ນະຄອນຫຼວງວຽງຈັນ ອອກ 7 ມາດຕະການເພີ່ມຕື່ມ ແລະ 5 ມາດຕະການຜ່ອນຜັນ ເພື່ອປ້ອງກັນພະຍາດໂຄວິດ-19

3318

ນະຄອນຫຼວງວຽງຈັນ ໄດ້ແຈ້ງການເລກທີ 02/ຈນວ ກຳນົດມາດຕະການເພີ່ມຕື່ມ ແລະ ມາດຕະການຜ່ອນຜັນຈຳນວນໜຶ່ງ ເພື່ອປ້ອງກັນໂຄວິດ-19.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ນວ ໄດ້ຖະແຫລງຂ່າວປະຈຳວັນທີ23 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ ຮ່ວມກັບທ່ານ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ວ່າ:ເຈົ້າຄອງນະຄອນຫຼວງວຽງຈັນໄດ້ແຈ້ງການເລກທີ 02/ຈນວ ລົງວັນທີ 21 ພຶດສະພາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນໄລຍະວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021 .

ໃນນີ້ໄດ້ກຳນນົດມາດຕະການລວມດັ່ງນີ້ 1) ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ເຊິ່ງຍັງເປັນພື້ນທີ່ ທີ່ມີການແຜ່ລະບາດໃນຊຸມຊົນວົງກວ້າງ (ເຂດແດງ) ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດສູນກາງ, ນະຄອນຫຼວງວຽງຈັນ ແລະພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ;
2) ຫ້າມເປີດຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ-ສະປາ, ຮ້ານອິນເຕີເນັດຄາເຟ; 3) ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ຫຼາຍກວ່າ 10 ຄົນໃນເຂດທີ່ໄດ້ຮັບອະນຸຍາດ;


4) ຫ້າມນໍາໃຊ້ເຮືອທຸກລໍາອອກເຄື່ອນໄຫວ ຕາມຊາຍແດນລໍາແມ່ນ້ໍາຂອງ, ຍົກເວັ້ນເຮືອຂອງກອງກໍາລັງ ປກຊ-ປກສ;
5) ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ;
6) ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກ;
7) ໂຈະການຮຽນ-ການສອນຊົ່ວຄາວ ທຸກຊັ້ນ, ທຸກສາຍ ໃນສະຖານການສຶກສາ ແຕ່ໃຫ້ຈັດຕັ້ງການຮຽນ-ການສອນທາງໄກ

ສ່ວນມາດຕະການເພີ່ມຕື່ມມີດັ່ງນີ້1) ຫ້າມເປີດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ, ສະນຸກເກີ້, ຮ້ານເກມທຸກປະເພດ, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ອື່ນໆ ທີ່ມີການເຕົ້າໂຮມຄົນຈໍານວນຫຼາຍ;
2) ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່;
3) ຫ້າມເດີນທາງເຂົ້າ-ອອກບ້ານແດງ ຕາມແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 0488/ສທ,ລົງວັນທີ 20 ພຶດສະພາ 2021;
4) ຕັ້ງຈຸດກວດກາຂອງເຈົ້າຫນ້າທີ່ ຢ່າງເຂັ້ມງວດ ໃນເຂດທີ່ມີການແຜ່ລະບາດ ເຊິ່ງໄດ້ກໍານົດເປັນ ເຂດ/ບ້ານແດງ ແລະ ນໍາໃຊ້ມາດຕະການ ຕາມທີ່ກໍານົດໄວ້ໃນແຈ້ງການ 0488/ສທ ຂໍ້ II.1 ແລະ ແຈ້ງການ 0377/ອຄ.ກຄພນ ຂໍ້ 1.ກ;


5) ຫ້າມຕັ້ງຈຸດບໍລິຈາກ ຫຼື ມອບເຄື່ອງຊ່ວຍເຫຼືອທີ່ບໍ່ມີຄວາມປອດໄພ ແລະ ບໍ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນ;
6) ຫ້າມຫລິ້ນ ກິລາບານເຕະ, ການອອກກໍາລັງກາຍຢູ່ສະຫນາມຫຼວງ, ບຶງທາດຫຼວງ ແລະ ສວນເຈົ້າອານຸວົງ ຍ້ອນເຫັນວ່າຍັງມີຄວາມສ່ຽງ ໃນການຄວບຄຸມການແຜ່ເຊື້ອພະຍາດ;
7) ປັບໃຫມ, ລົງໂທດ ແລະ ໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ຖ້າຫາກບຸກຄົນໃດລະເມີດມາດຕະການຕ່າງໆຕາມທີ່ກໍານົດໄວ້ ໃນຄໍາສັ່ງ 15/ນຍ ແລະ ແຈ້ງການອື່ນໆ ຂອງຄະນະສະເພາະກິດ, ກະຊວງ-ອົງການ ແລະ ຂອງນະຄອນຫຼວງວຽງຈັນ ວາງອອກ.

ນອກນັ້ນຍັງມີມາດຕະການຜ່ອນຜັນດັ່ງນີ້1) ຫຼຸດຜ່ອນການຕັ້ງຈຸດກວດກາ ໃນເຂດທີ່ກໍານົດເປັນການຄວບຄຸມຄວາມສ່ຽງ ລະຫວ່າງເມືອງ, ບ້ານ, ດ້ວຍການກວດກາລາດຕາເວນ ຂອງອົງການປົກຄອງບ້ານ, ປກສ ກຸ່ມບ້ານ, ເຈົ້າຫນ້າທີ່ສະເພາະກິດ;
2) ສະຖານທີ່ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການ ເຊັ່ນ: ຕະຫຼາດ, ຮ້ານຄ້າ, ສູນການຄ້າ, ຫ້າງຊັບພະສິນຄ້າ ໃນ ເຂດທົ່ວໄປ ໃຫ້ປິດບໍ່ກາຍ 22:00 ໂມງ ແລະ ໃນເຂດແດງ ໃຫ້ປິດບໍ່ກາຍ 20:00 ໂມງ, ພ້ອມທັງ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ ຕາມທີ່ກໍານົດໃນ ແຈ້ງການ 0377/ອຄ.ກຄພນ ຂໍ້ II;
3) ຮ້ານອາຫານ ແລະ ຮ້ານກາເຝ ໃຫ້ບໍລິການໃນຮູບແບບຊື້ກັບເຮືອນ, ບໍ່ໃຫ້ລູກຄ້ານັ່ງກິນຢູ່ໃນຮ້ານ;

4) ອະນຸຍາດໃຫ້ອອກກໍາລັງກາຍ, ຫຼິ້ນກິລາກາງແຈ້ງ ເຊັ່ນ: ການຫຼິ້ນກິລາກ໊ອຟ ແລະ ກິລາອື່ນໆ ແຕ່ໃຫ້ເຈົ້າຂອງສະຖານທີ່ດັ່ງກ່າວ ສ້ງແຜນລະອຽດ ໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ COVID-19 ຢ່າງເຄັ່ງຂັດ;
5. ອະນຸຍາດໃຫ້ພະນັກງານຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດຮັບ-ສົ່ງສິຄ້າຢູ່ພາຍໃນນະຄອນຫຼວງວຽງຈັນ, ຍົກເວັ້ນສະຖານທີ່ ທີ່ຖືກກຳນົດເປັນເຂດ/ບ້ານສີແດງ

ສະໜັບສະໜູນໂດຍ: