Httpool ສະເຫຼີມສະຫຼອງຄວາມສຳເລັດ ສຳລັບການດຳເນີນທຸລະກິດໃນລາວ ຄົບຮອບ 1 ປີ!

1903

Httpool Laos ( ເອຈ໌ທີທີພູລ ລາວ ) ແມ່ນບໍລິສັດໃນເຄືອຂອງ Aleph Holding ( ອາເລັບ ໂຮນດິ້ງ ), ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່ ເຊິ່ງໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີໃນເດືອນພຶດສະພານີ້. ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດ ແຕ່ຍັງໄດ້ສຳເລັດ Facebook Advertising Campaign ( ແຄັມເປນໂຄສະນາທາງເຟສບຸ໊ກ ) ຫຼາຍກວ່າ 8.600 ແຄັມເປນ ຖືເປັນການລິເລີ່ມທີ່ໜ້າຕື່ນເຕັ້ນ ແລະ ທ້າທາຍຂອງບໍລິສັດ. ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍຢ່າງເປັນທາງການຂອງເຟສບຸ໊ກ ( Facebook Authorized Sales Partner ) ເພື່ອຊ່ວຍເຫຼືອບັນດາບໍລິສັດ ແລະ ແບຣນຕ່າງໆໃນການເຮັດໂຄສະນາຂອງພວກເຂົາຜ່ານແພຼັດຟອມຍັກໃຫຍ່ລະດັບໂລກດັ່ງກ່າວ.

ໃນຖານະທີ່ເປັນແພຼັດຟອມດິຈິຕອນທີ່ສຳຄັນທີ່ສຸດໃນປະເທດລາວ, ເຟສບຸ໊ກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ ( ແຫຼ່ງຂໍ້ມູນ: https://datareportal.com/reports/digital-2021-laos?rq=laos ) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ກັບທຸລະກິດພາຍໃນປະເທດ ສຳລັບການເຂົ້າເຖິງບັນດາຜູ້ບໍລິໂພກ, ນໍາສະເໜີແບ່ງປັນຂໍ້ສະເໜີຕ່າງໆ, ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ ແລະ ຍົກສູງໃຫ້ແບຣນເປັນທີ່ຮູ້ຈັກຫຼາຍຂຶ້ນ.

ການຊ່ວຍເຫຼືອ, ຄວາມຊ່ຽວຊານ ແລະ ການສຶກສາ

ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸ໊ກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າ ເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ, ການແກ້ໄຂບັນຫາ, ແນວຄວາມຄິດສ້າງສັນ ( Creative ) ແລະ ການປະເມີນຜົນທີ່ໄດ້ຮັບ ( Measurement ) ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍ, ທັງໝົດທີ່ກ່າວມາແມ່ນບໍ່ມີຄ່າໃຊ້ຈ່າຍ ( Free of Charge ) ເພື່ອໃຫ້ລູກຄ້າທຸກຄົນມີຄວາມເຂົ້າໃຈຫຼາຍທີ່ສຸດໃນການນໍາໃຊ້ເຟສບຸ໊ກສຳລັບການເຮັດໂຄສະນາໃຫ້ມີປະສິດທິພາບສູງສຸດ.

“ ການເພີ່ມຂຶ້ນຂອງວຽກງານດ້ານດິຈິຕອນ ແລະ ການພັດທະນາດ້ານຜູ້ບໍລິໂພກຢູ່ໃນປະເທດລາວແມ່ນເປັນໂອກາດທີ່ດີສຳລັບແບຣນຕ່າງໆທີ່ຈະເຕີບໃຫຍ່ ໂດຍສະເພາະຜ່ານຂະແໜງດິຈິຕອນ. ການເປັນຕົວແທນຕາງໜ້າໃຫ້ແພຼັດຟອມທີ່ສໍາຄັນຄືເຟສບຸ໊ກແມ່ນໂອກາດທີ່ດີ ແລະ ກໍເປັນຄວາມຮັບຜິດຊອບທີ່ທ້າທາຍຂອງບໍລິສັດເຊັ່ນດຽວກັນ ”, ກ່າວໂດຍ ທ່ານ ຊູເຮວ ພິສະຕາວາລາ ( Shuhel Pistawala ) ຫົວໜ້າຝ່າຍເຟສບຸ໊ກໃນຂົງເຂດອິນໂດຈີນຂອງ Httpool.

May be an image of text

“ ຖືວ່າເປັນປີທຳອິດທີ່ສຸດຍອດຫຼາຍ ແລະ ພວກເຮົາໄດ້ຮັບການຮ່ວມມືທີ່ດີເລີດຈາກບັນດາບໍລິສັດ ແລະ ບັນດາລູກຄ້າ, ພ້ອມທັງໄດ້ຮຽນຮູ້ແລກປ່ຽນກັນ ແລະ ກັນຫຼາຍຢ່າງໃນແຕ່ລະມື້ ເພື່ອນໍາມາໃຊ້ປັບປຸງຜົນງານການເຮັດວຽກຂອງພວກເຮົາໃຫ້ດີຂຶ້ນຢູ່ເລື້ອຍໆ ແລະ ກໍຍັງຄົງສືບຕໍ່ພັດທະນາປັບປຸງເຊັ່ນນັ້ນຢ່າງຕໍ່ເນື່ອງ. ພວກເຮົາມີຄວາມຕື່ນເຕັ້ນທີ່ສຸດທີ່ຈະໄດ້ສືບຕໍ່ນຳເອົາວິທີການເຮັດໂຄສະນາທາງເຟສບຸ໊ກມາສູ່ປະເທດລາວ ພ້ອມທັງມີຄວາມປິຕິຍິນດີຢ່າງຍິ່ງທີ່ຈະສະເໜີແບ່ງປັນ ແລະ ໃຫ້ຄໍາປຶກສາແກ່ບັນດາບໍລິສັດ ແລະ ບັນດາລູກຄ້າ ເພື່ອໃຫ້ສາມາດສ້າງການເຂົ້າເຖິງຂອງໂຄສະນາເຫຼົ່ານັ້ນໄດ້ດີຂຶ້ນໃນແຕ່ລະມື້. ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການນຳເອົາຄວາມຮູ້ດ້ານດິຈິຕອນມາສູ່ປະເທດລາວແມ່ນຈະຖືກສືບຕໍ່ຂະຫຍາຍຕົວໃນປີນີ້ຢ່າງແນ່ນອນ ”, ກ່າວໂດຍ ທ່ານ ວັນນະເລດ ພິມພະຈັນ ( ຕົ້ງ ) ຜູ້ບໍລິຫານການຮ່ວມມືກັບລູກຄ້າ – Httpool Laos.

ທີມງານຂອງ Httpool ໃນ ສປປ ລາວ ປັດຈຸບັນໄດ້ໃຫ້ບໍລິການຫຼາຍກວ່າ 90 ແບຣນໃນອຸດສາຫະກຳຕ່າງໆ ບໍ່ວ່າຈະເປັນໃນດ້ານສື່, ສິນຄ້າອຸປະໂພກ – ບໍລິໂພກ, ສຸຂະພາບ, ຄວາມບັນເທີງ, ດ້ານການເງິນ, e-commerce, ການສຶກສາ ແລະ ອື່ນໆ. ສປປ ລາວ ແມ່ນມີທີມງານຜູ້ຊ່ຽວຊານສະເພາະດ້ານດິຈິຕອນຫຼາຍກວ່າ 25 ທ່ານ ທັງໃນປະເທດ ແລະ ໃນລະດັບພາກພື້ນຈາກປະເທດອິນເດຍ, ມຽນມາ ແລະ ກຳປູເຈຍ.

“ Httpool ປຽບສະເໝືອນຫ້ອງການ Facebook ໃນປະເທດລາວ. ທີມງານຂອງ Httpool ເປັນຄູ່ຮ່ວມທຸລະກິດທີ່ໃຫ້ການຕອບສະໜອງທີ່ດີ ແລະ ອຸທິດຕົນຕໍ່ບັນດາບໍລິສັດດິຈິຕອນໃນປະເທດ ”, ກ່າວໂດຍ ທ່ານ ໂດນາວັນ ໄຊຣອນ ຜູ້ຈັດການທົ່ວໄປ, ບໍລິສັດ ດິຈິຕອນ ມັງກີ້ ( Digital Monkey Agency ).

” Httpool ແມ່ນຜູ້ໃຫ້ຄໍາແນະນໍາທໍາອິດທີ່ພວກເຮົາຈະໄປປຶກສາສະເໜີໃນເວລາພົບບັນຫາໃດໆກໍຕາມທີ່ພວກເຮົາບໍ່ສາມາດຊອກຫາວິທີແກ້ໄຂໃຫ້ກັບລູກຄ້າຂອງພວກເຮົາໄດ້ ແລະ ພວກເຮົາກໍມີຄວາມດີໃຈທີ່ໄລຍະປີທີ່ຜ່ານມາ ແມ່ນບໍ່ພົບບັນຫາໃຫຍ່ໂຕໃດເລີຍທີ່ທັງສອງທີມພວກເຮົາຈະຫາທາງອອກບໍ່ໄດ້ ຖືວ່າເປັນການເຮັດວຽກທີ່ໜ້າພໍໃຈສໍາລັບພວກເຮົາຫຼາຍ ແລະ ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຮຽນຮູ້ເພີ່ມຕື່ມຈາກທີມ Httpool ແລະ ແພຼັດຟອມເຟສບຸ໊ກເຊັ່ນກັນ “, ກ່າວໂດຍ ທ່ານ ເຈດຕະນາ ວຽງສາລີ ( ໂບ້ ) ຜູ້ບໍລິຫານ, ບໍລິສັດ ບິສຈິຕອລ ( BIZGITAL Agency ).

“ ບັນດາທີມງານຜູ້ຊ່ຽວຊານຂອງ Httpool ມີຄວາມເປັນມືອາຊີບ ແລະ ມີຄວາມຫ້າວຫັນສູງໃນການແກ້ໄຂບັນຫາ ແລະ ຄົ້ນຄວ້າຫາທາງອອກດ້ວຍຜົນງານທີ່ໜ້າປະທັບໃຈ. ປະກອບກັບບຸກຄະລິກທີ່ເປັນມິດ ແລະ ເຂົ້າຫາໄດ້ງ່າຍ, ພວກເຮົາຮູ້ສຶກສະບາຍໃຈທຸກຄັ້ງທີ່ຈະຂໍຄວາມຊ່ວຍເຫຼືອຈາກທາງເພິ່ນ ແລະ ພວກເຮົາກໍໝັ້ນໃຈວ່າບັນດາບໍລິສັດ ແລະ ລູກຄ້າອື່ນໆກໍມີຄວາມຮູ້ສຶກດຽວກັນ ”, ກ່າວໂດຍ ທ່ານ ເກດສະດາ ກຸລາບຸດ ( ແຄັດດີ້ ) ຜູ້ຈັດການດ້ານສື່ໂຄສະນາ, ບໍລິສັດ ເບຍລາວ ຈໍາກັດ.

“ Httpool ໄດ້ໃຫ້ການຊ່ວຍເຫຼືອທີ່ເປັນປະໂຫຍດສູງ ແລະ ສະໜອງຂໍ້ມູນພ້ອມແລກປ່ຽນຄວາມຮູ້ ເພື່ອປັບປຸງແຜນການໂຄສະນາຂອງພວກເຮົາ ”, ກ່າວໂດຍ ທ່ານ ນາງ ລັດສະໝີ ທໍາມະວົງ ( ນົກ ) ຜູ້ຈັດການດ້ານການຕະຫຼາດ, ບໍລິສັດ ສະຕາໂທລະຄົມ ຈຳກັດ ( ຢູນີເທວ, ຢູ – ມັນນີ ).

May be an image of text that says 'FACEBOOK AUTHORIZED SALES PARTNER'

ເຊື່ອມໂຍງ ແລະ ພັດທະນາລະບົບນິເວດດິຈິຕອນພາຍໃນປະເທດ:

Httpool ເປັນບໍລິສັດໜຶ່ງທີ່ມີຜົນງານພົ້ນເດັ່ນລະດັບໂລກຕະຫຼອດໄລຍະເວລາ 20 ປີ ຂອງການດຳເນີນທຸລະກິດ. ບໍລິສັດມຸ່ງໝັ້ນທີ່ຈະເຊື່ອມໂຍງລະບົບນິເວດທາງດິຈິຕອນ ໂດຍເຮັດໜ້າທີ່ເປັນຕົວເຊື່ອມຕໍ່ລະຫວ່າງຜູ້ເຮັດໂຄສະນາ ແລະ ແພຼັດຟອມທາງດິຈິຕອນ.

ດ້ວຍຜົນງານທີ່ພົ້ນເດັ່ນແຕ່ປີ 2020 ເປັນຕົ້ນມາ, ທີມງານຂອງ Httpool ລາວ ໄດ້ມຸ່ງໝັ້ນສືບຕໍ່ເຮັດວຽກຢ່າງໜັກ ເພື່ອຊຸກຍູ້ພັກດັນທຸລະກິດ ແລະ ໃຫ້ຄວາມຮູ້ແກ່ລູກຄ້າທຸກໆທ່ານ ເພື່ອໃຫ້ສາມາດໄດ້ຮັບຜົນປະໂຫຍດ ແລະ ໂອກາດສູງສຸດໃນການນໍາໃຊ້ເຟສບຸ໊ກເພື່ອເຮັດການໂຄສະນາ.

www.httpool.com