ຍີ້ມເລີຍ ເພີ່ນຈະບໍ່ຕັດເງິນອາກອນລາຍໄດ້ພະນັກງານ 3 ເດືອນເຕັມ

1554

ລັດຖະບານ ຕົກລົງປະຕິບັດນະໂຍບາຍ ແລະ ມາດຕະການຈໍານວນຫນຶ່ງ ເພື່ອແກ້ ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດ COVID-19; ສະເພາະນະໂຍບາຍທາງດ້ານການເງິນ ໂດຍຍົກເວັ້ນການເກັບອາກອນລາຍໄດ້ເງິນເດືອນຂອງແຮງງານ ທັງພາກລັດ ແລະ ເອກະຊົນ ທີ່ມີລາຍໄດ້ 5 ລ້ານກີບລົງມາ ໃນໄລຍະ 3 ເດືອນ.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 532 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 20 ພຶດສະພາ 2021, ເລື່ອງ ທິດຊີ້ນໍາກ່ຽວກັບການປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ ຈາກການລະບາດ ຂອງພະຍາດ COVID-19.


ລັດຖະບານ ຈຶ່ງໄດ້ຕົກລົງປະຕິບັດນະໂຍບາຍດ້ານການເງິນດັ່ງນີ້:
1)ຍົກເວັ້ນການເກັບອາກອນລາຍໄດ້ເງິນເດືອນຂອງແຮງງານທັງພາກລັດ ແລະ ເອກະຊົນ ທີ່ມີລາຍໄດ້ 5 ລ້ານກີບລົງມາ ໃນໄລຍະ 3 ເດືອນ (ເດືອນເມສາ, ພຶດສະພາ ແລະ ມີຖຸນາ 2021)
2)ຍົກເວັ້ນການເກັບອາກອນລາຍໄດ້ ຂອງຈຸນລະວິສາຫາກິດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ທີ່ 2 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2013 ເປັນໄລຍະ 3 ເດືອນ (ເດືອນ ເມສາ, ພຶດສະພາ ແລະ ມີຖຸນາ 2021);

3)ເລື່ອນໄລຍະການຈັດຕັ້ງປະຕິບັດການຍື່ນເອກະສານລາຍງານການເງິນປະຈໍາປີການບັນຊີ 2020 ຈົນຮອດວັນທີ 30 ມິຖຸນາ 2021 ຕາມແຈ້ງການ ສະບັບເລກທີ 2081/ກງ, ລົງວັນທີ 30 ເມສາ 2021;
4)ເລື່ອນໄລຍະເວລາການຊໍາລະຄ່າທໍານຽມທາງ ໄປຈົນຮອດວັນທີ 30 ມິຖຸນາ ປີ 2021;


5)ຍົກເວັ້ນພາສີ-ອາກອນ ສໍາລັບສິນຄ້ານໍາເຂົ້າເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ເປັນຕົ້ນແມ່ນ ຢາວັກຊິນ, ຜ້າປິດປາກ-ດັງ, ນ້ໍາຢາລ້າງມື, ຖົງມື, ເຄື່ອງວັດອຸນນະພູມ ແລະ ອຸປະກອນການແພດອື່ນໆທີ່ຈໍາເປັນ. ໃນພາກປະຕິບັດຕົວຈິງ ແມ່ນມອບໃຫ້ກອງເລຂາຄະນະສະເພາະກິດ ໂຄວິດ-19 ຂັ້ນສູນ ກາງ ແລະ ທ້ອງຖິ່ນ ຢັ້ງຢືນລາຍການສິນຄ້າຕົວຈິງ ແລ້ວນໍາສົ່ງຂະແຫນງການເງິນ ຄຸ້ມຄອງການນໍາເຂົ້າຜ່ານດ່ານ ຊາຍແດນສາກົນ, ຂະແຫນງອຸດສາຫະກໍາ ແລະ ການຄ້າ ອະນຸຍາດຕາມຂັ້ນຕອນ, ຖ້ານໍາເຂົ້າລັກສະນະທາງການຄ້າ ຕ້ອງຄຸ້ມຄອງລາຄາຈໍາຫນ່າຍຕາມລະບຽບການ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ເຄື່ອງປ້ອງກັນໃນລາຄາທີ່ເຫມາະສົມ;


6)ມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບບັນດາຂະແຫນງການກ່ຽວຂ້ອງ ຄົ້ນຄວ້ານະໂຍບາຍຫຼຸດອັດຕາອາກອນມູນຄ່າເພີ່ມ (VAT) ຕາມຄວາມເຫມາະສົມ ເພື່ອຊ່ວຍກະຕຸ້ນພາກເສດຖະກິດ ແຕ່ຄຽງຄູ່ກັນນັ້ນ ກໍໃຫ້ຄໍານຶງເຖິງຜົນກະທົບຕໍ່ການເກັບລາຍຮັບເຂົ້າງົບປະມານປະຈໍາປີ 2021 ແລະ ຊຸມປີຕໍ່ຫນ້າ ໂດຍສະເພາະຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ ໃນອັດຕາ ແລະ ໄລຍະເວລາ ທີ່ເຫມາະສົມ.