ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຮືອໄທທານິກ ເປັນເຮືອສຳລານທີ່ໂດ່ງດັງທີ່ສຸດອີກລຳໜຶ່ງໃນປະຫວັດສາດ ເປັນເຮືອຂະໜາດໃຫຍ່ ແຕ່ກໍຈົມລົງມະຫາສະມຸດປາຊີຟິກ ພາຍຫຼັງທີ່ຕຳກັບພູເຂົານ້ຳກ້ອນເມື່ອວັນທີ 15 ເມສາ 1912 ຈົນເຮັດໃຫ້ມີຜູ້ເສຍຊີວິດ 1.500 ກວ່າຄົນ, ຜ່ານມາກວ່າ 100 ປີ ຈີນໄດ້ນຳຕຳນານເຮືອດັ່ງກ່າວກັບມາອີກຄັ້ງ.
ທ່ານ ຊູ່ ເຊົ່າຈວິນ ນັກລົງທຶນຊາວຈີນ ເປີດເຜີຍວ່າ: ລາວໄດ້ທຸ້ມງົບປະມານ 1.000 ລ້ານຢວນ ເພື່ອສ້າງເຮືອໄທທານິກຈຳລອງຂຶ້ນມາ ເພື່ອນຳຄວາມຊົງຈຳຂອງເຮືອໄທທານິກໃຫ້ກັບຄືນມາອີກຄັ້ງ ໂດຍເຮືອຈຳລອງດັ່ງກ່າວມີຄວາມຍາວ 260 ແມັດ (ເຮືອແທ້ 269 ແມັດ) ຄາດວ່າ ຈະໃຊ້ເວລາ 6 ປີ ຈຶ່ງຈະສຳເລັດ ເຊິ່ງໃຊ້ເວລານານກວ່າການຕໍ່ເຮືອໄທທານິກທີ່ໃຊ້ເວລາພຽງ 3 ປີ.
ເຮືອໄທທານິກຈຳລອງລຳດັ່ງກ່າວນີ້ ຖ້າກໍ່ສ້າງສຳເລັດ ຈະເປີດໃຫ້ນັກທ່ຽວທ່ຽວສາມາດເຂົ້າໄປພັກຄ້າງຄືນໄດ້ໃນລາຄາບໍ່ເກີນ 2 ພັນຢວນຕໍ່ຄືນ ໂດຍຈະມີການບໍລິການແບບເຮືອສຳລານລະດັບ 5 ດາວ ພ້ອມກັບເຕັກນິກຕ່າງໆ ທີ່ເຮັດໃຫ້ແຂກທີ່ເຂົ້າມາພັກເໝືອນກັບຢູ່ໃນເຮືອທີ່ກຳລັງລອຍຢູ່ໃນທະເລ.