ລັດຖະບານ ປະກາດ 6 ມາດຕະການຜ່ອນຜັນ ໃນຊ່ວງໂຄວິດລະບາດນີ້

3681

ວັນວັນທີ 20 ພຶດສະພາ 2021, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ.ທີ່ ຫ້ອງການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດຖະແຫຼງຂ່າວ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໂດຍສະເພາະແມ່ນ ມາດຕະການຜ່ອນຜັນ ແລະ ມາດຕະການເພີ່ມເຕີມ.

ສ່ວນມາດຕະການຜ່ອນຜັນ ມີດັ່ງນີ້:

  1. ທ້ອງຖິ່ນໃດ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໃຫ້​ສາ​ມາດເດີນ​ທາງ​​ເຂົ້າ​-ອອກ​ ​ພາຍ​ໃນ​ທ້ອງຖິ່ນຕົນ ໄດ້ປົກ​ກະ​ຕິ.
  2. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ​ລະ​ຫວ່າງ​ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນ
  3. ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ຜູ້ສັ່ງກັບເມືອເຮືອນຕົນ ຫຼື ມີບໍລິການສົ່ງເຖິງສະຖານທີ່ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້ານັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼື ຮ້ານກາເຟ ເປັນອັນຂາດ.

4.ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາ.

5.ອະນຸຍາດໃຫ້ອອກກຳລັງກາຍ, ຫຼິ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍຢູ່ຕາມສະຖານທີ່ຕ່າງໆ, ການຫຼິ້ນກິລາກ໊ອບ, ເຕະບານ, ກິລາອື່ນໆ. ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ ໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີໄປ.

6.ອະ​ນຸ​ຍາດ​ໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກລະ​ຫວ່າງ​ແຂວງ​ຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ ໂຄວິດ-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນ ຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິ ບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.