ຈາກນີ້ຈະກຳນົດເປັນເຂດການລະບາດ ເພື່ອປ້ອງກັນພະຍາດໂຄວິດ-19

419

 

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ ໄຂການລະບາດພະຍາດໂຄວິດ-19 ໄດ້ກໍານົດເອົາບ້ານ ເປັນຫົວໜ່ວຍໃນການແບ່ງເຂດ ການລະບາດຂອງພະຍາດໂຄວິດ-19 ອອກເປັນ 3 ເຂດຄື: ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ; ໃນນີ້ເຂດແດງມີມາດຕະການເຂັ້ມງວດທີ່ສຸດ ໂດຍຫ້າມບຸກຄົນອອກຈາກບໍລິເວນເຮືອນ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
ກະຊວງສາທາລະນະສຸກ ອອກແຈ້ງການ ເລກທີ 0400/ສທ, ນະຄອນຫຼວງວຽງຈັນ ເຖິງບັນດາຫົວໜ້າພະແນກສາທາລະນະສຸກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການກໍານົດເຂດການລະບາດ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19.


ອີງຕາມ ການເຫັນດີເປັນເອກກະພາບ ໃນກອງປະຊຸມ ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ ໄຂການລະບາດພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ຮອງຫົວຫນ້າກອງເລຂາຄະນະສະເພາະກິດ, ຄັ້ງ ວັນທີ 19 ພຶດສະພາ 2011 ທີ່ກະຊວງສາທາລະນະສຸກ.

ເພື່ອເຮັດໃຫ້ການວາງມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດຂອງ ພະຍາດໂຄວິດ-19 ໃຫ້ມີຄວາມຮັດກຸມ, ສອດຄ່ອງ ແລະ ແທດເໝາະກັບສະພາບການລະບາດຕົວຈິງຂອງພະຍາດ ໃນແຕ່ລະຂົງເຂດ. ກະຊວງສາທາລະນະສຸກຈຶ່ງໄດ້ກໍານົດເອົາບ້ານ ເປັນຫົວໜ່ວຍໃນການແບ່ງເຂດ ການລະບາດຂອງພະຍາດໂຄວິດ-19 ອອກເປັນ 3 ເຂດຄື: ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ, ຕາມລາຍລະອຽດ ດັ່ງລຸ່ມນີ້:


ການກຳນົດເຂດການລະບາດ:
1) ເຂດ/ບ້ານສີແດງ: ໝາຍເຖິງບ້ານທີ່ມີຜູ້ຕິດເຊື້ອ 1 ກໍລະນີ ທີ່ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ຫຼື ການເກີດເປັນຈຸ້ມທີ່ມີ 2 ກໍລະນີຂຶ້ນໄປ ໃນໄລຍະ 14 ວັນຜ່ານມາ;
2) ເຂດ/ບ້ານສີເຫຼືອງ: ໝາຍເຖິງບ້ານທີ່ມີຜູ້ຕິດເຊື້ອ 1 ກໍລະນີ ທີ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ໃນໄລຍະ 14 ວັນຜ່ານມາ ຫຼື ເປັນບ້ານທີ່ມີຊາຍແດນຕິດກັບເຂດບ້ານສີແດງ ຫຼື ເປັນບ້ານທີ່ມີລາຍງານຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ
3) ເຂດ/ບ້ານສີຂຽວ: ໝາຍເຖິງ ບ້ານທີ່ບໍ່ມີກໍລະນີຕິດເຊື້ອ ແລະ ບໍ່ມີຜູ້ສຳຜັດໃກ້ຊິດ ໃນໄລຍະ 14 ວັນຜ່ານມາ.
ມາດຕະການໃນການຈັດຕັ້ງປະຕິບັດ:


1) ເຂດ/ບ້ານສີແດງ:
-ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021, ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ ແລະ ຮ້ານເກມ ທຸກປະເພດ;
-ໃຫ້ປິດບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ຍົກເວັ້ນ ໂຮງງານທີ່ມີຫໍພັກຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການ ຂອງບັນດາໂຮງງານປິດ ມີການຄຸ້ມຄອງແຮງງານໃຫ້ພັກຢູ່ທີ່ພັກຂອງຕົນ ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ;


-ອະນຸຍາດໃຫ້ເປີດ ຫ້ອງການບ້ານ, ປກສ ກຸ່ມບ້ານ, ສຸກສາລາ ແລະ ຮ້ານຂາຍຢາ ແຕ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.
-ຫ້າມບຸກຄົ້ນອອກຈາກບໍລິເວນເຮືອນ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຍ້ອນເຫດຜົນຈໍາເປັນເຊັ່ນ: ຂົນສົ່ງສິນຄ້າ ແລະ ສົ່ງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານກວດສຸຂະພາບ, ກວດກາເອກະສານ ແລະເກັບກໍາຂໍ້ມູນ ຢ່າງເຂັ້ມງວດ;
-ສໍານັກງານຫ້ອງການທີ່ມີຄວາມຈໍາເປັນຕ້ອງມີການເຮັດວຽກຕໍ່ເນື່ອງ ຕ້ອງແຕ່ງຕັ້ງພະນັກງານມາປະຈໍາການ 14 ວັນ ໂດຍບໍ່ມີການຜັດປ່ຽນຜູ້ໃໝ່;
-ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ກໍລະນີຈໍາເປັນຕ້ອງ ຈັດກິດຈະກໍາໃດໜຶ່ງ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບຸ ຫຼື ນ້ຳຢາຂ້າເຊື້ອ;


-ຫ້າມນັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼື ຮ້ານກາເຟ, ໃຫ້ເປີດສະເພາະສັ່ງກັບເຮືອນເທົ່ານັ້ນ ຫຼື ມີບໍລິການສົ່ງເຖິງສະຖານທີ່ ໃນເຂດທີ່ມີການລະບາດ;
– ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ, ມິນິມາກ, ຊຸບເປີມາເກັດ ແລະ ຕະຫຼາດ ເປັນຕົ້ນ ແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື້;
-ອະນຸຍາດໃຫ້ ລົດໂຮງໝໍ, ທີມແພດ, ຄະນະສະເພາະກິດ, ລົດດັບເພິງ ແລະ ລິດເກັບມ້ຽນຂີ້ເຫຍື້ອ ເຂົ້າໄປປະຕິບັດໜ້າທີ່;
-ຈັດໃຫ້ມີເວນຍາມ ແລະ ລາດຕະເວນ 24 ຊົ່ວໂມງ ເພື່ອສະກັດກັ້ນ ການລັກເຂົ້າ-ອອກ ບ້ານ ໂດຍບໍ່ໄດ້ຮັບອະນຸຍາດ; ອະນາໄມຂ້າເຊື້ອຢູ່ເຮືອນ ແລະ ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ, ເປັນຕົ້ນ ການຂ້າເຊື້ອຢູ່ໃນເຮືອນ, ເປີດປະຕູປ່ອງຢ້ຽມ, ອະນາໄມຕາມລູກບິດປະຕູ, ຮາວຂັ້ນໄດດ້ວຍເຫຼົ້າ 70 ອົງສາ;
-ການຈໍາກັດຂີ້ເຫຍື້ອຕ້ອງໃສ່ຖົງຢາງ 2 ຊັ້ນ ແລະ ສີດຜົ່ນດ້ວຍເຫຼົ້າ 90 ອົງສາ;
-ມາດຕະການອື່ນໆ ທີ່ເຫັນວ່າມຈໍາເປັນໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ
-ຖ້າບໍ່ມີກໍລະນີພົບເຊື້ອໃໝ່ ຫຼັງຈາກ 14 ວັນ ຈະໄດ້ມີການປະເມີນອອກຈາກເຂດແດງ.


2)ເຂດບ້ານສີເຫຼືອງ:
-ສືບຕໍ່ປະຕິບັດຄຳສັ່ງ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ ເມສາ 2021
-ສາມາດເດີນທາງໄປເຂດສີເຫຼືອງ ໄດ້ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ
-ຮ້ານອາຫານ ແລະ ກາເຟ ໃຫ້ບໍລິການ ໃນຮູບແບບຊື້ກັບເຮືອນ
-ສໍານັກງານ ຫ້ອງການ ໃຫ້ເຮັດວຽກທາງ ອອນລາຍ ແຕ່ຖ້າມີຄວາມຈຳເປັນ ມາເຮັດວຽກຢູ່ຫ້ອງການ ແມ່ນໃຫ້ຜັດປ່ຽນກັນມາປະຈຳການເພື່ອບໍ່ໃຫ້ມີ ຈໍານວນພົນແອອັດ

-ຫ້າມບໍ່ໃຫ້ໂຮມຊຸມນຸມເກີນ 5 ຄົນ, ກໍລະນີຈໍາເປັນຕ້ອງ ຈັດກິດຈະກຳໃດໜຶ່ງ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດເປັນຕົ້ນ ແທກອຸນຫະພຸມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັ່ງ, ລ້າງມືໃສ່ສະບຸ ຫຼື ນ້ຳຢາຂ້າເຊື້ອ;
-ບໍ່ມີການເວນຍາມ ແລະ ລາດຕະເວນ ການເຂົ້າ-ອອກ ຕາມຊາຍແດນລະຫວ່າງບ້ານເຫຼືອງ ແລະບ້ານຂຽວ;
-ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ, ມິນິມາກ, ຊຸບເປີມາເກັດ ແລະ ຕະຫຼາດ ເປັນຕົ້ນ ແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບຸ ຫຼື ເຈລລ້າງມື
-ມາດຕະການອື່ນໆທີ່ເຫັນວ່າຈຳເປັນໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ


3)ເຂດ/ບ້ານສີຂຽວ:
-ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021
-ສາມາດເດີນທາງໄປເຂດສີຂຽວໄດ້ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ,
-ຮ້ານອາຫານ ແລະ ກາເຟ ໃຫ້ບໍລິການ ໃນຮູບແບບຊື້ກັບເຮືອນ;
-ຫ້າມບໍ່ໃຫ້ໂຮມຊຸມນຸມເກີນ 10 ຄົນ, ກໍລະນີຈຳເປັນຕ້ອງ ຈັດກິດຈະກຳໃດໜຶ່ງ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັ່ງ, ລ້າງມືໃສ່ສະບູຫຼື ນ້ຳຢາຂ້າເຊື້ອ;
-ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ, ມິນິມາກ, ຊຸບເປີມາເກັດ ແລະ ຕະຫຼາດ ເປັນຕົ້ນ ແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບຸ ຫຼື ເຈລລ້າງມື ແລະ ມາດຕະການອື່ນໆທີ່ເຫັນວ່າຈຳເປັນໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ