ໂຮງໝໍຮ່າໂນ້ຍ – ວຽງຈັນ ປະກາດປິດບໍລິການຊົ່ວຄາວ ຫຼັງມີຄົນເຈັບມາປິ່ນປົວແລ້ວອອກໂຮງໝໍ ແຕ່ເວລາຕໍ່ມາຜົນກວດຕິດໂຄວິດ-19

946

ໂຮງໝໍ ຮ່າໂນ້ຍ-ວຽງຈັນ ໄດ້ອອກແຈ້ງການເລກທີເລກທີ 020 /ຮໝຮນວຈ  ລົງວັນທີ 19 / 05 / 2021ເລື່ອງ ການປີດບໍລິການກວດ, ປີ່ນປົວຊົ່ວຄາວໃນໄລຍະວັນທີ 19/5/2021 – 01/6/2021 ).

ອີງຕາມ ແຈ້ງການເລກທີ່ 462/ຫສນຍ ລົງວັນທີ 05/5/2021 ກ່ຽວກັບທິດຊີ້ນໍານໍາສືບຕໍ່ປະຕິບັດ ຄໍາ ສັ່ງເລກທີ່ 15/ນຍ, ລົງວັນທີ21/4/2021 ວ່າດ້ວຍການເພີ່ມມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານ Covid -19; ອີງໃສ່ການຖະແຫຼງຂ່າວປະຈໍາວັນທີ 18/5/2021 ຂອງຄະນະສະເພາະກິດກ່ຽວກັບປະຫວັດຂອງຜູ້ ຕິດເຊື້ອ Covid -19 ທີ່ໄດ້ມາກວດຢູ່ໂຮງຫມໍຮ່າໂນ້ຍ – ວຽງຈັນ.

ໂຮງຫມໍຮ່າໂນ້ຍ – ວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ນັບຕັ້ງແຕ່ວັນທີ່ 19/5/2021 – 01/6/2021 ແມ່ນທາງໂຮງຫມໍພວກເຮົາຈະໄດ້ປີດໃຫ້ບໍລິການຊົ່ວຄາວ, ເນື່ອງຈາກວ່າໃນວັນທີ 13/5/2021 ແມ່ນທາງໂຮງຫມໍພວກເຮົາໄດ້ຮັບເອົາຄົນເຈັບທີ່ສົງໄສຕິດເຊື້ອພະຍາດໂຄວິດ 19 ໜຶ່ງຄົນ ແຕ່ຜ່ານການ ສອບຖາມຂໍ້ມູນປະຫວັດການເຄື່ອນໄຫວຜູ້ກ່ຽວໃຫ້ຮູ້ວ່າ ຜ່ານມາແມ່ນບໍ່ໄດ້ອອກຈາກບ້ານໄປໃສນັບຕັ້ງແຕ່ມີ ແຈ້ງການປີດນະຄອນຫຼວງວຽງຈັນ(ແຕ່ວັນທີ 21/4/2021 – 13/5/2021), ແລະ ຢູ່ໃນຄອບຄົວຂອງຜູ້ກ່ຽວ ແມ່ນບໍ່ມີໃຜຕິດເຊື້ອໂຄວິດມາກ່ອນ.

ສາເຫດທີ່ຜູ້ກ່ຽວເຂົ້າມາກວດແມ່ນມີອາການແຫນ້ນຫນ້າເອີກ, ຫາຍໃຈຍາກ, ບໍ່ມີອາການໄຂ້, ໄອ, ເຖິງວ່າຄົນເຈັບຈະບໍ່ມີປະຫວັດການສໍາຜັດກັບຜູ້ຕິດເຊື້ອມາກ່ອນ ແຕ່ວ່າຄົນເຈັບ ມີອາການແຫນ້ນຫນ້າເອີກແລະຫາຍໃຈຍາກ. ດັ່ງນັ້ນທາງພວກເຮົາຈຶ່ງໄດ້ແຍກຄົນເຈັບໄປນອນຕິດຕາມ ອາການຢູ່ຫ້ອງແຍກປ່ຽວ, ໃນຕະຫຼອດການນອນປິ່ນປົວທາງແພດພະຍາມບານພວກເຮົາກໍໄດ້ປະຕິບັດຕາມ ມາດຕະການປ້ອງກັນພະຍາດຢ່າງເຂັ້ນງວດ. ໃນເວລາປິ່ນປົວພວກເຮົາຍັງຄົງສົງໄສວ່າຄົນເຈັບມີອາການຕິດເຊື້ອພະຍາດໂຄວິດ.

ດັ່ງນັ້ນ, ພວກເຮົາຈຶ່ງໄດ້ປະສານງານຫາໂຮງຫມໍ 150 ຕຽງເພື່ອເຄື່ອນຍ້າຍຄົນເຈັບ ໄປກວດຫາເຊື້ອໂຄວິດ 19. ໃນເວລາລໍຖ້າຄໍາຕອບກັບຈາກໂຮງຫມໍ 150 ຕຽງນັ້ນພວກເຮົາໄດ້ອະທິບາຍໃຫ້ ຄົນເຈັບກ່ຽວກັບການເຄື່ອນຍ້າຍໄປກວດຫາເຊື້ອພະຍາດໂຄວິດແຕ່ວ່າຄົນເຈັບບໍ່ເຫັນດີຈຶ່ງໄດ້ຂໍອອກໂຮງຫມໍເລີຍ.ດັ່ງນັ້ນທ່ານຫມໍຂອງພວກເຮົາຈຶ່ງໄດ້ແນະນໍາໃຫ້ຄົນເຈັບປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ເພື່ອປ້ອງກັນການແຜ່ເຊື້ອໃຫ້ຄົນອື່ນ ແລະ ໃຫ້ຄົນເຈັບສືບຕໍ່ຕິດຕາມ ອາການຂອງຕົນເອງ.

ຈົນມາຮອດວັນທີ 18/5/2021 ພວກເຮົາໄດ້ຮັບແຈ້ງການຈາກຄະນະສະເພາະກິດວ່າ ຄົນເຈັບດັ່ງກ່າວມີຜົນກວດໂຄວິດເປັນບວກ. ດັ່ງນັ້ນເພື່ອເປັນການປະຕິບັດຕາມມາດຕະການປ້ອງກັນ ພະຍາດໂຄວິດ 19 ຢ່າງເຄັ່ງຄັດ, ພວກເຮົາຈຶ່ງໄດ້ຕັດສີນໃຈປີດໃຫ້ບໍລິການກວດ ແລະ ປິ່ນປົວຊົ່ວຄາວເປັນ ເວລາ 14 ວັນ ດັ່ງແຈ້ງການຕໍ່ໄປນີ້:

1. ໂຮງຫມໍຈະປີດຮັບຄົນເຈັບຊົ່ວຄາວນັບຕັ້ງແຕ່ວັນທີ 19/5/2021 – 01/6/2021;  2. ພະນັກງານຂອງໂຮງຫມໍທຸກຄົນຈະຕ້ອງຕ້ອງໄດ້ກັກໂຕຕິດຕາມອາການຈົນຄົບ 14 ວັນ; 3. ພວກເຮົາຂໍຄວາມຮ່ວມມືນໍາລູກຄ້າທຸກທ່ານທີ່ມາໃຊ້ບໍລິການກວດ, ປິ່ນປົວຢູ່ໂຮງຫມໍຂອງພວກເຮົານັບຕັ້ງແຕ່ 14:40ໂມງ ຂອງວັນທີ13/5/2001-18/5/2021 ໃຫ້ບັນດາທ່ານກັກໂຕເອງ, ຕິດຕາມອາການຢູ່ບ້ານຕາມຄໍາແນະນໍາຂອງຄະນະສະເພາະກິດໃຫ້ຄົບ 14 ວັນ;

4. ສໍາລັບຄົນເຈັບທີ່ກໍາລັງປິ່ນປົວເຂດນອກແມ່ນຍັງສາມາດຕິດຕໍ່ຜ່ານເບີ 030 9966999 ແລະ 030 568 9999 ໄດ້ຕະຫຼອດ 24 ຊົ່ວໂມງ ເພື່ອປຶກສາທາງດ້ານການແພດ, ແລະ ສາມາດສັ່ງຢາກີນຕໍ່ຕາມຂັ້ນຕອນຂອງການປິ່ນປົວ, ທາງໂຮງຫມໍສົ່ງຢາເຖິງທີ່ໃຫ້ທ່ານ; 5. ໂຮງຫມໍຈະກັບມາເປີດໃຫ້ລິການຄົນເຈັບອີກຄັ້ງໃນວັນທີ 02/6/2021.


ດັ່ງນັ້ນ, ພວກເຮົາຈຶ່ງໄດ້ເຮັດແຈ້ງການສະບັບນີ້ມາເພື່ອແຈ້ງໃຫ້ທ່ານຊາບ, ເພື່ອຂໍຄວາມຮ່ວມມືໃນການ ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 19.