ຕົວເລກຜູ້ຕິດເຊື້ອຫຼຸດລົງ 22 ພຶດສະພາ ສປປລາວ ມີຜູ້ຕິດເຊື້ອ 19 ຄົນ ຮຽກຮ້ອງທຸກຄົນຈົ່ງຫຼີກລ່ຽງໃນການອອກເຮືອນ ແລະ ພົບປະກັນ

599

ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວ ໃນວັນທີ 22 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອເພີ່ມ 19 ຄົນ; ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ຢູ່ສະຫວັນນະເຂດ 2 ຄົນ, ຈຳປາສັກ 7 ຄົນ ແລະ ແຂວງອຸດົມໄຊ 1 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.782 ຄົນ, ເສຍຊີວິດສະສົມ 2 ຄົນ.

ໃນວັນທີ 22 ພຶດສະພາ 2021 ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄໂດ້ຖະແຫຼງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: •ວັນທີ 21 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.377 ຕົວຢ່າງ ພົບຜູ້ຕິດເຊື້ອ 19 ຄົນ ຄື ນະຄອນຫຼວງ 9 ກໍລະນີ, ສະຫວັນນະເຂດ 2 ກໍລະນີ, ຈຳປາສັກ 7 ກໍລະນີ ແລະ ອຸດົມໄຊ 1 ກໍລະນີ. ມາຮອດປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1.782 ຄົນ, ບໍ່ມີເສຍຊີວີດໃໝ່ເພີ່ມ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ, ປີ່ນປົວຫາຍດີ 1.025 ຄົນ(ປິ່ນປົວດີໃໝ່225ຄົນ) ແລະ ກຳລັງປີ່ນປົວ 755 ຄົນ.


ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງ 9 ຄົນ (ທັງໝົດ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ມີການຕິດເຊື້ອໃນຊຸມຊົນ)
; ສໍາລັບ ແຂວງຈໍາປາສັກ 7 ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ. ສຳລັບແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປໃສ ລາຍລະອຽດທີມງານກຳລັງສອບສວນ.

ສປປ ລາວ ເຮົາ ເກີດການລະບາດໃນຊຸມຊົນ ນັບແຕ່ເດືອນ ເມສາ 2021 ເປັນຕົ້ນມາ ເນື່ອງຈາກ ປະຊາຊົນບາງກຸ່ມ ບໍ່ຈັດຕັ້ງປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດເທົ່າທີ່ຄວນ, ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈີ່ງເຮັດໃຫ້ມີເກີດການລະບາດເປັນຈຸ້ມ ໃນຫຼາຍຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່.


ອີກເທື່ອໜຶ່ງ ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນ ການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ພ້ອມໃຈກັນ ເອົາໃຈໃສ່ປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021, ສຳລັບ ເຂດທີ່ຖືກກຳນົດເປັນເຂດແດງ (ເຂດທີ່ມີການຕິດເຊື້ອ) ຫຼື ເຂດເຫຼືອງ (ເຂດທີ່ມີຄວາມສ່ຽງ) ຫ້າມບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດດັ່ງກ່າວ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກການປົກຄອງທ້ອງຖິ່ນກ່ຽວຂ້ອງ ດ້ວຍເງຶື່ອນໄຂ ແລະ ເຫດຜົນທີ່ຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຢ່າງຮັດກຸມ.


ສຳລັບ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ເດີນທາງໄປໃນເຂດທີ່ມີຄວາມສ່ຽງນັ້ນ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ ກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ.