຣາໃນຊ່ອງແອ ເພື່ອຫຼຸດກິ່ນເໝັນອັບ

1 ແອໃນເຮືອນທີ່ຢູ່ອາໄສ

ສາມາດທຳຄວາມສະອາດສ່ວນຕ່າງໆຂອງແອຕັ້ງແຕ່ຖາດຖິ້ມນ້ຳ ຄວນເທນ້ຳຖິ້ມ ແລະ ລ້າງທຸກໆ 1 – 2 ອາທິດ ປ້ອງກັນບໍ່ໃຫ້ມີໄຄມາເກາະ ແລະ ຖອດແຜ່ນກອງອາກາດມາລ້າງທຳຄວາມສະອາດດ້ວຍນ້ຳສະອາດ, ນ້ຳສະບູ ຫຼື ນ້ຳປະສົມນ້ຳຢາລ້າງຈານ ຫຼື ສະບູຝຸ່ນພຽງເລັກໜ້ອຍເປັນປະຈຳທຸກເດືອນ ຫາກທຳ ຄວາມສະອາດຕາມຂັ້ນຕອນດັ່ງກ່າວແລ້ວຍັງມີກິ່ນເໝັນຢູ່ ຄວນຕິດຕໍ່ຊ່າງເພື່ອມາທຳຄວາມສະອາດເຕັມຮູບແບບ ສຳລັບແອທີ່ໃຊ້ເປັນປະຈຳຄວນລ້າງແບບເຕັມຮູບແບບທຸກໆ 6 ເດືອນ ຫຼື ຢ່າງໜ້ອຍປີລະຄັ້ງ.

2 ແອລະບົບລວມ

ໂດຍວິທີການທຳຄວາມສະອາດຄື ເມື່ອບໍ່ໄດ້ໃຊ້ງານແລ້ວໃຫ້ປ່ອຍນ້ຳຖິ້ມອອກຈາກຫໍຫຼໍ່ເຢັນໃຫ້ແຫ້ງດີ, ຂັດຖູກຳຈັດຄາບໄຄຕະກອນຕ່າງໆ ຕື່ມນ້ຳຢາຂ້າເຊື້ອພະຍາດທີ່ປະສົມຄໍລີນຄວາມເຂັ້ມຂຸ້ນ 10 ppm ( 10 ສ່ວນໃນລ້ານສ່ວນ ) ເພື່ອຂ້າເຊື້ອຣາ ສີດເຂົ້າໄປທີ່ຫໍຜື່ງເຢັນ ແລະ ຖິ້ມໄວ້ປະມານ 3 ຊົ່ວໂມງເຄິ່ງ, ຈາກນັ້ນໃຫ້ລະດັບຄວາມເຂັ້ມຂຸ້ນຂອງຄໍລີນບໍ່ໜ້ອຍກວ່າ 0.2 ppm ລວມເຖິງໝັ່ນທຳຄວາມສະອາດຖາດຮອງນ້ຳທີ່ຍ້ອຍຈາກທໍ່ເຢັນເປັນປະຈຳ ຫຼື ຢ່າງໜ້ອຍ 1 – 2 ຄັ້ງຕໍ່ເດືອນ ປ້ອງກັນບໍ່ໃຫ້ເກີດໄຄ ຫຼື ເຊື້ອຣາໄດ້.

ເມື່ອນັ່ງຫຼິ້ນໃນຫ້ອງທີ່ມີແອເຢັນໆແລ້ວ ກໍຢ່າລືມສັງເກດວ່າແອມີກິ່ນອັບແປກໆ ຫຼື ບໍ່ ເພາະຖ້າມີບໍ່ຄວນປ່ອຍປະ ຫຼື ຖິ້ມໄວ້ ເພາະອາດຈະເກີດເປັນເຊື້ອຣາທີ່ສົ່ງຜົນເສຍຕໍ່ສຸຂະພາບ ເຮັດໃຫ້ລະບົບທາງເດີນຫາຍໃຈຂອງທ່ານບໍ່ດີ, ດັ່ງນັ້ນຈຶ່ງຄວນໝັ່ນລ້າງແອເປັນປະຈຳເພື່ອໃຫ້ໄດ້ອາກາດທີ່ເຢັນ, ບໍລິສຸດ ແລະ ດີຕໍ່ຮ່າງກາຍ.

ທີ່ມາ: home.kapook.com/view241129.html

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ