ນະຄອນຫຼວງວຽງຈັນ ອອກຂໍ້ຫ້າມເພີ່ມຕື່ມ ເພື່ອປ້ອງກັນພະຍາດໂຄວິດ-19 ໂດຍຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ

729

ໃນວັນທີ 23 ພຶດສະພາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໄດ້ຮ່ວມຖະແຫຼງປະຈຳວັນກັບຄະນະສະເພາະກິດ ຂັ້ນສູງກາງ ທີ່ກະຊວງສາທາລະນະສຸກ.

ທ່ານ ພູວົງ ວົງຄຳຊາວ ກ່າວວ່າ:ເຈົ້າຄອງນະຄອນຫຼວງວຽງຈັນໄດ້ແຈ້ງການເລກທີ 02/ຈນວ ລົງວັນທີ 21 ພຶດສະພາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນໄລຍະວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021.  ມີລາຍລະອຽດດັ່ງນີ້

ບັດມາດຕະການລວມ ຄື:                                                                                                       1) ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ເຊິ່ງຍັງເປັນພື້ນທີ່ ທີ່ມີການແຜ່ລະບາດໃນຊຸມຊົນວົງກວ້າງ (ເຂດແດງ) ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດສູນກາງ, ນະຄອນຫຼວງວຽງຈັນ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ;                                                                                                           2) ຫ້າມເປີດຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ-ສະປາ, ຮ້ານອິນເຕີເນັດຄາເຟ;                         3) ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກຳຕ່າງໆ ຫຼາຍກວ່າ 10 ຄົນໃນ ເຂດທີ່ໄດ້ຮັບອະນຸຍາດ;

4) ຫ້າມນຳໃຊ້ເຮືອທຸກລໍາອອກເຄື່ອນໄຫວ ຕາມຊາຍແດນລຳແມ່ນ້ຳຂອງ, ຍົກເວັ້ນເຮືອຂອງກອງກຳລັງ ປກຊ-ປກສ;           5) ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ;                                                  6) ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກ;                                                        7) ໂຈະການຮຽນ-ການສອນຊົ່ວຄາວ ທຸກຊັ້ນ, ທຸກສາຍ ໃນສະຖານການສຶກສາ ແຕ່ໃຫ້ຈັດຕັ້ງ ການຮຽນ-ການສອນທາງໄກ.

ປະຕິບັດມາດຕະການເພີ່ມເຕີມ ຄື: 1) ຫ້າມເປີດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ, ສະນຸກເກີ້, ຮ້ານເກມທຸກປະເພດ, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ອື່ນໆ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ;                2) ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່;                                                         3) ຫ້າມເດີນທາງເຂົ້າ-ອອກບ້ານແດງ ຕາມແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 0488/ສທ, ລົງວັນທີ 20 ພຶດສະພາ 2001;

                                                                                                                                    4) ຕັ້ງຈຸດກວດກາຂອງເຈົ້າໜ້າທີ່ ຢ່າງເຂັ້ມງວດ ໃນເຂດທີ່ມີການແຜ່ລະບາດ ເຊີ່ງໄດ້ກຳນົດເປັນເຂດບ້ານແດງ ແລະ ນຳໃຊ້ມາດຕະການ ຕາມທີ່ກຳນົດໄວ້ໃນແຈ້ງການ 0488/ສທ ຂໍ້ແຈ້ງການ 0377/ອຄ.ກຄພນ ຂໍ້ 1.ກ;                                   5) ຫ້າມຕັ້ງຈຸດບໍລິຈາກ ຫຼື ມອບເຄື່ອງຊ່ວຍເຫຼືອທີ່ບໍ່ມີຄວາມປອດໄພ ແລະ ບໍ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນ; 6) ຫ້າມຫລີ້ນ ກິລາບານເຕະ, ການອອກກຳລັງກາຍຢູ່ສະໜາມຫຼວງ, ບຶງທາດຫຼວງ ແລະ ສວນເຈົ້າອານຸວົງ ຍ້ອນເຫັນວ່າຍັງມີຄວາມສ່ຽງ ໃນການຄວບຄຸມຕໍ່ການແຜ່ເຊື້ອພະຍາດ;                                                                                  7) ປັບໃໝ, ລົງໂທດ ແລະ ໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ຖ້າຫາກບຸກຄົນໃດລະເມີດມາດຕະການຕ່າງໆຕາມທີ່ກຳນົດໄວ້ ໃນຄຳສັ່ງ 15/ນຍ ແລະ ແຈ້ງການອື່ນໆ ຂອງຄະນະສະເພາະກິດ, ກະຊວງ-ອົງການ ແລະ ຂອງນະຄອນຫຼວງວຽງຈັນ ວາງອອກ.