ຊາວໂມຣັອກໂກ 8 ພັນກວ່າຄົນລອຍຂ້າມທະເລເຂົ້າມາແອັດສະປາຍ

546
Spanish Guardia Civil officers try to stop people from Morocco swimming and entering into the Spanish territory at the border of Morocco and Spain, at the Spanish enclave of Ceuta on Monday, May 17, 2021. Authorities in Spain say that around 1,000 Moroccan migrants have crossed into Spanish territory (Antonio Sempere/Europa Press via AP)

ສຳນັກຂ່າວບີບີຊີ ລາຍງານເມື່ອວັນທີ 18 ພຶດສະພາວ່າ ທາງການແອັດສະປາຍໄດ້ສົ່ງທະຫານ 200 ຄົນ ແລະ ຕຳຫຼວດອີກ 200 ຄົນ ໄປຊ່ວຍເຫຼືອເຂດປົກຄອງຕົນເອງເຊລຕາ ທີ່ຕັ້ງຢູ່ທາງທິດເໜືອຂອງທະວີບອາຟຣິກກາ ຕິດກັບຊາຍແດນໂມຣັອກໂກ, ຫຼັງຈາກມີຜູ້ອົບພະຍັກຊາວໂມຣັອກໂກປະມານ 8 ພັນຄົນ ເຊິ່ງໃນນັ້ນມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ ປະມານ 1.500 ຄົນໄດ້ພາກັນລອຍນ້ຳເຂົ້າມາເຂດຊາຍແດນເຊລຕາ.

ທ່ານ ເຟີນານໂດ ກຣານເດ ມາລາສກາ ລັດຖະມົນຕີກິດຈະການພາຍໃນຂອງແອັດສະປາຍເປີດເຜີຍວ່າ: ທະຫານ 200 ຄົນ ແລະ ຕຳຫຼວດອີກ 200 ຄົນ ໄດ້ຖືກສົ່ງໄປຊ່ວຍທະຫານເຂດປົກຄອງຕົນເອງເຊລຕາທີ່ມີຢູ່ປະມານ 1.100 ຄົນ ເພື່ອຮັບມືກັບເຫດການດັ່ງກ່າວ.

ລາຍງານລະບຸວ່າ: ຜູ້ອົບພະຍົກເຫຼົ່ານີ້ ໄດ້ໃຊ້ອຸປະກອນລອຍນ້ຳອ້ອມຮົ້ວກັ້ນຊາຍແດນທີ່ເປັນແຄມທະເລ ເຂົ້າມາຍັງແອັດສະປາຍ ແຕ່ຜູ້ອົບພະຍົກຈຳນວນໜຶ່ງ ຖືກເຈົ້າໜ້າທີ່ສົ່ງກັບປະເທດແລ້ວ.

ເຂດປົກຄອງຕົນເອງເຊລຕາ ມີປະຊາກອນປະມານ 80 ພັນຄົນ ຕັ້ງຢູ່ທາງທິດເໜືອຂອງໂມຣັອກໂກ ຂັ້ນດ້ວຍຊ່ອງແຄບ ຢີຣອລຕາ ເປັນເຂດທີ່ຜູ້ອົບພະຍົກຊາວໂມຣັອກໂກມັກລັກລອບເຂົ້າມາ ເພື່ອຈະເດີນທາງໄປຫາວຽກເຮັດງານທຳໃນທະວີບເອີຣົບ.