ຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງຈຳປາສັກ ປີ່ນປົວຫາຍດີໄດ້ກັບບ້ານເພີ່ມອີກ28ຄົນ

386

ອີງຕາມການລາຍງານຂອງເພຈ ໂຮງໝໍແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ2021 ໂຮງໝໍພາກສະໝາມວິທະຍາໄລການເງິນພາກໃຕ້ ໄດ້ສົ່ງຜູ້ຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ກວດໂຄວິດເປັນຜົນລົບ ຈຳນວນ 28ຄົນກັບເມືອຈຳກັດບໍລິເວນຢູ່ບ້ານ.

ເຂົ້າຮ່ວມມອບສົ່ງໂດຍ ທ່ານ ດຣ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອຳນວຍການໂຮງໝໍຈຳປາສັກ ພ້ອມດ້ວຍທີມງານແພດທີ່ປະຈຳໂຮງໝໍພາກສະໝາມໂດຍມີອຳນາດການປົກຄອງບ້ານຂອງແຕ່ລະຄົນ, ຕ່າງໜ້າຄອບຄົວມາຮັບເອົາ ແລະ ເຮັດບົດບັນທຶກເປັນຫລັກຖານ.

ໂດຍໃຫ້ກັບເມືອສືບຕໍ່ກັກໂຕຢູ່ບ້ານ 14 ວັນ ປະຕິບັດມາດຕະການດຳລົງຊີວິດແບບໃໝ່ ໃສ່ຜ້າປິດປາກ-ດັງ , ຮັກສາໄລຍະຫ່າງ, ລ້າງມືເລື້ອຍໆດ້ວຍສະບູ ເຈວ ຫຼື ເຫລົ້າ 70%, ຕິດຕາມອາການ ຖ້າມີອາການໃຂ້, ໄອ, ຫາຍໃຈຜຶດ ໃຫ້ແຈ້ງອຳນາດການ.

ວັນທີ20ພຶດສະພາ ແຂວງຈຳປາສັກພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນຶ6 ກໍລະນີ(ທັງໝົດແມ່ນແຮງງານລາວເດີນທາງມາຈາກປະເທດໄທແບບຖືກຕ້ອງຕາມກົດໝາຍ)