ເຈົ້າໜ້າທີ່ ຕຳຫຼວດແຂວງສະຫວັນນະເຂດ ບຸກຈັບກຸມກຸ່ມແກ້ງມົ້ວສຸມຢາເສບຕິດ 11 ຄົນ ຄາຮ້ານຄາຣາໂອເກະ

7101

ໃນວັນທີ 17 ພຶດສະພາ 2021 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງມົ້ວສຸມຢາເສບຕິດ ໄດ້ 11 ຄົນ ຍິງ 6 ຄົນ ພ້ອມຂອງກາງຢາເສບຕິດ ແລະ ອຸປະກອນໃນການເສບ.

ທ່ານ ພັຕ ທະນູສອນ ຈິນດາວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນລະວ່າງວັນທີ 16-17 ພຶດສະພາ 2021 ເຈົ້າໜ້າທີ່ວິຊາສະເພາະໄດ້ສືບຮູ້ແຫຼ່ງຂ່າວວ່າ ມີກຸ່ມຄົນຈຳນວນໜື່ງມົ້ວສຸມຢາເສບຕິດ ຢູ່ຮ້ານຄາຣາໂອເກະ ແຫ່ງໜື່ງ ຂອບເຂດບ້ານນາເລົ່າ ນະຄອນໄກສອນພົມວິຫານ ເຊີ່ງເປັນການລະເມີດຕໍ່ຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021, ຄຳສັ່ງເຈົ້າແຂວງສະຫວັນນະເຂດ ເລກທີ 0775 ແລະ 0776/ຈຂ.ສຂ ລົງວັນທີ 23-24 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານ ພະຍາດ ໂຄວິດ-19.


ຕົກມາຮອດເວລາປະມານ 1 ໂມງ ຂອງວັນທີ 17 ພຶດສະພາ 2021 ເຈົ້າໜ້າທີ່ວິຊາສະເພາະ ຈື່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບກຸມເປົ້າໝາຍຢູ່ຈຸດດັ່ງກ່າວ ແລະ ໄດ້ກວດຄົ້ນເຄຫະສະຖານ ໄດ້ພົບເຫັນມີການດື່ມກິນສິ່ງມຶນເມົາ ແລະ ມົ້ວສຸມຢາເສບຕິດ ຈື່ງໄດ້ກັກຕົວພວກກ່ຽວທັງໝົດ 11 ຄົນ ຍິງ 6 ຄົນ ຄື: ທ້າວ ເຈິນຮູປິງ ( ອາປິງ ) ອາຍຸ 30 ປີ ເຈົ້າຂອງຮ້ານຄາຣາໂອເກະ, ທ້າວ ອາເຊົ້າ ອາຍຸ 30 ປີ, ທ້າວ ລິວຫົງ ອາຍຸ 44 ປີ, ທ້າວ ລີຈຽງ ອາຍຸ 27 ປີ ທັງ 4 ເປັນຄົນສັນຊາດຈີນ, ທ້າວ ບຸນມີ ວົງສະຫວັນ ອາຍຸ 23 ປີ, ກຳມະກອນ ຢູ່ບ້ານ ບາງຢ໋ອກ ນະຄອນປາກເຊ, ນາງຈິມມີ້ ສໍອາຄົມ ອາຍຸ 24 ປີ ວ່າງງານ ບ້ານຫ້ວຍລືສີ ເມືອງບາຈຽງ, ນາງ ເຈນນະຄອນ ບຸຜາວັນ ອາຍຸ 24 ປີ ກຳມະກອນ ບ້ານບາງຢ໋ອກ ນະຄອນປາກເຊ.

ນາງ ອິນທານິນ ພູມສີສະຫວັດ ອາຍຸ 19 ປີ ວ່າງງານ ບ້ານແກ ນະຄອນປາກເຊ, ນາງ ດາ ຈັນບົວກອງ ອາຍຸ 21 ປີ ອາຊີບ ເຮັດນາ ບ້ານຂົວເຊ ເມືອງບາຈຽງ, ທັງ 5 ຄົນ ເປັນຄົນແຂວງຈຳປາສັກ, ນາງ ເພັດອຳພອນ ຖິ່ນພາສຸກ ອາຍຸ 17 ປີ ບ້ານອຸດົມວິໄລ ນະຄອນໄກສອນພົມວິຫານ ແລະ ນາງ ນ້ອຍ ດອນດາລາ ອາຍຸ 23 ປີ ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພ້ອມຂອງກາງຄະດີ ມີ ຢາເສບຕິດ ປະເພດ ຢາອີ, ຢາເຄ (ຜົງສີຂາວ) ພ້ອມອຸປະກອນໃນການເສບຈຳນວນໜື່ງ, ລົດເກັງ ໜື່ງຄັນ ຍີ່ຫໍ້ ຈາກົວ ສີຂາວ ປ້າຍທະບຽນ ວຮ 9799 ກຳແພງນະຄອນ, ໂທລະສັບ ນຳນວນ 12 ໜ່ວຍ, ເງີນກີບ ຈຳນວນ 53,690,000 ກີບ, ເງິນບາດ 11,200 ບາດ, ເງິນໂດລາ 590 ໂດລາ, ເງິນດົງ 300,000 ດົງ, ເງິນຢວນ 100 ຢວນ, ເງິນເຢັນ ສະກຸນເງິນຢີ່ປຸ່ນ 1,000 ເຢັນ, ປື້ມຝາກທະນາຄານ ຈຳນວນ 3 ຫົວ, ບັດ ATM ໜື່ງບັດ, ທະບຽນລົດ, ເອກະສານອື່ນໆ.


ຕໍ່ກັບຄະດີນີ້ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອເກັບກຳຂໍ້ມູນຫຼັກຖານເພີ່ມຕື່ມເພື່ອນຳຕົວຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.