14 ວັນ ແຂວງຈຳປາສັກ ບໍ່ມີການຕິດເຊື້ອໃນຊຸມຊົນ, ສ່ວນມື້ນີ້ພົບການ ຕິດເຊື້ອ 7 ຄົນ(ນໍາເຂົ້າ)

1671

ວັນທີ 22 ພຶດສະພາ 2021 ແຂວງຈຳປາສັກ ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່7 ຄົນ ທັງໝົດແມ່ນແຮງງານລາວເດີນທາງມາຈາກຕ່າງປະເທດຖືກຕ້ອງຕຮມກົດໝາຍ(ນໍາເຂົ້າ)

ໃນຕອນເຊົ້າວັນທີ 22 ພຶດສາພາ 2021 ທີ່ພະແນກສາທາລະນະສຸກແຂວງ ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍ ການຖະແຫຼງຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວພະແນກສາທາລະນະສຸກແຂວງ ຈໍາປາສັກເຊີ່ງໃຫ້ຮູ້ວ່າ:ໃນນາມຄະນະສະເພາະຄວບຄຸມແກ້ໄຂການລະບາດຂອງຂະແໜງການສາທາ ລະນະສຸກ ຂໍອະນຸຍາດລາຍງານສະພາບການລະບາດຂອງພະ ຍາດໂຄວິດ19 ປະຈໍາວັນເສັາ ກົງກັບວັນທີ 22 ພຶດສະພາ 2021ວ່າ:  ມື້ນີ້ມີກໍລະນີຕິດເຊື້ອໃໝ່ 7 ຄົນ ເປັນແຮງງານລາວມາແຕ່ໄທ ລວມຍອດຜູ້ຕິດເຊື້ອສະສົມທີ່ໄດ້ຮັບການປິ່ນປົວຢູ່ແຂວງຈໍາປາສັກມີທັງໝົດ 296 ຄົນ; ໃນນີ້ປິ່ນປົວດີສະສົມທັງໝົດ 135 ຄົນປິ່ນປົວດີ(ອອກໂຮງໝໍວັນນີ້ 12 ຄົນ), ຍັງສືບຕໍ່ປິ່ນປົວ161 ຄົນ. ຈຳນວນຜູ້ຕິດເຊື້ອທັງໝົດແມ່ນເປັນກໍລະນີນຳເຂົ້າເປັນສ່ວນຫຼາຍເຊິ່ງມີ  179 ຄົນ, ສ່ວນຕິດເຊື້ອໃນຊຸມຊົນມີ117ຄົນ

ມາຮອດມື້ນີ້ ແຂວງເຮົາບໍ່ມີການຕິດເຊື້ອໃນຊຸມຊົນແລ້ວເປັນເວລາ 14 ວັນ ຖືວ່າ ນະຄອນປາກເຊເຮົາເປັນເຂດພື້ນທີ່ສີຂຽວ ປອດການລະບາດໃນຊຸມຊົນ ການນໍາແຂວງຈຶ່ງອອກຄໍາສັ່ງຜ່ອນຜັນຕໍ່ມາດຕະການລ໋ອກດາວ ແຕ່ມີບາງມາດຕະການທີ່ມີຄວາມຈໍາເປັນກໍຍັງຄົງໄວ້ເພື່ອຮັບ ປະກັນບໍ່ໃຫ້ມີການລະບາດຢູ່ໃນຊຸມຊົນ.

ມາດຕະການທີ່ຍັງສືບຕໍ່ມີ: ໂຈະການຮຽນການສອນສະຖານການສຶກສາກ່ອນໄວຮຽນ. ຫ້າມຈັດກິດຈະກໍາຊຸມນຸມ, ກິດຈະກໍາທາງສາສະໜາ, ງານບຸນປະ ເພນີ, ງານດອງ ຍົກເວັ້ນງານສົບ,ແຈກເຂົ້າ ຕ້ອງຮັກສາໄລຍະຮ່າງ; ປິດຮ້ານບັນເທິງ, ຮ້ານກິນດື່ມ, ກາຣາໂອເກະ, ນວດ-ສະປາ,ຮ້ານຕັດຜົນ; ຫ້າມສອນຈອນໄປມານັບແຕ່22ໂມງຫາ5ໂມງເຊົ້າ ຍົກເວັ້ນການເຈັບເປັນສຸເສີນ ແລະຜູ້ທີ່ໄດ້ຮັບອຸຍາດ; ຫ້າມກັກຕຸນສິນຄ້າປະເພດອຸປະກອນປ້ອງກັນໂຄວິດ ແລະສິນຄ້າ ທີ່ມີຜົນກະທົນຕໍ່ຊີວິດການເປັນຢູ່; ຫ້າມໂຄສະນາເຜີຍແຜ່ ຫຼືສົງຕໍ່ຂໍ້ມູນທີ່ບໍ່ມີມູນຄວາມຈິງ ຜ່ານສື່ຕ່າງໆ; ສໍາລັບຜູ້ທີ່ຈະເດີນທາງເຂົ້າມາແຂວງຈໍາປາສັກ ເປັນຕົ້ນມາຈາກນະ ຄອນຫຼວງວຽງຈັນທີ່ລະບາດຊຸມຊົນຕ້ອງມີໃບສັກວັກຊິນຫຼຶໃບPCR

ມາດຕະການຜ່ອນຜັນມີດັ່ງນີ້: ໃຫ້ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ອົງການຕ່າງໆຂອງເອກະຊົນມາປະຈໍາການປົກະຕິແຕ່ຕ້ອງປະຕິບັດຕົວ ແບບວິຖີຊີວິດໃໝ່
-ໃຫ້ເປີດການຮຽນການສອນ ປ5, ມ4ໝ ມ7,ອາຊີວະສຶກສາ
-ຍົກເລີກຈຸດກວດກາເຂົ້າອອກຕາມເມືອງ ແລະ ບ້ານ


-ການຂົນສົ່ງສິນຄ້າຜ່ານດ່ານລະວ່າງປະເທດ ແລະ ພາຍໃນໄປໄດ້
-ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ ແຕ່ບໍ່ໃຫ້ຂາຍເຫຼົ້າເບຍ
ການຫຼີ້ນກິລາອອກກໍາລັງກາຍຍ່າງ, ກອ໋ຟ, ເຕະບານຟຸດຊໍກາງແຈ້ງ

ຜູ້ທີ່ໄດ້ຮັບການສັກວັກຊິນຊີໂນຟາມເຂັມທີ1ໃຫ້ມາສັກວັກຊິນເຂັມ ທີ 2 ເລີ່ມວັນທີ 21 ພຶດສະພາ 2021 ສະຖານທີ: ສະໂມສອນຫຼັກ 4, ສະໂມສອນວິທະຍາໄລຄູປາກເຊ, ສະໂມສອນ ມສ ປາກເຊ, ສະໂມສອນນະຄອນປາກເຊ, ສະໂມສອນວິທະຍາໄລເຕັກນິກ, ມສ ສະພານໄຊ (ຂົວຕະພານ).

ເກດສະໜາ ແກ້ວສຸວັນນະແສງ, Champasak RADIO Station100,7 Mhz