ເມືອງສາມັກຄີໄຊ ອັດຕະປື ກຽມເບ້ຍໄມ້ 24 ພັນກວ່າຕົ້ນ ກຽມປູກ ຕ້ອນຮັບວັນທີ 1 ມິຖຸນາ 2021

337

ເພື່ອເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ພາຍໃນເມືອງສາມັນຄີໄຊເພີ່ມຂຶ້ນ ເພື່ອຄືນຄວາມອຸອົມສົນບູນປ່າໄມ້ແກ່ທໍາມະຊາດ ແລະເຮັດໃຫ້ເມືອງກາຍເປັນເມືອງສີຂຽວ.

ທ່ານ ນາງ ລັດສະໄໝ ຄຳພິລາວົງ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງສາມັກຄີໄຊໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 20 ພຶດສະພາ 2021 ນີ້ວ່າ: ປີນີ້ ຫ້ອງການກະສິກຳ-ປ່າໄມ້ເມືອງໄດ້ກະກຽມເບ້ຍໄມ້ທີ່ສະໝອງແກ່ການປູກ 24 ພັນກ່ວາເບ້ຍ ໃນນັ້ນມີເບ້ຍໄມ້ອຸດສາຫະກຳປະເພດໄມ້ຂະຍຸງ,ໄມ້ແຕາະຂ່າ, ໄມ້ດູ່, ໄມ້ຄິ້ວ ແລະເບ້ຍໄມ້ກິນໝາກອີກຈໍານວນໝື່ງ ແລະມີແຜນຟື້ນຟູ ແລະ ປູກໄມ້ ໃນເນື້ອທີ່ 537 ກວ່າເຮັກຕາ.


ທ່ານ ນາງ ລັດສະໄໝ ຄຳພິລາວົງ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງສາມັກຄີໄຊ ຍັງໄດ້ກ່າວຕື່ມວ່າ: ນອກຈາກນັ້ນພາກລັດຍັງໄດ້ສົ່ງເສີມການປູກໄມ້ໃນ ເຂດບ້ານລະຍາວໄຕ້, ຕາມເຂດຕີນສາຍພູຫຼວງ ເຂດບ້ານສີວິໄລ ແລະເຂດບ້ານໂສກຄໍາ ເພື່ອທົດແທນປ່າທີ່ປະຊາຊົນຖາກຖ່າງ; ຈຸດທີ2 ເຂດຫຼັກ56 ບ້ານໃຫຍ່ມື່ນຫົວເມືອງ.


ທ່ານໄດ້ກ່າວຕື່ມອີກວ່າ: ສໍາລັບວັນທີ 1 ມິຖຸນາ 2021 ວັນປູກຕົ້ນໄມ້ແຫ່ງຊາດນີ້ທັງຫ້ອງການກະສິກຳປ່າໄມ້ເມືອງສາມັກຄີໄຊໄດ້ກະກຽມເບ້ຍໄມ້ຂະຍຸງ ຈໍານວນ 250 ເບ້ຍເພື່ອປູກຢູ່ໂຮງຮຽນມັດທະຍົມບ້ານລະຍາວ ໃນເນື້ອທີ່ 0,5 ເຮັກຕາ. ຂ່າວ: ແຂວງອັດຕະປື