ບໍ່ແກ້ວຫັດແອບກໍ່ສ້າງນາຍສິບທະຫານຮາບ

353

ໃນອາທິດຜ່ານມານີ້, ສະຫາຍ ພັນໂທ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ການອົບຮົມ-ຫັດແອບ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ II ຢູ່ສະໜາມທ່າໄຂເປັດ.


ການລົງເຄື່ອນໄຫວຄັ້ງນີ້, ສະຫາຍ ພັນໂທ ທອງໄຂ ສີຍາລາດ ຍັງໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ຂອງກົມກອງຕະຫຼອດໄລຍະໃນການຈັດຕັ້ງປະຕິບັດຜ່ານມາ ຈາກຄະນະພັກ-ຄະນະບັນຊາ ໂຮງຮຽນການທະຫານທ້ອງຖິ່ນ ເຫັນວ່າສາມາດປະຕິບັດຕາມແຜນການອົບຮົບ-ຫັດແອບຂອງຂັ້ນເທິງຢ່າງເຂັ້ມງວດ ແລະ ບັນດາຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ.

ໂອກາດດັ່ງກ່າວສະຫາຍຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາທີ່ສຸມເຮືອແຮງ ສະຕິປັນຍາ ເຂົ້າໃນການສຶກສາຮໍ່ຳຮຽນຢ່າງຕັ້ງໜ້າ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາໂຮງຮຽນ ພະນັກງານ-ຄູອາຈານ ຕະຫຼອດຮອດນັກຮຽນທຸກສະຫາຍຈົ່ງເອົາແນວຄິດການເມືອງເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແບບແຜນທີ່ທັນສະໄໝ, ກຳແໜ້ນທີດສະດີຫຼັກການ, ພາກການເມືອງ ການທະຫານ ພະລາທິການ-ເຕັກນິກ, ສິີນລະປະຢຸດ-ຢຸດທະວິທີ, ຮັບປະກັນໃຫ້ມີຄວາມປອດໄພ 100%.


ພ້ອມກັນຍົກສູງສະຕິຄວາມຮັບຜິດຊອບຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງກອງທັບ, ປະຕິບັດມາດຕະການຕໍ່ກັບບຸກຄົນທີ່ລະເມີດຕໍ່ລະບຽບວິໄນຂອງກອງທັບ ແລະ ຂໍ້ກຳນົດຂອງກົມກອງຈະມີວິທີການສຶກສາອົບຮົມ, ກ່າວເຕືອນ ແລະ ປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດ, ຕໍ່ບຸກຄົນທີ່ເປັນເຈົ້າການຈັດຕັ້ງປະຕິບັດລະບຽບວິໄນໄດ້ດີຕ້ອງຍ້ອງຍໍສັນລະເສີນຢ່າງທັນການ ແລະ ເໝາະສົມ.

ຕ້ອງເພີມຄວາມຮັບຜິດຊອບໃນການຕ້ານ ແລະ ສະກັດກັ້ນການແຜລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງຢູ່ໃນປະເທດເຮົາ  ເວົ້າສະເພາະກໍ່ຄື ແຂວງບໍ່ແກ້ວ ໃຫ້ໝົດໄປຈາກປະເທດເຮົາ. ພ້ອມດຽວກັນນັ້ນ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ພະແນກຊາວໜຸ່ມ-ສະຫະພັນແມ່ຍິງ ທະຫານແຂວງ ຍັງໄດ້ນຳເອົາຂອງຂວັນມາເປັນຂວັນກຳລັງໃຈອີກດ້ວຍ.


ໂດຍ: ວໍລະສິດ ພິດສະຫາຍ.