ໂຄວິດໄວ້ໃຈບໍໄດ້ ຈຳກັດບໍລິເວນ 14 ວັນປອດໄພອອກໄປຍັງກວດພົບເຊື້ອ

634

ໂຄວິດສັດຕູໂຕຮ້າຍກາດທີ່ມາແບບບໍໃຫ້ສຸ່ມໃຫ້ສຽງ ແລະສ່ຽງຕິດໄດ້ໃນທຸກສະຖານະການ ກໍລະນີ້ທີ່ກວດພົບໃນວັນທີ 18 ພຶດສະພາ ແຮງງານລາວທີ່ກັບມາແຕ່ຕ່າງປະເທດ ຈຳກັດບໍລິເວນຄົບ 14 ວັນ ອອກໄປແລ້ວຍັງພົບວ່າຕິດເຊື້ອໂຄວິດ-19ອີກ ນອກນີ້ການລະບາດໃນຊຸມຊົນເປັນກຸ່ມທີ່ອັນຕະລາຍທີ່ປະຊາຊົນທຸກຄົນຕ້ອງຢູ່ຫ່າງກັນໃຫ້ຫຼາຍທີ່ສຸດໃນສະຖານນະການຄືປະຈຸບັນ.

ຕາມລາຍງານຂອງຄະນະສະເພາະກິດໃຫ້ຮູ້ວ່າ: ໃນວັນທີ 18 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,482 ຕົວຢ່າງ ໃນນັ້ນ ກວດ ພົບຜູ້ຕິດເຊື້ອ 50 ກໍລະນີ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດເພີ່ມຂຶ້ນເປັນ 1.737 ຄົນ, ບໍ່ມີເສຍຊີວີດໃໝ່, ເສຍຊິວິດສະສົມທັງໝົດ 2 ຄົນ

ກ່ຽວກັບກໍລະນີ ຕິດເຊື້ອໃໝ່ 50 ຄົນ (ກໍລະນີຢັ້ງຢືນທີ 1688 – 1737 ) ແມ່ນມາຈາກນະຄອນຫຼວງ 16 ຄົນ (ທັງ 16 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ເກົ່າທີ່ຕິດເຊື້ອໃນຊຸມຊົນ), ແຂວງບໍ່ແກ້ວ 21 ຄົນນັ້ນ, ແມ່ນ ຄົນທີ່ຕິດເຊື້ອຢູ່ ພາຍໃນຊຸມຊົນຢູ່ເມືອງຕົ້ນເຜີ້ງ.


ສໍາລັບ ແຂວງຈໍາປາສັກ 5 ຄົນ ແລະ ແຂວງສະຫວັນນະເຂດ 6 ຄົນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກກົດໝາຍ, ສຳລັບ 02 ກໍລະນີໃນແຂວງອຸດົມໄຊ (1 ກໍລະນີແມ່ນແຮງງານລາວທີ່ກັບມາຈາກໄທຜ່ານຂົວມິດຕະພາບ 1 ແລະ ໄດ້ເຂົ້າຈຳກັດບໍລິເວນຢູ່ສູນຫຼັກ 27 ໃນນະຄອນຫຼວງວຽງຈັນຄົບກຳນົດ 14 ວັນ ກວດບໍ່ພົບເຊື້ອ ແລະ ອອກຈາກສູນຈຳກັດບໍລິເວນເໝົາລົດຮ່ວມກັບໝູ່ອີກ 10 ຄົນເດີນທາງໄປຍັງແຂວງອຸດົມໄຊ ແລະ ໄປຈຳກັດບໍລິເວນຢູ່ແຂວງ ຜົນກວດພົບເຊື້ອແລະ ອີກ 1 ກໍລະນີແມ່ນຄົນແຂວງຫຼວງພະບາງ ທີ່ມີຄວາມຈຳເປັນເດີນທາງໄປ ແຂວງອຸດົມໄຊ ໃນວັນທີ 14 ພຶດສະພາ 2021 ແລະ ໄດ້ເຂົ້າກັກໂຕເກັບຕົວຢ່າງຜົນກວດພົບເຊື້ອ).


ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນສໍາລັບ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສຳຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.


ສະຫຼຸບມາຮອດປະຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.027 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 708 ຄົນ (ໃໝ່ 22 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງເມືອງ/ບ້ານ ແລະ ເຈົ້າໜ້າທີ່ສູນ ລົງໄປຕິດຕາມກວດກາສຸຂະພາບຂອງພາກສ່ວນດັ່ງກ່າວ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນເປັນໄຂ້, ມີໄອ ແລະ ຈາມ ຕ້ອງຮີບຮ້ອນໄປພົບແພດຢູ່ ສະຖານທີ່ບໍລິການໃກ້ບ້ານທ່ານ.