ບັນຫາສຸຂະພາບຈິດ ອີກໜຶ່ງເລື່ອງໃຫຍ່ໃນໄລຍະໂຄວິດ

961

ໃນສະຖານະການທີ່ພະຍາດລະບາດ ຄວາມສ່ຽງທາງດ້ານຮ່າງກາຍສາມາດຈັດການໄດ້ດ້ວຍການສີດວັກແຊັງ ແຕ່ສິ່ງທີ່ຈະສົ່ງຜົນກະທົບໃນໄລຍະຍາວຕໍ່ບຸກຄົນຄື ບັນຫາດ້ານສຸຂະພາບຈິດ.

ບັນຫາທາງດ້ານສຸຂະພາບຈິດ ມີຜູ້ຊ່ຽວຊານຄາດວ່າປະຊາກອນໂລກຕ້ອງປະເຊີນໜ້າໃນປີ 2021 ມີດັ່ງນີ້:

ພາວະໝົດໄຟ ແລະ ການຢູ່ຢ່າງໂດດດ່ຽວເປັນເວລາດົນ

ໃນຂະນະທີ່ຊີວິດປະຈຳວັນ ສະຖານະການປົກກະຕິກໍມີຄວາມຄຽດຫຼາຍຢູ່ແລ້ວ ແຕ່ເມື່ອເກີດພະຍາດລະບາດໃຫຍ່ ກໍຍິ່ງເຮັດໃຫ້ຄວາມຕຶງຄຽດເພີ່ມຂຶ້ນ ທັງຄວາມຄຽດຈາກການຮຽນ, ການຮັກສາຕົນເອງໃຫ້ປອດໄພ, ບັນຫາດ້ານການເງິນ, ການຕ້ອງຕິດຕາມຂ່າວສານ ແລະ ການໄດ້ເຫັນຜູ້ຄົນມີອາການເຈັບປ່ວຍ ແລະ ຄວາມຕາຍ ເຮັດໃຫ້ເຮົາຮູ້ສຶກວ່ານີ້ແມ່ນເກມທີ່ບໍ່ຮູ້ມື້ຈົບ. ນອກຈາກນີ້, ການຢູ່ຢ່າງໂດດດ່ຽວ ເຊິ່ງນຳໄປສູ່ ຄວາມເຫງົາຍັງສົ່ງຜົນກະທົບຕໍ່ບຸກຄົນໄດ້ທຸກໄວອາຍຸ ແຕ່ເດັກນ້ອຍ ແລະ ໄວໜຸ່ມຈະສູນເສຍໂອກາດສຳຄັນໃນການພັດທະນາທັກສະທາງສັງຄົມ.

ພະຍາດລະບາດເປັນບ່ອນທຳລາຍການນອນຫຼັບ

ເມື່ອຄົນເຮົາມີເວລາຢູ່ເຮືອນຫຼາຍຂຶ້ນ ກໍອາດຈະນອນຫຼັບຫຼາຍຂຶ້ນ ມີໂອກາດທີ່ຈະເກີດຄວາມຝັນໃນໄລຍະພະຍາດລະບາດຫຼາຍຂຶ້ນເຊັ່ນກັນ ຄວາມຄຽດຈິດໃຈ ແລະ ຄວາມທ້າທາຍໃໝ່ໆເປັນອີກປັດໄຈລົບກວນການນອນຫຼັບ ແລະ ກໍ່ໃຫ້ເກີດພະຍາດທາງຈິດຕະເວດໄດ້. ບຸກຄະລາກອນທາງການແພດທີ່ເຮັດວຽກແນວໜ້າ ແລະ ຕ້ອງປະເຊີນກັບຜູ້ເສຍຊີວິດ ແລະ ຄົນເຈັບທີ່ມີອາການໜັກ ອາດມີຄວາມຄຽດຈາກພາວະທີ່ກະທົບກະເທືອນໃຈຢ່າງຮຸນແຮງ ແລະ ນຳໄປສູ່ພະຍາດນອນບໍ່ຫຼັບ ແລະ ຝັນຮ້າຍ. ນອກຈາກນີ້, ການບໍ່ສາມາດແຍກໄດ້ລະຫວ່າງວຽກງານກັບ ແລະ ຊີວິດໃນເຮືອນ ກໍສົ່ງຜົນຕໍ່ຮູບແບບການນອນຫຼັບເຊັ່ນກັນ, ນອກຈາກນີ້ການທີ່ຫຼາຍໆຄົນນໍ້າໜັກຂຶ້ນ ກໍເປັນຄວາມສ່ຽງຕໍ່ພາວະຢຸດຫາຍໃຈຊົ່ວຄາວ ໃນຂະນະທີ່ນອນຫຼັບ ແລະ ອາດມີຄວາມສ່ຽງສູງທີ່ຈະເກີດພະຍາດຊຶມເສົ້າ ແລະ ພະຍາດກັງວົນ ເນື່ອງຈາກຄຸນນະພາບການນອນຫຼັບກ່ຽວຂ້ອງກັບສຸຂະພາບຈິດ ແພດຈຶ່ງແນະນຳອອກໄປຮັບແສງແດດ ເພື່ອໃຫ້ໂມງຂອງຮ່າງກາຍເຮັດວຽກຕາມປົກກະຕິ, ເຂົ້ານອນໃຫ້ເປັນເວລາ ແລະ ຝຶກເຕັກນິກຜ່ອນຄາຍຕົນເອງ.

ອາການທາງຈິດບາງຢ່າງສາມາດເກີດຂຶ້ນໄດ້ຂະນະທີ່ຢູ່ຄົນດຽວ

ເຮົາຕ່າງກໍມີຄວາມສ່ຽງທີ່ແຕກຕ່າງກັນ ສຳລັບຫຼາຍໆຄົນການເຮັດວຽກກໍເປັນຕົ້ນເຫດຂອງບັນຫາດ້ານສຸຂະພາບຈິດໄດ້ ເຊັ່ນ: ຜູ້ທີ່ບໍ່ສາມາດຫຼີກລຽງຈາກການໄປບ່ອນສາທາລະນະໄດ້ ຫຼື ຜູ້ທີ່ບໍ່ສາມາດກັກຕຸນສະບຽງອາຫານໄດ້ ກໍອາດປະເຊີນກັບບັນຫາດ້ານສຸຂະພາບຈິດເຊັ່ນກັນ.

ນອກຈາກນີ້, ບຸກຄະລາກອນທາງການແພດກໍເປັນອີກກຸ່ມໜຶ່ງທີ່ຕ້ອງປະເຊີນກັບບັນຫາສຸຂະພາບຈິດໃນໄລຍະພະຍາດລະບາດ ເນື່ອງຈາກຂາດແຄນອຸປະກອນປ້ອງກັນ ໄລຍະການເຮັດວຽກທີ່ຍາວນານ, ຄວາມເຈັບປ່ວຍ ແລະ ການເສຍຊີວິດຂອງຄົນເຈັບ ແລະ ເພື່ອນຮ່ວມງານ ລວມທັງການທີ່ຕ້ອງຢູ່ຫ່າງຈາກຄອບຄົວ “ ທຸກຄັ້ງທີ່ເຮົາເວົ້າເຖິງສາທາລະນະສຸກ ເຮົາຄວນເວົ້າເຖິງເລື່ອງສຸຂະພາບຈິດ ແລະ ທຸກຄັ້ງທີ່ເຮົາເວົ້າເຖິງພະຍາດໂຄວິດ – 19 ເຮົາກໍຄວນເວົ້າເຖິງສຸຂະພາບຈິດດ້ວຍ ”.