ກະຊວງສຶກສາ ອອກແຈ້ງການ ສາມາດເປີດການຮຽນການສອນໄດ້ ຖ້າແຂວງ/ນະຄອນຫຼວງ ຫຼື ເມືອງ/ນະຄອນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ຢູ່ຊຸມຊົນ ໃນ 14 ວັນຜ່ານມາ

3164

ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການເລກທີ470 /ສສກ ນະຄອນຫຼວງວຽງຈັນ, ວັນທີ 20 ພຶດສະພາ 2021 ເລື່ອງ ການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021 ຂອງ ຂະແຫນງການສຶກສາ ແລະ ກິລາ.

ອີງຕາມ ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19; ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ ລົງວັນທີ 20 ພຶດສະພາ 2021.

ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ທົ່ວຂະແຫນງການສຶກສາ ແລະ ກິລາ ໃນຂອບເຂດ ທົ່ວປະເທດ. ຫົວຫນ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:

1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່
ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄໍາສັ່ງຂອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຄໍາສັ່ງເພີ່ມເຕີມ ແລະ ແຈ້ງການຂອງຫົວຫນ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງ-ຄໍາແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ອອກໄປ ຕື່ມອີກ 15 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 21 ພຶດສະພາ – 04 ມິຖຸນາ 2021 ແລະ ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ; ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ປະສານສົມທົບກັບຄະນະສະເພາະກິດຂັ້ນ ແຂວງ/ນະຄອນຫຼວງ ຖ້າ ແຂວງ/ນະຄອນຫຼວງ ຫຼື ເມືອງ/ນະຄອນ ທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃຫມ່ໃນ ຊຸມຊົນ ໃນ 14 ວັນຜ່ານມາ (ແຕ່ວັນທີ 6 ເຖິງວັນທີ 20 ພຶດສະພາ 2021) ແລະ ສາມາດຈໍາກັດຄົນທີ່ເດີນທາງມາຈາກເຂດທີ່ມີການແຜ່ລະບາດໄດ້ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ, ແມ່ນອະນຸຍາດໃຫ້ເປີດການຮຽນ-ການສອນໃນສະຖານການສຶກສາ ແລະ ສູນຝຶກອົບຮົມວິຊາຊີບໄດ້. ໂດຍມີລາຍລະອຽດດັ່ງນີ້:

2.1 ການສຶກສາກ່ອນໄວຮຽນ ໃຫ້ສະຖານການສຶກສາກ່ອນໄວຮຽນທັງພາກລັດ ແລະ ເອກະຊົນ ສືບຕໍ່ໂຈະການຮຽນ-ການສອນ ແຕ່ວັນທີ 21 ພຶດສະພາ ເຖິງ 04 ມິຖຸນາ 2021 ເພາະຍັງບໍ່ສາມາດປະຕິບັດມາດ ຕະການຮັກສາໄລຍະຫ່າງ, ລ້າງມືເປັນປະຈໍາ ແລະ ການຊ່ວຍຕົນເອງຍັງບໍ່ທັນໄດ້ເທື່ອ ຫຼື ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ພິຈາລະນາຕາມສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ;

2.2 ສາມັນສຶກສາ ແລະ ການສຶກສານອກໂຮງຮຽນ ຖ້າບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ ແມ່ນອະນຸຍາດໃຫ້ເປີດຮຽນຄືນແຕ່ຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາ ປີທີ 4 ແລະ ມັດທະຍົມສຶກ ສາ ປີທີ 7 ໃນວັນທີ 24 ພຶດສະພາ 2021, ສະເຫນີໃຫ້ສ້າງແຜນລະອຽດໃນການປະຕິບັດມາດຕະການ ສະກັດກັ້ນ, ປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເຫນີຕໍ່ຄະນະສະເພາະກິດ ແລະ ອົງການ ປົກຄອງທ້ອງຖິ່ນ ເປັນຜູ້ພິຈາລະນາອະນຸມັດເປີດຮຽນ ລວມທັງຂັ້ນຮຽນທີ່ເຫຼືອ; ການຈັດການຮຽນການສອນ ແມ່ນໃຫ້ຄັດຈ້ອນບົດຮຽນທີ່ຍັງບໍ່ທັນຈົບຕາມຫຼັກສູດ ເນັ້ນເນື້ອໃນຫຼັກ ແລະ ສອນທົດແທນຄືນ ເພື່ອກະກຽມການສອບເສັງ, ການສອບເສັງແມ່ນໃຫ້ປະຕິບັດຕາມແຈ້ງການຂອງກົມສາມັນສຶກສາແລະ ກົມການສຶກສານອກໂຮງຮຽນ.

2.3 ອາຊີວະສຶກສາ, ວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ ທີ່ຢູ່ທ້ອງຖິ່ນຕ່າງໆທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ: ສະຖານການສຶກສາໃດທີ່ເຫັນວ່າມີຄວາມປອດໄພຈາກການຕິດເຊື້ອ, ມີຄວາມພ້ອມໃນການເປີດຮຽນຄືນ, ນັກສຶກສາທັງຫມົດສາມາດກັບມາຮຽນຄືນໄດ້ ແມ່ນໃຫ້ເປີດຮຽນ ຄືນໃນສະຖານການສຶກສາ, ແຕ່ຕ້ອງໄດ້ເອົາໃຈໃສ່ຕໍ່ນັກສຶກສາທີ່ກັບມາຈາກຕ່າງແຂວງ ຫຼື ນັກສຶກສາທີ່ ພັກອາໄສນໍາຍາດພີ່ນ້ອງໃນເຂດທີ່ມີຄວາມສ່ຽງສູງ. ໂດຍປະຕິບັດມາດຕະການກວດວັດແທກອຸນຫະ
ພູມ, ຮັກສາໄລຍະຫ່າງ, ໃຊ້ຜ້າປິດປາກ-ດັງ, ລ້າງມືດ້ວຍເຈວ ແລະ ສະບູ ເປັນປະຈໍາ.

2.4 ສໍາລັບນະຄອນຫຼວງວຽງຈັນ ແລະ ບາງທ້ອງຖິ່ນທີ່ຍັງມີການລະບາດແມ່ນໃຫ້ສືບຕໍ່ໂຈະການຮຽນ-ການສອນຊົ່ວຄາວ ທຸກຊັ້ນ ທຸກສາຍ ໃນສະຖານການສຶກສາ ເຖິງວັນທີ 04 ມິຖຸນາ 2021;2.5 ສູນຝຶກອົບຮົມວິຊາຊີບ: ສູນທີ່ຢູ່ທ້ອງຖິ່ນຕ່າງໆທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາ ໃຫ້ເປີດຮຽນຄືນໃນສູນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ-19 ໃຫ້ເຂັ້ມງວດ;

2.6 ສະຖານການສຶກສາໃດທີ່ໄດ້ຮັບການອະນຸຍາດໃຫ້ເປີດ, ແມ່ນໃຫ້ຈັດບ່ອນນັ່ງໃຫ້ນັກຮຽນ-ນັກສຶກສານັ່ງຮຽນ 1 ຄົນຕໍ່ໂຕະ, ຖ້າເຫຼືອຫ້ອງແມ່ນໃຫ້ຈັດເປັນຫຼາຍຫ້ອງ, ເຮັດການວັດແທກອຸນຫະພຸມທຸກຄົນ ທີ່ເຂົ້າໃນສະຖານການສຶກສາ, ຖ້າມີຄູ-ອາຈານ ຫຼື ນັກຮຽນ-ນັກສຶກສາຫາກເຈັບເປັນກະທັນຫັນໃນ ເວລາຮຽນ ແມ່ນໃຫ້ແຍກຜູ້ທີເຈັບເປັນອອກຈາກຄົນອື່ນ ແລະ ໃຫ້ໂທຫາຜູ້ປົກຄອງ, ສຸກສາລາ ຫຼື ໂຮງຫມໍທີ່ຢູ່ໃກ້ ເພື່ອຮັບໄປປິ່ນປົວໃຫ້ທັນການ; 2.7 ສະຖານການສຶກສາທີ່ຈະເປີດຮຽນຄືນໃຫ້ມີການຂ້າເຊື້ອ ແລະ ເຮັດອະນາໄມ ໂດຍສະເພາະສະຖານການສຶກສາທີ່ຖືກໃຊ້ເປັນສູນຈໍາກັດບໍລິເວນ ແລະ ສະຖານທີ່ເພື່ອກວດຫາເຊື້ອໂຄວິດ-19 ໂດຍໃຫ້ປະສານກັບຄະນະສະເພາະຂັ້ນຂອງຕົນເພື່ອດໍາເນີນການ;

3. ສໍາລັບເຂດໃດ ຫຼື ສະຖານການສຶກສາໃດ ທີ່ຍັງບໍ່ທັນເປີດການຮຽນ-ການສອນໃນສະຖານການສຶກສາ ແມ່ນໃຫ້ສືບຕໍ່ຈັດການຮຽນ-ການສອນທາງໄກ ຜ່ານທາງໂທລະພາບການສຶກສາ-ກິລາ, ວິທະຍຸ, ນໍາໃຊ້ ຄັງປັນຍາລາວ, ນໍ້າໃຊ້ປຶ້ມແບບຮຽນເພື່ອຮຽນຢູ່ເຮືອນ ແລະ ຮູບແບບຕ່າງໆທີ່ເຫັນວ່າເຫມາະສົມ; ຖ້າໂຮງຮຽນເອກະຊົນ ຫຼື ເອກະຊົນນາໆຊາດ ທີ່ສາມາດດໍາເນີນການຮຽນ-ການສອນທາງໄກຄົບຕາມຫລັກສູດໄດ້ ແມ່ນໃຫ້ດໍາເນີນການ ສອບເສັງຕາມໂຄງການຫລັກສູດຂອງໂຮງຮຽນທີ່ວາງໄວ້.

4. ອະນຸຍາດໃຫ້ອອກກໍາລັງກາຍ ແລະ ຫຼິ້ນກິລາກາງແຈ້ງ ໃນເຂດທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃຫມ່ໃນຊຸມຊົນ ໃນ 14 ວັນຜ່ານມາ ດັ່ງນີ້:4.1 ອະນຸຍາດໃຫ້ອອກກໍາລັງກາຍຢູ່ສວນສາທາລະນະ ຫຼື ສະຖານທີ່ກາງແຈ້ງທີ່ເຫມາະສົມ ເຊັ່ນ: ແລ່ນ, ຍ່າງແລະ ຂີ່ລົດຖີບ ແຕ່ຕ້ອງໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງບໍ່ໃຫ້ຫຼຸດ 2 ແມັດ, ບໍ່ໃຫ້ຈັດກຸ່ມກັນສົນທະນາກັນ ຫຼື ເຮັດກິດຈະກໍາອື່ນໆ ເກີນ 2 ຄົນ; 4.2 ອະນຸຍາດໃຫ້ຫຼິ້ນກິລາກາງແຈ້ງຈໍານວນຫນຶ່ງ ປະກອບມີ: ກິລາກ໊ອບ, ເຕັນນິສ, ບານເຕະ ແລະ ອື່ນໆ;ໃຫ້ເຈົ້າຂອງ ຫຼື ຜູ້ປະກອບການ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນ ພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເຫນີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີ;

5. ໃຫ້ລະດົມ ແລະ ຈັດຕັ້ງການສັກວັກຊີນໃຫ້ແກ່ຜູ້ບໍລິຫານ, ພະນັກງານ ແລະ ຄູ-ອາຈານ ໃຫ້ສໍາເລັດໂດຍໄວ  ໂດຍສະເພາະແມ່ນຄູ-ອາຈານ ທີ່ເປັນຜູ້ສໍາພັດໃກ້ຊິດກັບນັກຮຽນ-ນັກສຶກສາ ຈໍານວນຫຼາຍ ທັງນີ້ເພື່ອເປັນການສ້າງຄວາມຫມັ້ນໃຈໃຫ້ພໍ່ແມ່-ຜູ້ປົກຄອງ ແລະ ສັງຄົມ;

6. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ສືບຕໍ່ປະສານສົມທົບກັບຄະນະສະເພາະກິດ ຂັ້ນແຂວງ/ນະຄອນຫຼວງ ເພື່ອເຝົ້າລະວັງ, ຕິດຕາມ ແລະ ປະເມີນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ19 ໃນຂອບເຂດຄວາມຮັບຜິດຊອບຂອງຕົນເປັນປົກກະຕິ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດໃຫ້ທັນການ;

7. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ໂດຍສະເພາະແມ່ນຂ່າວທີ່ບໍ່ມີມູນຄວາມຈິງ ຫ້າມບໍ່ໃຫ້ເຜີຍແຜ່ ຫຼື ແຊຕໍ່ຢ່າງ ເດັດຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ (ສະເພາະຂໍ້ ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19); ສໍາລັບຂໍ້ມູນຂ່າວສານສຶກສາ ແລະ ກິລາ ໃຫ້ຕິດຕາມ ຂ່າວຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຫາຫ້ອງການກະຊວງສຶກສາທິການ ແລະ ກິລາ, ຈຸດປະສານງານຄະນະສະເພາະ ກິດກະຊວງສຶກສາທິການ ແລະ ກິລາ

8. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ ວັນທີ 20 ພຶດສະພາ 2021 ຫາ ເວລາ 24:00 ໂມງ ຂອງວັນທີ 04ມິຖຸນາ 2021. ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.

ສະໜັບສະໜູນຂ່າວໂດຍ: