ເກີດເຫດ ລົດພວງ ຕຳກັບ ລົດໄຖ ແລະ ລົດຮຸນໄດ ບາດເຈັບ 3 ຄົນ

853

ຕອນເຊົ້າຂອງວັນທີ 19 ພຶດສະພາ 2021 ໄດ້ເກີດອຸປະຕິເຫດ ອຸບັດຕິເຫດຕຳກັນ 3 ຄັນຊ້ອນ ໂດຍລົດພວງ ຕຳກັບ ລົດໄຖ ແລະ ລົດຮຸນໄດ ຢູ່ເຂດເສັ້ນທາງ ເລກທີ 13 ໃຕ້ ບ້ານຊອກວາງ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ເຮັດໃຫ້ມີຄົນເຈັບ 3 ຄົນ.

ສຳລັບຜູ້ບາດເຈັບຜູ້ທີ່1ເພດເພດຍີງ ສູງອາຍຸ ອາການຂາຫັກ, ຜູ້ທີ2 ເປັນເພດຊາຍ ຫົວແຕກມີເລືອດອອກກະທົບຫົວ ແລະ ສ່ວນຜູ້ທີ3 ເພດຊາຍ ອາການບາດແຜຖະຫລອກ ບໍ່ເຈັບຫລາຍ, ດັ່ງນັ້ນລົດສຸກເສິນໄດ້ນຳສົ່ງໂຮງຫມໍ ແຂວງສະຫວັນນະເຂດ.