ສົມຫວັງ ອະເກວໂຣ ຕອບຮັບສັນຍາ 2 ປີກັບບາເຊໂລນາ ພ້ອມອາດເຮັດໃຫ້ ເມສຊີ ຢູ່ຕໍ່

545

ບາເຊໂລນາ ສະໂມສອນຍັກໃຫຍ່ໃນລາລີກາ ແອັດສະປາຍ ບັນລຸຂໍ້ຕົກລົງຄວ້າ ເຊຄິໂອ ອະເກວໂຣ ກອງໜ້າຕົວເກັ່ງຈາກແມນເຊັສເຕີ ຊິຕີ້ ແບບບໍ່ມີຄ່າຕົວ ເປັນທີ່ຮຽບຮ້ອຍ ເຊິ່ງຈະອໍາລາ ແມນເຊັສເຕີ ຊິຕີ້ ຫຼັງຈົບລະດູການນີ້.

Beteve ສໍານັກຂ່າວໃນແອັດສະປາຍ ລາຍງານວ່າ: ອະເກວໂຣ ຈະຮ່ວມກັບ ບາເຊໂລນາ ດ້ວຍສັນຍາ 2 ປີ ເຊິ່ງໄດ້ຮັບຄ່າເມື່ອຍ 12 ລ້ານປອນຕໍ່ປີຈາກແມນເຊັສເຕີ ຊິຕີ້, ແຕ່ກັບ ບາເຊໂລນາ ກັບໄດ້ຮັບຄ່າເມື່ອຍຫຼຸດລົງຫຼາຍພຽງ 4,4 ລ້ານປອນຕໍ່ປີ.

ຄວາມຫວັງໃນການຍ້າຍທີມຂອງ ອະເກວໂຣ ອາດເປັນແຮງຍູ້ໃຫ້ ລິໂອເນລ ເມສຊີ ກອງໜ້າຂອງທີມ ແລະ ເພື່ອນຮ່ວມຊາດຂອງ ອະເກວໂຣ ຈະຍອມຕໍ່ສັນຍາກັບທີມ ທີ່ຈະໝົດລົງໃນເດືອນມິຖຸນານີ້.