ອ່ານເລີຍ! 10 ເຫດຜົນທີ່ຄົນຮຽນບໍ່ຈົບ ແຕ່ປະສົບຄວາມສໍາເລັດໄດ້

2351

ເວົ້າເຖິງຄ່ານິຍົມຄວາມເຊື່ອທີ່ເຮົາຖືກປູກຝັງມາແຕ່ນ້ອຍ ເຊື່ອວ່າໜຶ່ງໃນເລື່ອງນັ້ນຄື ຕ້ອງຮຽນໃຫ້ຈົບ ຮຽນສູງຈະໄດ້ມີວຽກເຮັດດີໆ ແລະ ຊີວິດຈະປະສົບຄວາມສໍາເລັດ, ເຊິ່ງມັນກໍເປັນຄວາມຈິງທີ່ຊີວິດອາດຈະຕ້ອງເປັນໄປຕາມລະບົບແບບແຜນທີ່ເຄີຍເປັນມາ.

ແຕ່ແນວໃດກໍຕາມ ຊີວິດອາດມີພິກຜັນບໍ່ໄດ້ເປັນໄປຢ່າງທີ່ຄິດເອົາໄວ້ ຖ້າຮຽນບໍ່ຈົບ ຈະປະສົບຄວາມສໍາເລັດ ຫຼື ບໍ່? ແຕ່ທ່ານກໍເຫັນມາແລ້ວ ວ່າຄົນດັງທີ່ປະສົບຄວາມສໍາເລັດຢູ່ໃນໂລກ ກໍບໍ່ໄດ້ຮຽນຈົບສູງ ແຕ່ພວກເຂົາກໍເຮັດໄດ້ດີ ມີວຽກເຮັດ ປະສົບຄວາມສໍາເລັດໃນຊີວິດ ນັ້ນເປັນຍ້ອນຫຍັງ ສິ່ງນີ້ໜ້າຄິດ. ດັ່ງນັ້ນ, ໃນມື້ນີ້ ຜູ້ຂຽນຂໍຍົກເອົາບາງເຫດຜົນຂອງຄົນທີ່ຮຽນບໍ່ຈົບ ຫຼື ຮຽນບໍ່ສູງ ແຕ່ປະສົບຄວາມສໍາເລັດໃນຊີວິດມາໃຫ້ພິຈາລະນານໍາກັນ.

1 ພວກເຂົາຝຶກຝົນທັກສະທີ່ຕົນເອງມັກ ແລະເຮັດໄດ້ດີ ຢູ່ສະເໝີ ພ້ອມທຸ່ມເທບໍ່ຢຸດເຊົາ

2 ໃຊ້ເວລາໃນແຕ່ລະມື້ເພື່ອຮຽນຮູ້ຢ່າງເອົາຈິງເອົາຈັງຈາກສື່ ຈາກຄົນ ຈາກປຶ້ມ ຈາກຖານຂໍ້ມູນຕ່າງໆ

3 ຍອມທີ່ຈະລໍາບາກກວ່າຄົນອື່ນທັງຮ່າງກາຍ ແລະ ຈິດໃຈ ເພື່ອແລກກັບການເດີນທາງໄປສູ່ເປົ້າໝາຍ ທີ່ມີໄລຍະທາງ ແລະ ເວລາເປັນຕົວພິສູດ.

4 ອົດທົນຕໍ່ສຽງຄໍາດູໝິ່ນ ແລະ ຄໍາດ່າລວມເຖິງຄໍາເວົ້າເຢາະເຢີ້ຍສຽດສີ ທີ່ຕ້ອງພົບເປັນປະຈໍາ ຈົນກວ່າຄວາມສໍາເລັດຈະຊ່ວຍທໍາລາຍສິ່ງເຫຼົ່ານັ້ນ.

5 ບໍ່ຢ້ານຄວາມລົ້ມເເຫຼວ ເພາະເຂົາຈະພົບມັນຢູ່ຕະຫຼອດລະຫວ່າງເສັ້ນທາງສູ່ຄວາມສໍາເລັດ

6 ເຂົາອາດຈໍາເປັນຕ້ອງເຮັດບາງສິ່ງທີ່ບໍ່ເຄີຍເຮັດ ອາດຕ້ອງເຮັດບາງສິ່ງທີ່ຕົນບໍ່ມັກ ອາດຕ້ອງປ່ຽນແປງບາງສິ່ງທີ່ຕ້ອງປ່ຽນແປງ ເພາະຄວາມສໍາເລັດມັກຈະທ້າຍທາຍຄວາມກ້າຂອງເຂົາ.

7 ເຂົາຈະຕ້ອງຍອມຖິ້ມຄວາມສຸກໃນຊີວິດຫຼາຍຢ່າງ ເພື່ອແລກກັບຄວາມສໍາເລັດທີ່ບໍ່ຮູ້ວ່າຈະເກີດຂຶ້ນຫຼືບໍ່ ແລະ ເຂົາອາດຈະໄດ້ສິ່ງນັ້ນຄືນເມື່ອປະສົບຄວາມສໍາເລັດ ຫຼື ອາດຈະບໍ່ໄດ້ກໍເປັນໄດ້.

8 ຄວາມສ່ຽງ ແລະ ຄວາມບໍ່ແນ່ນອນ ຄືສິ່ງທີ່ເຂົາຕ້ອງຍອມຮັບ ແລະ ປະເຊີນໜ້າໂດຍບໍ່ອາດຫຼີກລ່ຽງໄດ້

9 ເຈົ້າອາດຕ້ອງໂດດດ່ຽວ ເພື່ອປະເຊີນໜ້າກັບອຸປະສັກພຽງລໍາພັງ ໂດຍໄຮ້ກໍາລັງໃຈຈາກຄົນຮອບຂ້າງທີ່ຮັກເຈົ້າ ແຕ່ເຂົາບໍ່ເຂົ້າໃຈເຈົ້າ ເຈົ້າຈໍາເປັນຕ້ອງກະຕຸ້ນ ແລະ ສ້າງກໍາລັງໃຈໃຫ້ຕົນເອງຢູ່ສະເໝີເພື່ອຮັກສາເປົ້າໝາຍ

10 ບັນຫາ ແລະ ອຸປະສັກ ຄືໝູ່ທີ່ຈະຢູ່ກັບເຈົ້າໄປຕະຫຼອດການເດີນທາງສູ່ເປົ້າໝາຍ ແລະ ມັນຈະເພີ່ມຂຶ້ນເລື້ອຍໆຕາມຂະໜາດຂອງຄວາມສໍາເລັດ ເຈົ້າອາດຈະຊັງມັນແຕ່ກໍຖິ້ມບໍ່ພົ້ນ ດັ່ງນັ້ນ ທໍາໃຈຍອມຮັບມັນສາ.

ນີ້ຄື10 ເຫດຜົນທີ່ຄົນຮຽນບໍ່ຈົບ ແຕ່ປະສົບຄວາມສໍາເລັດໄດ້; ແນວໃດກໍດີ ການຮຽນຈົບສູງ ແລະ ມີຄວາມຮູ້ ຄືບັນໄດອັນສຳຄັນທີ່ຈະນຳພາທ່ານ ກ້າວໄປສູ່ເປົ້າໝາຍຢ່າງມີຜົນສຳເລັດ. ດັ່ງນັ້ນທ່ານຈົ່ງໝັ່ນສຶກສາ ຫາຄວາມຮູ້ ແລະ ພັດທະນາຕົນເອງຕະຫຼອດເວລາ ເພາະໂລກປັດຈຸບັນມັນປ່ຽນແປງຢ່າງໄວວາ.

ໂດຍ: ເອຢິບ
ທີ່ມາ: https://www.sanook.com/campus/1376281/