ແຂວງ ກວາງຈິ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ມູນຄ່າຫຼາຍກວ່າ 300 ລ້ານດົ້ງ ໃຫ້ແຂວງສາລະ

346

ໃນວັນທີ 18 ພຶດສະພາ 2021 ນີ້ ແຂວງກວາງຈິ ສສ ຫວຽດນາມ ໄດ້ປະກອບສ່ວນມອບເຄື່ອງຊ່ວຍເຫຼືອໃຫ້ອົງການປົກຄອງແຂວງສາລະວັນ ເຊິ່ງປະກອບມີ: ຊຸດແພດ PPE 630 ຊຸດ, ຜ້າອັດປາກ 6.630 ອັນ, ນໍ້າຢາຂ້າເຊື້ອ 600ກິໂລກຣາມ, ເຄື່ອງຜົນນໍ້າຢາຂ້າເຊື້ອ 3 ເຄື່ອງ ແລະ ເຈວລາງມື 330 ກ່ອງ ລວມມູນຄ່າ 300 ລ້ານກວ່າດົ້ງ.


ພິທີມອບ-ຮັບ ຈັດຂຶ້ນທີ່ດ່ານຊາຍແດນສາກົນລະໄລເມືອງສະໝ້ວຍ, ມອບໂດຍທ່ານ ຮວ່າງນາມ ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈິ ຮັບໂດຍທ່ານ ສົມໃຈ ອຸນຈິດ ຮອງເຈົ້າແຂວງໆສາລະວັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ແຂວງສາລະວັນ ພ້ວມດ້ວຍຄະນະເຂົ້າຮ່ວມເປັນສັກຂີພິຍານ.


ໃນໂອກາດດຽວກັນນັ້ນທ່ານ ຮອງເຈົ້າແຂວງ ກໍໄດ້ມອບໃບຍ້ອງຍໍ ເພື່ອສະແດງເຖິງຄວາມຂອບໃຈທີ່ແຂວງກວາງຈິ ສສ ຫວຽດນາມທີ່ໄດ້ປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ ແລະຄວບຄຸ້ມ, ສະກັດກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງສາລະວັນ, ພ້ອມດຽວກັນນັ້ນ ອຳນາດການປົກຄອງແຂວງສາລະວັນ ກໍໄດ້ມອບຕໍ່ໃຫ້ອຳນາດການປົກຄອງເມືອງສະໝ້ວຍ ເປັນຜູ້ປົກປັກຮັກສານຳໃຊ້ໃນຂັ້ນຕອນຕໍ່ໄປ.

ສະໜັບສະໜູນໂດຍ: