ສາຍການບິນ ສິງກະໂປ ແອລາຍ ຂາດທຶນ 2 ປີຊ້ອນ ກຽມອອກຫຸ້ນກູ້ ເສີມສະພາບຄ່ອງ

394

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການເປີດເຜີຍຂອງ ສາຍການບິນສິງກະໂປ ແອລາຍ (SIA) ໃຫ້ຮູ້ວ່າ: ສາຍການບິນປະສົບກັບສະພາວະຂາດທຶນສູງເຖິງ 4,27 ພັນລ້ານໂດລາສິງກະໂປ ຫຼື ປະມານ 3,20 ພັນລ້ານໂດລາສະຫະລັດໃນປີງົບປະມານເຊິ່ງສິ້ນສຸດໃນວັນທີ 31 ມີນາ 2021 ເຊິ່ງເປັນການຂາດທຶນສູງທີ່ສຸດນັບແຕ່ດຳເນີນກິດຈະການເປັນຕົ້ນມາ, ສູງກວ່ານັກວິເຄາະຄາດການໄວ້ຢູ່ທີ່ 3,27 ພັນລ້ານໂດລາສິງກະໂປ.

ທັງນີ້ ປີງົບປະມານຜ່ານມາ ເຊິ່ງສິ້ນສຸດໃນວັນທີ 31 ມີນາ 2020 ສາຍການບິນສິງກະໂປ ແອລາຍ ຂາດທຶນ 212 ລ້ານໂດລາສິງກະໂປ ເຊິ່ງເປັນປີທຳອິດທີ່ສາຍການບິນດັ່ງກ່າວປະສົບກັບສະພາວະຂາດທຶນ.

ສາຍການບິນສິງກະໂປ ແອລາຍ ລະບຸວ່າ: ບໍລິສັດຈະອອກຫຸ້ນກູ້ໃນວົງເງິນ 6,2 ພັນລ້ານໂດລາສິງກະໂປ ເພື່ອເພີ່ມສະພາບແກ່ສາຍການບິນ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19.