ແຂວງສາລະວັນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີອີກ 3 ຄົນ

588

ແຂວງສາລະວັນ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເພີ່ມອີກ 3 ຄົນ ເຮັດໃຫ້ປິ່ນປົວຫາຍດີແລ້ວ 11 ຄົນ ແລະ ພວມກຳລັງປິນປົວ 2 ຄົນ.

ປະກອບມີ ເພດຊາຍ ອາຍຸ 28ປີ ອາຊີບ ຄ້າຂາຍ, ບ້ານຢູ່ປັດຈຸບັນ ບ້ານ ຫັກສອງ ເມືອງ ແລະ ແຂວງ ສາລະວັນ; ເພດຊາຍ ອາຍຸ 20 ປີ ອາຊີບ ນັກສຶກສາ ບ້ານຢູ່ປັດຈຸບັນບ້ານ ຫັກສອງ ເມືອງ ແລະ ແຂວງ ສາລະວັນ;  ເພດຍິງ ອາຍຸ 35 ປີ ອາຊີບ ຄ້າຂາຍບ້ານຢູ່ປັດຈຸບັນ ບ້ານ ຫັກສອງ ເມືອງ ແລະ ແຂວງສາລະວັນ.

ຈໍານວນຜູ້ກ່ຽວແມ່ນກວດພົບເຊື້ອໂຄວິດ-19 ໃນຄັ້ງວັນທີ 7 ພຶດສະພາ 2021 ມາຈາກການສໍາຜັດໃກ້ຊິດກັບກໍລະນີຜູ້ທີ: 249 ຂອງປະເທດ ແລະ ກໍລະນີທີ 2 ຂອງແຂວງສາລະວັນ ເປັນຄົນໃນຄອບຄົວດຽວກັນ ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ເປັນຈໍານວນ 14 ວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍຢ່າງປົກກະຕິ ແລະຕໍ່ເນື່ອງຈົນເຮັດໃຫ້ອາການຂອງພວກຜູ້ກ່ຽວດີຂື້ນ, ແລ້ວກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ, ພາຍຫຼັງກວດອີກ 3 ຄັ້ງແມ່ນບໍ່ພົບເຊື້ອ, ສໍາລັບອາການຂອງພວກຜູ້ກ່ຽວແມ່ນບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ ເໝືອນຄົນປົກກະຕິທົ່ວໄປ.


ພິທີຈັດສົ່ງຜູ້ປິ່ນປົວຫາຍດີກັບບ້ານໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2021 ທີ່ໂຮງໝໍແຂວງສາລະວັນ, ໂດຍມີ ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ, ທ່ານ ດຣ ວັນທອງ ບຸນວິໄລ ອໍານວຍການໂຮງໝໍແຂວງສາລະວັນ ພ້ອມດ້ວຍທີມງານແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ປະຈຸບັນແຂວງສາລະວັນ ລວມມີຜູ້ຕິດເຊື້ອທັງໝົດ 13 ຄົນ, ປິ່ນປົວຫາຍດີແລ້ວ 11 ຄົນ ແລະ ພວມກຳລັງປິນປົວ 2 ຄົນ.

ຂ່າວ:ກິນດາວັນ ອ້ວນນາຄູ