ສປຊ ຮ້ອງຂໍເງິນຊ່ວຍເຫຼືອສຸກເສີນ 30 ລ້ານໂດລາ ຊ່ວຍປາແລັດສະຕິນ

570
Palestinian mourners cry during the funeral of Husam Asayra, 20 in the West Bank village of Asira al-Qibliya, near Nablus, Saturday, May 15, 2021. The latest outburst of violence began in Jerusalem and has spread across the region, with Jewish-Arab clashes and rioting in mixed cities of Israel. There were also widespread Palestinian protests Friday in the occupied West Bank, where Israeli forces shot and killed 11 people. (AP Photo/Nasser Nasser)

ໜ່ວຍງານທີ່ເຮັດວຽກເພື່ອຜູ້ລີ້ໄພສຳລັບຊາວປາເລັດສະຕິນ ຂອງອົງກາສະຫະປະຊາຊາດ (ສປຊ) ໄດ້ຮ້ອງຂໍເງິນຊ່ວຍເຫຼືອສຸກເສີນຈຳນວນ 30 ລ້ານໂດລາສະຫະລັດ ເພື່ອນຳໄປຊື້ອາຫານການກິນ ໃຫ້ແກ່ຊາວປາແລັດສະຕິນທີ່ໄດ້ຮັບຜົນກະທົບຈາກການສູ້ຮົບລະຫວ່າງອິດສະຣາແອນກັບກຸ່ມຮາມາສ. ຂະນະທີ່ອາເມຣິກາຂັດຂວາງຂໍ້ຕົກລົງຢຸດຍິງຂອງຄະນະມົນຕີຄວາມໝັ້ນຄົງແຫ່ງ ສປຊ.

 

ສຳນັກງານບັນເທົາທຸກ ແລະ ຈັດຫາງນຂອງ ສປຊ ສຳລັບຜູ້ລີ້ໄພປາລາສະຕິນ ລະບຸວ່າ: ໄດ້ດຳເນີນການເພື່ອຂໍການຊ່ວຍເຫຼືອດ້ານມະນຸດສະທຳກັບບັນດາປະເທດ ລວມທັງອົງການຈັດຕັ້ງຕ່າງໆ ເພື່ອນຳມາຊ່ວຍເຫຼືອຜູ້ລີ້ໄພ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກການສູ້ຮົບລະຫວ່າງອິດສະຣາແອນ ແລະ ກຸ່ມຮາມາສ ໂດຍເງິນຊ່ວຍເຫຼືອສຸກເສີນດັ່ງກ່າວມີຄວາມຈຳປັນຢ່າງຍິ່ງໃນການຊ່ວຍເຫຼືອຊີວິດການເປັນຢູ່ຂອງພວກເຂົາ ອີກຢ່າງໜ້ອຍ 30 ວັນຂ້າງໜ້າ ເຊິ່ງຈະໄດ້ຈັດຊື້ອາຫານ, ນ້ຳ ລວມທັງການເບິ່ງແຍງສຸຂະນາໄມ ແລະ ອື່ນໆ.

 

ໃນຂະນະດຽວກັນກໍມີລາຍງານວ່າ ສະຫະລັດອາເມຣິກາໄດ້ຂັດຄ້ານຮ່າງມະຕິຂອງກອງປະຊຸມຄະນະມົນຕີຄວາມໝັ້ຄົງແຫ່ງສະຫະປະຊາຊດ (UNSC) ທີ່ຮຽກຮ້ອງໃຫ້ມີການຢຸດຍິງລະຫວ່າງອິດສະຣາແອນກັບກຸ່ມຮາມາສ ໂດຍໃຫ້ເຫດຜົນວ່າ ມະຕິດັ່ງກ່າວອາດເປັນການແຊກແຊງຄວາມພະຍາຍາມຂອງລັດຖະບານອາເມຣິກາທີ່ຈະຢຸດຕິຄວາມຮຸນແຮງທີ່ເກີດຂຶ້ນ, ຮ່າງມະຕິດັ່ງກ່າວຮ່າງໂດຍຝຣັ່ງ ໂດຍມີການຖົກຖຽງກັນຢ່າງດຸເດືອດໃນກອງປະຊຸມ UNSC ກ່ອນຈະຕີຕົກໄປ, ກ່ອນໜ້ານີ້ ອາເມຣິກາໄດ້ຂັດຂວາງຖະແຫຼງຂອງ UNSC ທີ່ຮຽກຮ້ອງໃຫ້ມີການຢຸດຍິງ ມາແລ້ວ 4 ຄັ້ງ.


ດ້ານຜູ້ແທນອາເມຣິກາປະຈຳ ສປຊ ລະບຸວ່າ: ອາເມຣິກາຈະບໍ່ສະໜັບສະໜູນຄວາມພະຍາຍາມໃດໆກໍຕາມທີ່ເຊື່ອວ່າ ເປັນສິ່ງຖ່ວງດຶງໃນຄວາມພະຍາຍາມຫຼຸດຄວາມຮຸນແຮງເຫດການດັ່ງກ່າວລົງ.


ສຳລັບສະຖານະການການສູ້ຮົບດັ່ງກ່າວ ຫຼ້າສຸດມີລາຍງານວ່າ: ໃນກາຊາມີຜູ້ເສຍຊີວິດ 227 ຄົນ, ໃນນັ້ນມີຜູ້ຍິງ ແລະ ເດັກນ້ອຍ 100 ຄົນ, ຂະນະທີ່ຊາວປາລາສະຕິນປະມານ 72 ພັນຄົນບໍ່ມີທີ່ຢູ່ອາໄສ, ສ່ວນຢູ່ອິດສະຣາແອນມີຜູ້ເສຍຊີວິດ 12 ຄົນ, ໃນນັ້ນມີເດັກນ້ອຍ 2 ຄົນ.