ການລະບາດພະຍາດໂຄວິດ-19 ເຮັດໃຫ້ໂຄງການພັດທະນາດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ຢຸດຊະງັກຊົ່ວຄາວ

442

ອາທິດທີ່ຜ່ານມານີ້ ທ່ານ ຄໍາແຍງ ຄອນໄຊຍະກິດ ເຈົ້າເມືອງໆ ຕົ້ນເຜິ້ງ, ແຂວງບໍ່ແກ້ວ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການສຳປະທານດອນເຜິ້ງຄຳ ເພື່ອພັດທະນາເປັນເຂດການຄ້າ, ການທ່ອງທ່ຽວ ຕິດພັນກັບວັດທະນະທຳບັນດາເຜົ່າ ຂອງເມືອງຕົ້ນເຜິ້ງ ກໍຄືແຂວງ ບໍ່ແກ້ວ ເປັນຕົ້ນແມ່ນການວາງຜັງ ແລະ ຕັດເສັ້ນທາງ, ຜັງເຂດຕະຫຼາດ, ຮ້ານຄ້າ ແລະ ກິດຈະການອື່ນໆ.

ທ່ານ ຄຳເງິນ ແສນຄໍາລື ຕາງໜ້າກຸ່ມຜູ້ສຳປະທານດອນເຜິ້ງຄຳ ໄດ້ລາຍງານຕໍ່ທ່ານເຈົ້າເມືອງ ພ້ອມດ້ວຍຄະນະ ວ່າ: ພາຍຫຼັງໄດ້ເຊັນສັນຍາ ກັບອົງການປົກຄອງແຂວງ, ທ່ານ ແລະ ບັນດາຜູ້ສໍາປະທານກໍໄດ້ລົງມືສ້າງອາຄານຮ້ານຄ້າຈໍານວນໜຶ່ງ ພ້ອມທັງຈັດສັນທີ່ດິນໃຫ້ບັນດາຜູ້ປະກອບການຊາວຄ້າຂາຍພາຍໃນເມືອງເຊົ່າ ເພື່ອສ້າງເປັນຮ້ານຄ້າຂາຍເຄື່ອງປະເພດຕ່າງໆເຊັ່ນ: ເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ ທີ່ຕິດພັນກັບການທ່ອງທ່ຽວດ້ານວັດທະນາທຳ ທັງມີແຜນຈະດຶງດູດເອົາຄະນະທ່ອງທ່ຽວຈາກປະເທດເພື່ອນບ້ານໃກ້ຄຽງເຂົ້າມາທ່ອງທ່ຽວໃນເຂດດອນດັ່ງກ່າວ.


ແຕ່ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບນີ້ ຈຶ່ງເຮັດໃຫ້ໂຄງການພັດທະນາເຂດດອນຢຸດຊະງັກຊົ່ວຄາວ ເນື່ອງຈາກຢູ່ໃນໄລຍະປິດເມືອງເພື່ອເພີ່ມທະວີມາດຕະການປ້ອງກັນ ແລະ ສະກັດການແຜ່ລະບາດ ໂຄວິດ-19 ເຮັດໃຫ້ພາຫະນະທີ່ໃຊ້ເຂົ້າໃນການພັດທະນາເຊັ່ນ: ລົດຕ່າງດິນ, ຫີນ, ແຮ່, ຊາຍ ບໍ່ສາມາດສັນຈອນເຂົ້າ-ອອກພາຍໃນເມືອງ ກໍຄືເຂດດອນໄດ້ສະດວກຄືໄລຍະຜ່ານມາ ແລະ ຄວາມຫຍຸ້ງຍາກດ້ານອື່ນໆທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບນີ້.

ຂ່າວ: ໜັງສືພິມບໍ່ແກ້ວ