8 ຂັ້ນຕອນເລີ່ມຕົ້ນເຮັດທຸລະກິດ ຫາກພ້ອມແລ້ວລົງມືເຮັດຕອນນີ້ໄດ້ເລີຍ!

3215

ປັດຈຸບັນ ເຖິງແມ່ນວ່າຫຼາຍໆຄົນ ຈະເບິ່ງວ່າການເລີ່ມຕົ້ນເຮັດທຸລະກິດເປັນເລື່ອງທີ່ຍາກ ເພາະມີອົງປະກອບຫຼາຍຢ່າງເຂົ້າມາກ່ຽວຂ້ອງ ແຕ່ການເລີ່ມຕົ້ນທຸລະກິດເປັນຊ່ອງທາງ ແລະ ທາງເລືອກທີ່ດີໃນການສ້າງອາຊີບໃຫ້ກັບຕົວເອງ ເຖິງແມ່ນວ່າມັນຕ້ອງໃຊ້ເວລາ ແລະ ຄວາມມຸ່ງໝັ້ນເພື່ອເຮັດໃຫ້ມັນເປັນຮູບເປັນຮ່າງ ມີຄົນຮູ້ຈັກ ມີຖານລູກຄ້າ ແລະ ມີການເຕີບໂຕທີ່ໝັ້ນຄົງ.

ແນວໃດກໍຕາມ ທຸກສິ່ງທຸກຢ່າງມັນບໍ່ເກີນຄວາມພະຍາຍາມຄົນ ມື້ນີ້ຜູ້ຂຽນຂໍນໍາສະເໜີ ຂັ້ນຕອນການເລີ່ມຕົ້ນທຸລະກິດແບບງ່າຍໆ ໃນ 8ຂັ້ນຕອນ ທີ່ທ່ານສາມາດນໍາມາເລີ່ມຕົ້ນວາງແຜນ ແລະ ລົງມືເຮັດໄດ້ເລີຍ.

1 ເຮັດການວິໄຈຕະຫຼາດ

ກ່ອນທີ່ທ່ານຈະເລີ່ມຕົ້ນທຸລະກິດ ຫຼື ເຮັດຫຍັງກໍແລ້ວແຕ່ ທ່ານອາດຈະເຮັດວິໄຈຕະຫຼາດຂຶ້ນມາ ເພື່ອໃຫ້ໄດ້ພາບທີ່ຊັດເຈນຂຶ້ນ ເຊິ່ງມັນຄວນເປັນສິ່ງທີ່ທ່ານມັກ ແລະ ຫຼົງໄຫຼ ເພາະທຸລະກິດໃໝ່ຈະຕ້ອງອາໄສເວລາຊີວິດ ແລະ ເງິນຂອງທ່ານຫຼາຍ ສ້າງແນວຄິດທຸລະກິດ ດ້ວຍການລະບຸສິ່ງທີ່ຄົນຕ້ອງການ ແລະ ເຕັມໃຈທີ່ຈະຈ່າຍ.

2 ຂຽນແຜນທຸລະກິດ

ທ່ານຕ້ອງມີແຜນທຸລະກິດຊັດເຈນ ເພື່ອນໍາສະເໜີແກ່ນັກລົງທຶນ ໂດຍຈຸດເລີ່ມຕົ້ນທີ່ດີທີ່ສຸດກໍຄື ການປະເມີນຕົ້ນທຶນຂອງການດໍາເນີນທຸລະກິດໃນເບື້ອງຕົ້ນ ຮ່າງເຄົ້າໂຄງ ແລະ ເຮັດໃຫ້ທ່ານປະເມີນໄດ້ວ່າທ່ານຕ້ອງການເງິນຫຼາຍໜ້ອຍປານໃດໃນການຜະລິດສິນຄ້າ ຫຼື ການບໍລິການ ທີ່ທ່ານຕັ້ງໃຈຈະສະເໜີ ຫຼື ຜະລິດ ລວມທັງຄ່າໃຊ້ຈ່າຍຕ່າງໆຢ່າງລະອຽດ. ນອກຈາກນີ້ຍັງຕ້ອງປະເມີນອຸປະສັກ ທ່ານຕ້ອງວາງແຜນລ່ວງໜ້າສໍາລັບທຸກບັນຫາ ທີ່ອາດຈະເຂົ້າມາກັ້ນຂວາງລະຫວ່າງທາງ, ປະເມີນການແຂ່ງຂັນ ແລະ ປະເມີນຄູ່ແຂ່ງຂອງທ່ານໃຫ້ດີ.

3 ເຮັດແຜນການຕະຫຼາດ

ໃນການເຮັດແຜນການຕະຫຼາດ ແລະ ປະຊາສໍາພັນທຸລະກິດ ທ່ານອາດຈະຕ້ອງຂຽນງົບປະມານ ຄ່າໃຊ້ຈ່າຍ ເມື່ອມີແນວຄິດເປັນຮ່າງແລ້ວວ່າທ່ານຕ້ອງໃຊ້ເງິນເທົ່າໃດ ໃຫ້ຂຽນແຜນງົບປະມານທີ່ລະບຸວ່າ ທ່ານຈະມີເງິນສໍາລັບໃຊ້ໃນການໂຄສະນາເທົ່າໃດ ວາງແຜນຊ່ວງເວລາ ແລະ ສະຖານທີ່ສໍາລັບເຮັດການຕະຫຼາດ. ເມື່ອຮູ້ວ່າຈະເຮັດການຕະຫຼາດແບບໃດ ໃຫ້ຄິດຕໍ່ວ່າຢູ່ໃສທີ່ທ່ານຈະໂຄສະນາທຸລະກິດຂອງທ່ານໄດ້ຢ່າງມີປະສິດທິພາບຫຼາຍທີ່ສຸດ ແລະໂຄສະນາຂອງທ່ານຈະໄປຮອດຕະຫຼາດເປົ້າໝາຍໄດ້ດີທີ່ສຸດໃນຊ່ວງເວລາໃດ.

4 ຫາແຫຼ່ງເງິນທຶນ

ການເລີ່ມຕົ້ນເຮັດທຸລະກິດຕ້ອງໃຊ້ເງິນທຶນ ຈະຫຼາຍ ຫຼື ໜ້ອຍ ຂຶ້ນກັບປະເພດ ແລະ ຂະໜາດຂອງທຸລະກິດ ຕ້ອງຫາຂໍ້ມູນກ່ຽວກັບທະນາຄານ ຫຼື ສະຖາບັນການເງິນຕ່າງໆ. ແຕ່ທີ່ສໍາຄັນທ່ານຄວນເລືອກໃຊ້ບໍລິການກັບທະນາຄານທີ່ທ່ານຮູ້ຈັກຢູ່ແລ້ວ ເພາະຈະເຮັດໃຫ້ທະນາຄານນັ້ນໆ ສາມາດເຂົ້າເຖິງປະຫວັດການເງິນຂອງທ່ານໄດ້ຢ່າງງ່າຍດາຍ ແລະ ໝັ້ນໃຈທີ່ຈະລົງທຶນກັບທ່ານຫຼາຍຂຶ້ນ. ແຕ່ແນວໃດກໍຕາມ ທ່ານຕ້ອງສຶກສາຫາຂໍ້ມູນໃຫ້ດີ ແລະ ຕັດສິນໃຈຢ່າງລະມັດລະວັງ.

5 ເບິ່ງສະຖານທີ່, ຫ້ອງການ ແລະ ເຄື່ອງມືອຸປະກອນຕ່າງໆ

ເຮັດທຸລະກິດຕ້ອງຢູ່ໃນສະຖານທີ່ທີ່ມີສັກກະຍະພາບ ຫຼື ເອີ້ນວ່າທໍາເລງາມ ສິ່ງທໍາອິດທ່ານຕ້ອງຫາຫ້ອງການສໍາລັບດໍາເນີນທຸລະກິດ ອາດຈະເປັນຫ້ອງການໃນເຮືອນເລີຍ, ເຊົ່າເຮືອນ ຫຼື ຫ້ອງການ; ຖ້າຫາກໃຊ້ພື້ນທີ່ເລັກໜ້ອຍ ບໍ່ມີລູກຈ້າງ ຕ້ອງເບິ່ງຫາເຂດທີ່ລາຄາບໍ່ສູງ ຫຼື ແຫຼ່ງບົ່ມເພາະທຸລະກິດ ແທນທີ່ຈະເຊົ່າບ່ອນຫຼູຫຼາ ແຕ່ທັງນີ້ທັງນັ້ນ ການເຊົ່າສະຖານທີ່ເຮັດທຸລະກິດ ຂຶ້ນຢູ່ກັບວ່າທ່ານຈະເຮັດຫຍັງ ຕັ້ງໃຈຈະໃຫ້ທຸລະກິດເຕີບໂຕໄປສໍ່າໃດ. ເມື່ອຫາຫ້ອງການໄດ້ ຕ້ອງຫາອຸປະກອນທີ່ຈໍາເປັນຕ້ອງໃຊ້ໃນການເລີ່ມຕົ້ນທຸລະກິດ ອາດຈະເປັນເຄື່ອງຈັກຕ່າງໆ ເຄື່ອງອີເລັກໂທນິກຕ່າງໆ ບໍ່ວ່າຈະເປັນ ຄອມພິວເຕີ, ໂທລະສັບ ຫຼື ອຸປະກອນຕ່າງໆ ທີ່ເຂົ້າກັບສິ່ງທີ່ທ່ານຈະເຮັດ.

6 ສ້າງຖານກຸ່ມລູກຄ້າເປົ້າໝາຍ

ການເລີ່ມຕົ້ນທຸລະກິດ ຕ້ອງມີຖານກຸ່ມລູກຄ້າເປົ້າໝາຍທີ່ຊັດເຈນ ໂດຍທ່ານຈະຕ້ອງໃຊ້ການຕະຫຼາດ ແລະ ການປະຊາສໍາພັນໃຫ້ມີປະໂຫຍດ, ທ່ານຕ້ອງເຂົ້າຫາຄົນທີ່ຄິດວ່າໜ້າຈະເປັນລູກຄ້າຂອງທ່ານ ເຮັດທຸກຢ່າງໃຫ້ເຂົາເຈົ້າສົນໃຈຢາກໃຊ້ບໍລິການສິນຄ້າຂອງທ່ານ ພ້ອມນີ້ກໍຕ້ອງມີວິທີການຫາລູກຄ້າຢູ່ສະເໝີ ພ້ອມສ້າງສິ່ງທີ່ໜ້າຈົດຈໍາ ແລະ ມອບສິນຄ້າຄຸນນະພາບແກ່ເຂົາເຈົ້າເພື່ອເປັນການຕະຫຼາດໃນຕົວລູກຄ້າ ດ້ວຍການບອກຕໍ່ສິນຄ້າຂອງທ່ານແກ່ຄົນອື່ນ.

7 ການຮັບເງິນ-ຈ່າຍເງິນ

ເມື່ອທຸລະກິດຂອງທ່ານຂັບເຄື່ອນໄປໄດ້ແລ້ວ ຕໍ່ໄປທ່ານຕ້ອງຄໍານຶງເຖິງການຮັບເງິນ-ຈ່າຍເງິນໃນຮູບແບບໃດ ເພື່ອໃຫ້ເໝາະສົມກັບທຸລະກິດຂອງທ່ານ ທີ່ສໍາຄັນ ຢ່າໃຫ້ຄົນອື່ນມາເອົາປຽບທ່ານໄດ້ ແຕ່ທັ້ງນີ້ທັງນັ້ນ ຕ້ອງຄິດ ວາງແຜນໃຫ້ດີ ໃຫ້ການຮັບ-ຈ່າຍເງິນເໝາະສົມກັບທຸລະກິດຂອງທ່ານ.

8 ວາງແຜນການຂະຫຍາຍທຸລະກິດ

ເຊື່ອວ່າເຈົ້າຂອງທຸລະກິດທຸກຄົນ ຕ້ອງການໃຫ້ບໍລິສັດຂອງຕົນເອງເຕີບໂຕ ແລະ ມີທ່າຂະຫຍາຍຕົວຂຶ້ນເລື້ອຍໆ ເມື່ອໄປຮອດຈຸດນັ້ນ ທ່ານຄວນວາງແຜນນໍາວ່າຈະຮັບສະໝັກພະນັກງານເພີ່ມແນວໃດ ຂັ້ນຕອນເປັນໄປແນວໃດ ລວມເຖິງທຸລະກິດຂອງທ່ານຈະຂະຫຍາຍຕົວໃນຮູບແບບໃດໄດ້ອີກ, ເວົ້າລວມແລ້ວສິ່ງສໍາຄັນຂອງການເຮັດທຸລະກິດ ຄືການບໍ່ຢຸດນິ້ງຢູ່ບ່ອນເກົ່າ ຕ້ອງຄິດ ວາງແຜນ ພ້ອມລົງມືເຮັດຢ່າງມີແບບແຜນຢູ່ສະເໝີ.

ສະໜັບສະໜູນຂ່າວໂດຍ: