ການເວົ້າສຽດສີ ບໍ່ແມ່ນເລື່ອງຕະຫຼົກ ທັດສະນະຄະຕິຈາກ ຕັອດ ລີນ່າ

707

ຕັອດ ລີນ່າ ນັກສະແດງລາວ ໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບປະເດັນຂອງການຮັບມົງກຸດຂອງເວທີ Miss Universe 2020 ແລະ ເກີດປະເດັນຂອງການເວົ້າໃນແງ່ສຽດສີຈາກໂລກໂຊຊ່ຽວກ່ຽວກັບສີຜິວ ແລະ ຮູບຮ່າງ ຫຼື ຄວາມງາມວ່າ ມີຄວາມບໍ່ເໝາະສົມຕ່າງໆ ເຊິ່ງຕັອດເອງກໍໄດ້ອອກມາໃຫ້ແງ່ຄິດທີ່ດີແກ່ສັງຄົມ.

ຈາກນັ້ນ, ຕັອດ ລີນ່າ ຈຶ່ງໄດ້ອອກມາໂພສສະແດງຄວາມຄິດເຫັນ ໂດຍຜ່ານແຄັບຊັນມີເນື້ອໃນໃຈຄວາມວ່າ: ຫຼັງຈາກຂ້ອຍເອງກໍເປັນຜູ້ໜຶ່ງທີ່ໃຫຍ່ມາກັບຄຳວ່າ: ສຳລີ, ຂຽວສະເຫວີຍ, ຖົງຖ່ານ… ຕ່າງໆນາໆ ທີ່ຄົນອື່ນຄິດວ່າເປັນເລື່ອງຕະຫຼົກ, ຈົນລຶ້ງເອງ ແລະ ບໍ່ສົນໃຈຄວາມຄິດຄົນກຸ່ມນັ້ນ ເພາະຂ້ອຍມີ Beyonce & Rihanna ເປັນຕົ້ນແບບຂອງສາວຜິວເຂັ້ມ, ງາມ ແລະ ເກັ່ງ!.

ແຕ່ນັບວັນຍິ່ງການພັດທະນາເຂົ້າເຖິງເຮົາຫຼາຍສໍ່າໃດ, ຄຳເວົ້າຄຳວ່າໃນແງ່ສຽດສີ ( Bully ) ຍິ່ງຖືກສັນຫາມາຄອມເມັ້ນໃຫ້ຮູ້ສຶກດ້ອຍລົງຫຼາຍສໍ່ານັ້ນ ( ເຮົາຈະຮູ້ເອງວ່າເປັນການ Bully ຫລື ຢອກໆ ຂຶ້ນກັບເຈຕະນາ ແລະ ສະຖານະການຂອງຜູ້ເວົ້າ ).

ຄິດອີກແງ່ໜຶ່ງ ສັງຄົມບ້ານເຮົາມັກໃຊ້ຄຳພວກນີ້ແກມຢອກມາດົນ, ເວົ້າກັບຄົນຮູ້ຈັກຈະເປັນສະຖານະການໜຶ່ງ ແຕ່ເວົ້າໃນທີ່ສາທາລະນະ ມັນຈະເປັນອີກມຸມມອງໜຶ່ງທີ່ສ່ອງເຂົ້າໄປໃນຈິດໃຈ ແລະ ພື້ນຖານການເຕີບໃຫຍ່ໃນສັງຄົມທີ່ຕົນເອງຄຸກຄີຢູ່. ເວົ້າໃຫ້ຄົນລາວນຳກັນເຮົາຍັງປ່ອຍວາງໄດ້, ແຕ່ເມື່ອໄປເວົ້າໃຫ້ຄົນຊາດອື່ນ ເຂົາຕີລາຄາກວມລວມທັງປະເທດ! ໝົດເລີຍຄຸນງາມ ຄວາມດີ.

ເຖິງຢ່າງໃດກໍຕາມ, ຕອນນີ້ອິດທິພົນຂອງ social media ບ້ານເຮົາ ກໍຄົງຈະຄ່ອຍດັດນິດໄສກັນເອງໄປເທື່ອລະໜ້ອຍ.

ສຳລັບຄົນທີ່ຖືກ Bully ຕັອດ ຂໍເປັນກຳລັງໃຈໃຫ້ ທີ່ບໍ່ແມ່ນແຕ່ເລື່ອງສີຜິວ, ເລື່ອງການສຶກສາ, ຖານະ, ຮູບຮ່າງຕ່າງໆນາໆກໍເຊັ່ນກັນ ສິ່ງເຫຼົ່ານີ້ມັນບໍ່ສາມາດນຳມາວັດຄຸນຄ່າຂອງຄົນຜູ້ໜຶ່ງໄດ້ ແລະ ຂໍແນະນຳໃຫ້ປ່ອຍຜ່ານ, ຢ່າເກັບມາຄິດ ເພາະເມື່ອຜົນງານເຮົາ – ຄວາມສຳເລັດເຮົາ ສ້າງຄວາມພູມໃຈໃຫ້ຕົວເອງເມື່ອໃດ ຕອນນັ້ນແຫຼະມັນຈະກັບມາເຂົ້າຫູກຸ່ມທີ່ເວົ້າສຽດສີເຮົາແບບບໍ່ຕ້ອງລົງມືເອງ.